ວິສາຫະກິດນະຄອນ ໂຮ່ຈີມິນ ຫັນປ່ຽນຕົນເອງໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) - ບໍລິສັດເຄື່ອງສຳອາງສາກົນ ICC ແມ່ນວິສາຫະກິດທີ່ມີປະສົບການໃນການຜະລິດຢາສີຟັນ, ແຟັບ ແລະ ນ້ຳຢາລົບຮອຍເປື້ອນເປັນເວລາກ່ວາ 40 ປີ. ການປະຕິວັດຫັນປ່ຽນເຕັກໂນໂລຢີຂອງບໍລິສັດ ໄດ້ເລີ່ມຕົ້ນກ່ອນນີ້ 5 ປີ.

ຕາມຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລ້ວ, ຢູ່ ຫວຽດນາມ ມີປະມານ 75% ວິສາຫະກິດພວມນຳໃຊ້ເຕັກໂນໂລຢີຢູ່ລະດັບອຸດສາຫະກຳ 2.0, 3.0. ໃນຂະນະນັ້ນ, ການປະຕິວັດອຸດສາຫະກຳຄັ້ງທີ 4 (4.0) ພວມກະທົບຢ່າງແຮງເຖິງພື້ນຖານເສດຖະກິດ ຫວຽດນາມ. ຕໍ່ໜ້າການແກ່ງແຍ້ງໃນວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ບັນດາວິສາຫະກິດຢູ່ນະຄອນ ໂຮ່ຈີມິນ ໄດ້ມີບາດກ້າວຫັນປ່ຽນຕົນເອງໃນການປະຕິວັດອຸດສາຫະກຳ 4.0. ບົດຂຽນຂອງ ເລຮັ່ງ ນັກຂ່າວ VOV.

ວິສາຫະກິດນະຄອນ ໂຮ່ຈີມິນ ຫັນປ່ຽນຕົນເອງໃນການປະຕິວັດອຸດສາຫະກຳ 4.0 - ảnh 1 ການນຳໃຊ້ເຕັກໂນໂລຢີໃໝ່ບັນຊາລະບົບໄຟຟ້ານະຄອນຢູ່ບໍລິສັດໃຫຍ່ໄຟຟ້ານະຄອນ ໂຮ່ຈີມິນ  ພາບ:/sggp.org.vn

        ບໍລິສັດເຄື່ອງສຳອາງສາກົນ ICC ແມ່ນວິສາຫະກິດທີ່ມີປະສົບການໃນການຜະລິດຢາສີຟັນ, ແຟັບ ແລະ ນ້ຳຢາລົບຮອຍເປື້ອນເປັນເວລາກ່ວາ 40 ປີ. ການປະຕິວັດຫັນປ່ຽນເຕັກໂນໂລຢີຂອງບໍລິສັດ ໄດ້ເລີ່ມຕົ້ນກ່ອນນີ້ 5 ປີ. ເມື່ອຄູ່ຮ່ວມມືຕ່າງປະເທດມາຢ້ຽມຢາມໂຮງງານ, ເຂົາເຈົ້າມີຄວາມປະຫລາດໃຈ ຍ້ອນວ່າ ເຕັກໂນໂລຢີການຜະລິດແມ່ນຫຼ້າຫຼັງ, ໃຊ້ຄົນງານຫລາຍ…ຈາກນັ້ນ, ວິສາຫະກິດເລີ່ມຕົ້ນສຸມໃສ່ການລົງທຶນຫັນປ່ຽນເຕັກໂນໂລຢີການຜະລິດ, ປະລິມານເພີ່ມຂຶ້ນທົບ 3 ເທົ່າ, ແຕ່ຈຳນວນຄົນງານຫລຸດລົງເຫຼືອພຽງ 1/3 ເທົ່ານັ້ນ. ກ່ອນນີ້ ເພື່ອຜະລິດຢາສີຟັນໃຫ້ໄດ້ 4000 ຫຼອດ/ໂມງນັ້ນ, ວິສາຫະກິດຕ້ອງການຄົນງານ 20 ຄົນ ແຕ່ປັດຈຸບັນພຽງແຕ່ຕ້ອງການ 4 ຄົນເທົ່ານັ້ນ. ບໍ່ພຽງແຕ່ຢຸດຢູ່ເທົ່ານັ້ນ, ກ່ອນນີ້ 2 ປີ, ບໍລິສັດໄດ້ລົງທຶນ 2 ລ້ານ USD ເພື່ອນຳເຂົ້າລະບົບການຜະລິດຢາສີຟັນແບບອັດຕະໂນມັດຈາກເອີຣົບ. ລະບົບການຜະລິດນີ້ ໄດ້ຫັນເປັນອັດຕະໂນມັດແຕ່ຂັ້ນຕອນນຳເອົາວັດຖຸດິບເຂົ້າມາຫຸ້ມຫໍ່ ແລະ ເຮັດສຳເລັດເປັນຜະລິດຕະພັນ. ສິ່ງດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ບໍລິສັດເພີ່ມສະມັດຕະພາບເທົ່ານັ້ນ ຫາກຍັງຍົກສູງຄຸນນະພາບຜະລິດຕະພັນອີກດ້ວຍ. ທ່ານ ຈິ້ງແທງເຍີນ ຜູ້ອຳນວຍການໃຫຍ່ບໍລິສັດເຄື່ອງສຳອາງສາກົນ ICC ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຄິດໄລ່ຊັ່ງຊາທີ່ສຸດ ເມື່ອເອົາເງິນເປັນຈຳນວນຫລວງຫລາຍໄປລົງທຶນ ຍ້ອນວ່າຕົນເອງຕ້ອງການຄຸນນະພາບຜະລິດຕະພັນ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຮັບໃບຢັ້ງຢືນ GMP. ອີງໃສ່ສິ່ງດັ່ງກ່າວ, SaiGon-Coop ຈຶ່ງໃຫ້ພວກຂ້າພະເຈົ້າທຳການຜະລິດສິນຄ້າທີ່ມີເຄື່ອງໝາຍຂອງເຂົາເຈົ້າ.

