ວິສາຫະກິດຫວຽດນາມ ເປັນເຈົ້າການເມື່ອເຂົ້າຮ່ວມ CPTPP

(VOVWORLD) -ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ຊື່ງຫວຽດນາມ ພ້ອມກັບ 10 ປະເທດຄູ່ຮ່ວມມື ຫາກໍ່ລົງນາມຢູ່ ຈີເລ ຈະສົ່ງຜົນກະທົບຢ່າງແຮງເຖິງພື້ນຖານເສດຖະກິດຫວຽດນາມ. CPTPP ບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມ ເປີດກວ້າງຕະຫລາດສົ່ງອອກເທົ່ານັ້ນ ຫາກຍັງຊ່ວຍໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດ ເປັນເຈົ້າການຕອບສະຫນອງບັນດາການປ່ຽນແປງກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປ່ຽນໃຫມ່ຈີນຕະນາການໃນການດຳເນີນທຸລະກິດໃນສະພາບແກ້ງແຍ້ງ.

ວິສາຫະກິດຫວຽດນາມ ເປັນເຈົ້າການເມື່ອເຂົ້າຮ່ວມ CPTPP - ảnh 1ປາທູນາ ແມ່ນຫນຶ່ງໃນບັນດາຜະລິດຕະພັນສົ່ງອອກຂອງຫວຽດນາມ 

ເລື່ອງເຂົ້າຮ່ວມສັນຍາ CPTPP ໄດ້ເປີດກາລະໂອກາດໃຫມ່ສຳລັບຫວຽດນາມ ດ້ວຍຂອບຂະຫນາດຕະຫລາດກວມກວ່າປະມານ 13,5% GDP ທົ່ວໂລກ ແລະ ກວມລວມຕະຫລາດທີ່ມີພົນລະເມືອງ ເກືອບ 500 ລ້ານຄົນ. ດ້ວຍເລື່ອງເຂົ້າຮ່ວມສັນຍາ CPTPP, ມີຫລາຍຂະແຫນງເສດຖະກິດຫວຽດນາມ ຈະໄດ້ຮັບຜົນປະໂຫຍດ. ສະເພາະສຳລັບວິສາຫະກິດ, CPTPP ແມ່ນກາລະໂອກາດດີ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມເຂົ້າຮ່ວມລະບົບສະຫນອງສິນຄ້າໃນພາກພື້ນ ແລະ ທົ່ວໂລກ ຢ່າງເລິກເຊິ່ງກວ່າ. ພ້ອມກັນນັ້ນ ເມື່ອເປີດປະຕູອອກສູ່ໂລກ, ວິສາຫະກິດຫວຽດນາມ ຈະຖອດຖອນໄດ້ບົດຮຽນພຶດຕິກຳຫລາຍຢ່າງກໍ່ຄືໝູນໃຊ້ເຕັກໂນໂລຊີທັນສະໄຫມຈາກບັນດາວິສາຫະກິດຕ່າງປະເທດ. ເຖິງຢ່າງໃດກໍຕາມ, ຕາມບັນດາຜູ້ຊ່ຽວຊານເສດຖະກິດແລ້ວ, ກາລະໂອກາດຍາມໃດກໍ່ໄປຄຽງຄູ່ກັບສິ່ງທ້າທາຍ. CPTPP ພຽງແຕ່ນຳມາເຊິ່ງກາລະໂອກາດໃຫ້ບັນດາວິສາຫະກິດໃດມີຄວາມເປັນເຈົ້າການໃນການຕອບສະຫນອງບັນດາການປ່ຽນແປງກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກດໃນວິວັດການເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນເທົ່ານັ້ນ. ເພື່ອຍາດແຍ່ງບັນດາຜົນປະໂຫຍດຢ່າງສູງສຸດ ຊື່ງ CPTPP ນຳມາໃຫ້, ບັນດາວິສາຫະກິດ ຄວນສ້າງ ແລະ ປັບປຸງແຜນການດຳເນີນທຸລະກິດໃຫ້ໄລຍະກາງ ແລະ ໄລຍະຍາວ ເພື່ອແນໃສ່ຊຸກຍູ້ກະແສຟອງຂອງສິນຄ້າເຂົ້າຕະຫລາດຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ຕົວຢ່າງຄື: ຂົງເຂດສົ່ງອອກໄມ້. ປະຈຸບັນ ຫວຽດນາມ ຢືນອັນດັບ 5 ໃນໂລກກ່ຽວກັບການສົ່ງອອກໄມ້, ພາຍຫລັງສັນຍານີ້ໄດ້ຮັບການລົງນາມ ການເຕີບໂຕສົ່ງອອກໄມ້ ບໍ່ພຽງແຕ່ແມ່ນຢູ່ໃນຕົວເລກ 8 ຕື້ USD ເທົ່ານັ້ນ. ພາສີສົ່ງອອກຫລຸດລົງ, ລາຄາແກ້ງແຍ້ງ ແມ່ນຫນຶ່ງໃນບັນດາເງື່ອນໄຂໄດ້ຮັບຜົນປະໂຫຍດຫລາຍສຸດຂອງຂະແຫນງໄມ້ຫວຽດນາມເມື່ອສັນຍານີ້ໄດ້ຮັບການລົງນາມ. ຕາມບັນດາວິສາຫະກິດດຳເນີນທຸລະກິດໄມ້ແລ້ວ, ຮົ້ວກີດຂວາງໃຫຍ່ສຸດໃນຂົງເຂດສົ່ງອອກໄມ້ກ່ອນນີ້ ນັ້ນແມ່ນລະດັບພາສີນຳເຂົ້າຍັງສູງຢູ່ແມ່ນປະມານ 12%. ເຖິງຢ່າງໃດກໍຕາມ, ເມື່ອສັນຍາໄດ້ຮັບການລົງນາມ ລາຍຮັບຈາກຂະແຫນງນີ້ອາດຈະເພີ່ມຂຶ້ນ 2 – 3 ເທົ່າ. ທ່ານ ລີຫວີງຮຸ່ງ, ຜູ້ອຳນວຍການບໍລິສັດເຄື່ອງເຟີນີເຈີ Lyprodan ໄດ້ອະທິບາຍວ່າ:

