ວິສາຫະກິດຫວຽດນາມຕໍ່ຫນ້າກຳລັງດັນຫລຸດຜ່ອນອັດຕາພາສີສຳລັບສິນຄ້ານຳເຂົ້າຈາກບັນດາປະເທດສະມາຊິກ ອາຊຽນ


(vovworld)- ທ້າຍ​ປີ 2015 ນີ້, ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ເວ​ລານັ້ນ ​ມີ​ສິນ​ຄ້າ​ຫລາຍ​ປະ​ເພດຈະ​ຖືກ​ຫລຸດ​ອັດ​ຕາ​ພາ​ສີ​ແຕ່ 0%-5% ແລະ ບໍ່​ຮອດ 3 ປີ​ອີກ ຈະ​ມີ 97% ​ຈຳ​ນວນສິນ​ຄ້ານຳ​ເຂົ້າ​​ຈາກບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ມີອັດ​ຕາ​ພາ​ສີ​ພຽງ​ຢູ່​ໃນ​ລະ​ດັບ 0%. ສິ່ງ​ດັ່ງ​ກ່າວ​ທັງ​ສ້າງ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ແຕ່​ກໍ​ວາງ​ອອກ​ສິ່ງ​ທ້າ​ທາຍ​ສຳ​ລັບ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ.

        ຕາມ​ຂັ້ນ​ຕອນ​ໃນຄຳ​ໝັ້ນ​ສັນ​ຍາ​ກັບ ອາ​ຊຽນ ແລ້ວ, ໄລ່​ຮອດ​ປີ 2014, ຫວຽດ​ນາມ ໄດ້​ຫລຸດ​ຜ່ອນ 72% ຂອງຕາ​ຕະ​ລາງ​​ອັດ​ຕາພາ​ສີ​ນຳ​ເຂົ້າ​ລົງ​ລະ​ດັບ 0%. ນັບ​ແຕ່​ຕົ້ນ​ປີ, ຫວຽດ​ນາມ ມີ 1.706 ປະ​ເພດ​ພາ​ສີ​ໄດ້​ຫລຸດ​ລົງ​ຍັງ​ເຫລືອພຽງ 0%. ຮອດ​ປີ 2018, ມີ​ສິນ​ຄ້າ​ຫລາຍ​ປະ​ເພດ​ຈະ​ຫລຸດ​ລົງ​ຍັງ​ເຫລືອພຽງ 0% ຄື: ​ລົດໂອ​ໂຕ, ລົດ​ຈັກ, ເຄື່ອງ​ອາ​ໄ​ຫລ່ລົດ​ໂອ​ໂຕ, ລົດ​ຈັກ, ນ້ຳ​ມັນ​ພືດ, ໝາກ​ໄມ້​, ເຄື່ອງ​ໄຟ​ຟ້າ… ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຜະ​ລິດແບບ​ຮັບ​ຈ້າງ, ຜະ​ລິດປຸງ​ແຕ່ງ​ຮັບ​ໃຊ້​ການ​ສົ່ງ​ອອກ ເມື່ອ​ລາ​ຍ​ຈ່າຍ​ວັດ​ຖຸ​ດິບ​, ລາ​ຄາ​ຜະ​ລິດ​ຕະ​ພັນ​ຫລຸດ​ລົງ, ເພີ່ມ​ກຳ​ລັງ​ແກ້ງ​ແຍ້ງ, ເປີດກວ້າງ​ຕະ​ຫລາດ. ທ່ານ ເລືອງ​ຮ່​ວາງ​ທາຍ, ຫົວ​ຫນ້າ​ກົມ​ນະ​ໂຍ​ບາຍ​ການ​ຄ້າ​ຫລາຍ​ຝ່າຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ອາ​ຊຽນ ສ້າງ​ພາກ​ພື້ນ​ຜະ​ລິດ​ລວມ​ ນັ້ນກໍ​​ແມ່ນ​ຈຸດ​ສຸມ​ຂອງ​ພວກ​ເຮົາ, ພວກ​ເຮົາ​ພວມ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ຜ່ານນັ້ນ ເພື່ອ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ. ເລື່ອງ​ປະ​ຊາ​ຄົມ​ອາ​ຊຽນ ຫລຸດ​ຜ່ອນ​ອັດ​ຕາ​ພາ​ສີ ສ້າງ​ຕັ້ງ​ຕະ​ຫລາດ​ລວ​ມ​ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ລົບ​ລ້າງ​ຮົ້ວ​ກີດ​ຂວາງ, ນີ້​ແມ່ນ​ສິ່ງ​ທີ່​ມີ​ປະ​ໂຫຍດ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ.”