        ສ່ວນບໍລິສັດຫຸ້ນສ່ວນ Vinamit, ການປະຕິວັດ 4.0 ແມ່ນຄວາມໄຝ່ຝັນໝູນໃຊ້ເຕັກໂນໂລຢີຊີວິພາບເຂົ້າໃນກະສິກຳ ເພື່ອຜະລິດອອກບັນດາຜະລິດຕະພັນປອດສານພິດ, ມີຄຸນນະພາບທີ່ເປັນເອກະລັກສະເພາະ. ວິສາຫະກິດນີ້ ເລີ່ມຕົ້ນຈາກການໝູນໃຊ້ຈຸລິນຊີເຂົ້າໃນການປັບປຸງດິນປູກຕົ້ນໄມ້, ການປຸງແຕ່ງໝາກໄມ້. ການໝູນໃຊ້ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ວິສາຫະກິດທຳການຂັບໄລ່ສານພິດໃນດິນ, ສ້າງລະບົບພູມຄຸ້ມກັນໃຫ້ຕົ້ນໄມ້ບໍ່ຖືກແມງກິນ, ມີໝາກໄມ້ຄຸນນະພາບສູງ, ມີກິ່ນຫອມທີ່ເຂັ້ມຂຸ້ນກ່ວາ. ພ້ອມທັງ ບໍລິສັດກໍ່ຄົ້ນຄວ້າຢ່າງເລິກ ແລະ ໝູນໃຊ້ເຕັກໂນໂລຢີຊີວະພາບການປຸງແຕ່ງພາຍຫລັງການເກັບກ່ຽວ, ເຕັກໂນໂລຢີອົບແຫ້ງ ແລະ ນົມສົ້ມແຊ່ແຂງ ສ້າງເປັນບັນດາຜະລິດຕະພັນໃໝ່ທີ່ເປັນເອກະລັກສະເພາະ. ບັນດາຜະລິດຕະພັນນີ້, ບໍລິສັດໄດ້ສົ່ງອອກໄປຍັງ 14 ປະເທດໃນໂລກ, ໃນນັ້ນ ຫລາຍກ່ວາໝູ່ແມ່ນ ຈີນ ແລະ ອາເມລິກາ. ທ່ານ ຫງວຽນເລີມວຽນ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Vinamit ແບ່ງປັນວ່າ:

        “ຢາກເຂົ້າຮ່ວມເຕັກໂນໂລຢີຊີວະພາບການປະຕິວັດຄັ້ງທີ 4.0 ບໍລິສັດຕ້ອງເລີ່ມຕົ້ນ ລົງທຶນການໝູນໃຊ້ເຕັກໂນໂລຢີຊີວະພາບ. ຂ້າພະເຈົ້ານຳເຕັກໂນໂລຢີນີ້ ເຂົ້າໃນການຜະລິດໝາກໄມ້ຂອງພວກຂ້າພະເຈົ້າ ແມ່ນມັນຈະມີກິ່ນຫອມຢ່າງເຂັ້ມຂຸ້ນເປັນເອກະລັກສະເພາະ, ລະດັບຄວາມໜຽວນຸ້ມ, ລົດຊາດ, ສີສັນທຳມະຊາດຂອງໝາກໄມ້ເພີ່ມຂຶ້ນ, ຂ້າພະເຈົ້າໄດ້ເຮັດສຳເລັດແລ້ວ”.