        “ພາຍຫລັງເຂົ້າຮ່ວມສັນຍາCPTPP, ສ່ວນພາສີຈະໄດ້ຫລຸດລົງ, ກົງກັນຂ້າມ ວັດຖຸດິບຈາກບັນດາປະເທດເຂົ້າຮ່ວມສັນຍາ ລາຄາກໍ່ຫລຸດລົງ. ເວົ້າລວມແລ້ວ ຜົນປະໂຫຍດໄດ້ນຳມາໃຫ້ວິສາຫະກິດພວກຂ້າພະເຈົ້າແມ່ນໃຫຍ່ຫລວງທີ່ສຸດ.”

        ໂດຍເຫັນໄດ້ຜົນປະໂຫຍດເມື່ອສັນຍານີ້ໄດ້ຮັບການລົງນາມ, ບັນດາວິສາຫະກິດຂະແຫນງໄມ້ໄດ້ເປັນເຈົ້າການເພື່ອຮັບກາລະໂອກາດນີ້ ຈາກການເຂົ້າຮ່ວມບັນດາງານຕະຫລາດນັດໄມ້ຂະຫນາດໃຫຍ່ໃນໂລກ, ສຳຜັດກັບລູກຄ້າຈາກບັນດາປະເທດໃນກຸ່ມ ຕະຫລອດຮອດເປັນເຈົ້າການໃນການປ່ຽນແປງຮູບແບບ, ມີໄຫວພິບ, ກຳນົດລາຄາເໝາະສົມໃຫ້ແກ່ແຕ່ລະຕະຫລາດເພື່ອຍູ້ໄວການສົ່ງອອກເມື່ອມີກາລະໂອກາດ. ທ່ານນາງ ດີງທິເຮືອງງາ, ຜູ້ອຳນວຍການບໍລິສັດ ເຮືອງງາ Fine Arts ໃຫ້ຮູ້ວ່າ:

        “ການເຂົ້າຮ່ວມສັນຍາCPTPP ໄດ້ຊ່ວຍເພີ່ມທະວີຄວາມສົນໃຈຂອງໂລກກວ່າ ສຳລັບຕະຫລາດຫວຽດນາມ ເພາະວ່າ ຊາວຫວຽດນາມ ມີຊື່ສຽງກ່ຽວກັບສີມືອັນຄ່ອງແຄ້ວ ແລະ ລາຄາສິນຄ້າແກ້ງແຍ້ງ, ປະຈຸບັນ ພວກເຮົາຍິ່ງມີບົດຮຽນຫລາຍຢ່າງກ່ຽວກັບການຄຸ້ມຄອງກໍຄືການພັດທະນາບັນດາຮູບແບບສິນຄ້າ ແລະ ການຮ່ວມມືກັບໂລກ.”