        ບໍ່ພຽງແຕ່ວິສາຫະກິດຜະລິດມີຄວາມຕັ້ງໜ້າໃນການຫັນປ່ຽນຕົນເອງໃຫ້ທັນກັບສະໄໝອຸດສາຫະກຳໃໝ່ເທົ່ານັ້ນ ຫາກຍັງມີວິສາຫະກິດການຄ້າ - ການບໍລິການບາງແຫ່ງ ກໍ່ໄດ້ກະກຽມສຳລັບການເຊື່ອມໂຍງນີ້ຢ່າງໄວອີກດ້ວຍ. ບໍລິສັດຫຸ້ນສ່ວນເຕັກໂນໂລຢີ ແຊນດໍ ເຖິງວ່າແມ່ນວິສາຫະກິດຫາກໍ່ໄດ້ຮັບການສ້າງຕັ້ງເປັນເວລາ 5 ປີເທົ່ານັ້ນ, ແຕ່ຍ້ອນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານນັ້ນ ເວັບໄຊການຄ້າເອເລັກໂຕນິກ Sendo.com ມີລະດັບການເຕີບໂຕລາຍຮັບເພີ່ມຂຶ້ນ 30% ໃນແຕ່ລະປີ. Sendo ໄດ້ສົມທົບລະຫວ່າງ Google ແລະ Facebook ເຂົ້າກັນ ເພື່ອເຮັດ Marketing ດີທີ່ສຸດໃຫ້ບັນດາຫ້າງຮ້ານຕ່າງໆ. ທ່ານນາງ ຫງວຽນທິແຮ້ງ, ຜູ້ອຳນວຍການການຕ່າງປະເທດ, ບໍລິສັດຫຸ້ນສ່ວນເຕັກໂນໂລຢີ ແຊນດໍ ໃຫ້ຮູ້ວ່າ:

        “ແທນທີ່ໃຫ້ບັນດາຫ້າງຮ້ານປະຕິບັດການເຂົ້າ Google, Facebook ເອງ, ຫຼືບັນດາການໂຄສະນາຈະເປັນລາຍຍ່ອຍ, ຈຳກັດ ແລະ ຍາກກ່ວາ ດັ່ງນັ້ນ Sendo ຈະເຮັດຢູ່ຂອບຂະໜາດໃຫຍ່ ແລະ ມີລັກສະນະເປັນມືອາຊີບກ່ວາ, ເປັນອັດຕະໂນມັດ ແລະ ດີກ່ວາ.

        ການປະຕິວັດອຸດສາຫະກຳ 4.0 ພວມກະທົບຕໍ່ການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດໃນແຕ່ລະວັນ, ແຕ່ລະຊົ່ວໂມງ. ຖ້າຫາກວິສາຫະກິດບໍ່ມີໄຫວພິບໃນການສຳຜັດ, ໝູນໃຊ້ບັນດາຜົນງານໃໝ່ຂອງເຕັກໂນໂລຢີເຂົ້າໃນການຜະລິດ, ດຳເນີນທຸລະກິດ ແມ່ນຈະຫຼ້າຫຼັງກ່ຽວກັບດ້ານເຕັກໂນໂລຢີ ແລະ ຖືກປັດເຂ່ຍອອກໄປ. ນີ້ບໍ່ແມ່ນການແກ່ງແຍ້ງທ່າໄດ້ປຽບກ່ຽວກັບວິສາຫະຫິດ “ຂະໜາດໃຫຍ່” ຫຼື “ຂະໜາດນ້ອຍ” ເທົ່ານັ້ນ ຫາກສິ່ງສຳຄັນແມ່ນໃຜຈະມີໄຫວພິບ, ໝູນໃຊ້ເຕັກໂນໂລຢີຢ່າງມີປະສິດທິຜົນ ເພື່ອ “ພັດທະນາໄວ” ກ່ວາ ແມ່ນຈະໄຊຊະນະ./.

ຕອບກັບ

ຂ່າວ/ບົດ​ອື່ນ