ວິສາຫະກິດຫວຽດນາມ ເປັນເຈົ້າການເມື່ອເຂົ້າຮ່ວມ CPTPP - ảnh 2 ເຂົ້າສານແມ່ນປະເທດສົ່ງອອກຕົ້ນຕໍຂອງຫວຽດນາມ

        ປະລິມານໃບສັ່ງຊື້ສິນຄ້າແມ່ນມີຫລາຍ,ແລະ ບັນດາວິສາຫະກິດເກືອບຄືວ່າໄດ້ເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບ ນັ້ນແມ່ນບັນດາສັນຍານພື້ນຖານເຮັດໃຫ້ບັນດາວິສາຫະກິດສົ່ງອອກໄມ້ມີຄວາມເຊື່ອໝັ້ນຢັ້ງຢືນຕົນເອງວ່າ ປີ 2018 ຄາດໝາຍສົ່ງອອກເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງ9 ຕື້ USD  ແມ່ນມີຄວາມເປັນໄປໄດ້.

ຂົງເຂດອື່ນ ແມ່ນຂະແຫນງຕ່ຳແຜ່ນຕັດຫຍິບ ໄດ້ຮັບຄວາມມຸ້ງຫວັງວ່າຈະສ້າງບາດກ້າວກະໂດດຂັ້ນໃນການສົ່ງອອກ ແມ່ນອີງໃສ່ຈາກ ສັນຍາ CPTPP, ຄວາມເປັນເຈົ້າການໃນແຫ່ງການປ່ຽນແປງ, ແທດເໝາະກັບຕະຫລາດໃຫຍ່ຂອງ CPTPP ທີ່ນັບມື້ນັບມີຄວາມຈຳເປັນກວ່າ ເພາະ ຂະແຫນງນີ້ແມ່ນອີງໃສ່ ຈາກແຫລ່ງວັດຖຸດິບນຳເຂົ້າເປັນສ່ວນໃຫຍ່. ຖ້າຫາກເລື່ອງນີ້ບໍ່ໄດ້ແກ້ໄຂຢ່າງວ່ອງໄວ ລາຄາຕົວຈິງໃນການເຕີບໂຕຈະບໍ່ຫລາຍ ພ້ອມທັງຫຍຸ້ງຍາກໃນການສ້າງວຽກເຮັດງານທຳໃຫ້ແກ່ຄົນງາມ. ທ່ານ ຫງວຽນຕຽນເຈື່ອງ, ຮອງປະທານກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຢືນຢັນວ່າ: ຕ້ອງມີຍຸດທະສາດພັດທະນາແຫລ່ງວັດຖຸດິບສົ້ນເຂົ້າເພື່ອພັດທະນາການສົ່ງອອກມີລັກສະນະແບບຍືນຍົງ.

        “ທ່າອ່ຽງຂອງວິສາຫະກິດຕ່ຳແຜ່ນຕັດຫຍິບແມ່ນຍູ້ໄວການພັດທະນາແຫລ່ງວັດຖຸດິບຢູ່ພາຍໃນປະເທດ ແລະ ຖືນີ້ແມ່ນເປົ້າໝາຍ. ໃນການສົ່ງອອກຂອງຂະແຫນງຕ່ຳແຜ່ນຕັດຫຍິບ ຍາມໃດກໍ່ຖືເປັນສຳຄັນການເພີ່ມມູນຄ່າເພີ່ມຂອງຕົນ ລວມທັງ ເລື່ອງຜະລິດວັດຖຸດິບ, ຕົ້ນກຳເນີດຂອງເສັ້ນຝ້າຍແມ່ນຫນຶ່ງໃນບັນດາຍຸດທະສາດແກ້ງແຍ້ງຂອງບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ”

        ຫນຶ່ງໃນບັນດາບັນຫາຊື່ງບັນດາວິສາຫະກິດເວົ້າລວມ ໄດ້ມີຄວາມເອົາໃຈໃສ່ທີ່ສຸດ ນັ້ນແມ່ນວຽກງານບຳລຸງສ້າງ, ຍົກສູງສີມືແຮງງານໃຫ້ແກ່ຄົນງານ, ເປັນຕົ້ນແມ່ນໃນບັນດາຂະແຫນງອາຊີບ: ຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ຂະແຫນງປຸງແຕ່ງຜະລິດຕະພັນກະເສດ, ອາຫານປອດສານພິດ…ຄຽງຄູ່ກັນນັ້ນ ແມ່ນຍູ້ແຮງການຮ່ວມສຳພັນກັບບັນດາວິສາຫະກິດເພື່ອສ້າງຄຸນນະພາບແຮງງານ, ສ້າງຜະລິດຕະພັນທີ່ມີການແກ້ງແຍ້ງສູງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