 

ວິສາຫະກິດຫວຽດນາມຕໍ່ຫນ້າກຳລັງດັນຫລຸດຜ່ອນອັດຕາພາສີສຳລັບສິນຄ້ານຳເຂົ້າຈາກບັນດາປະເທດສະມາຊິກ ອາຊຽນ - ảnh 1
ພາບ​ປະ​ກອບ:internet

        ເລື່ອງ​ຫລຸດ​ຜ່ອນ​ບັນ​ດາ​ປະ​ເພດ​ພາ​ສີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ກໍ​ໝາຍ​ຄວາມ​ວ່າ ສິນ​ຄ້າ​ຫລາຍ​ປະ​ເພດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ຈະ​ໄດ້​ນຳ​ມາ​ຂາຍ​ຢູ່ ຫວຽດ​ນາມ ແລະ ການ​ແກ້ງ​ແຍ້ງກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ກໍ​ຈະ​ເພີ່ມ​ຂຶ້ນ. ນີ້​ແມ່ນ​ສິ່ງ​ທ້າ​ທາຍບໍ່​ຫນ້ອຍ​ສຳ​ລັບວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ. ທ່ານ ຮ່າ​ຢູຍ​ຕ​ຸ່ງ, ຮອງ​ຫົວ​ຫນ້າ​ກົມ​ຮ່​ວມ​ມື​ສາ​ກົນ, ກະ​ຊວງ​ການ​ເງິນ ຫວຽດ​ນາມ ຖື​ວ່າ:

        “ຫວຽດ​ນາມ ພວມ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເສຍພາ​ສີ​ສຳ​ລັບ​ສິນ​ຄ້າສຳ​ເລັດ​ຮູບ​ຢູ່​ໃນ​ລະ​ດັບ​ສູງກວ່າ​ເມື່ອ​ທຽບ​ໃສ່​ອັດ​ຕາພາ​ສີ ສຳ​ລັບ​ວັດ​ຖຸ​ດິບ ເພື່ອ​ສົ່ງ​ເສີມ​ການ​ຕິດ​ຕັ້ງ, ຜະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ໄລ​ຈະ​ມາ​ເຖິງ ຕາມ​ວິ​ວັດ​ກາ​ນ​​ທີ່​ໝັ້​ນ​ໝາຍໃນ​ສັນ​ຍາ ນັບ​ທັງ ​ອັດ​ຕາພາ​ສີ​ສຳ​ລັບ​ສິນ​ຄ້າສຳ​ເລັດ​ຮູບ​ກໍ​ຄື​ອັດ​ຕາ​ພາ​ສີ ສຳ​ລັບ​ວັດ​ຖຸ​ດິບ ລ້ວນ​ແຕ່​ຢ​ູ່ໃນ​ລະ​ດັບ 0%. ຈາກນັ້ນ ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຜະ​ລິດ​ວັດ​ຖຸ​ດິບ ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ. ນອກນັ້ນ ຂອບ​ຂະ​ຫນາດ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ສ່ວນ​ຫລາຍ​ແມ່​ນ​ຂະ​ຫນາດ​ນ້ອຍ, ຈຳ​ກັດ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລ​ຊີ ແລະ ເລື່ອງ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ສານ​ຍັງ​ຈ​ຳ​ກັດ​ຫລາຍ.”

        ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຖື​ວ່າ: ເມື່ອ​ອັດ​ຕາ​ພາ​ສີ​ຫລຸດ​ລົງ, ແນ່ນອນ​ວ່າ ສິນ​ຄ້າ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ​ຈະ​ເພີ່ມ​ຂຶ້ນ​ຫລາຍ, ບັນ​ດາ​ຂະ​ແຫນງ​ຜະ​ລິດ​ພາຍ​ໃນ​ປະ​ເທດ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ກຳ​ລັງ​ດັນ​ກ່ຽວ​ກັບ​ຄຸນ​ນະ​ພາບ ແລະ ລາ​ຄາ​ຜະ​ລິດ​ຕະ​ພັນ. ທ່ານ ໂຮ່​ຊີ້​ຈືກ, ປະ​ທານ​ສະ​ພາ​ສະ​ມາ​ຊິກ​ບໍ​ລິ​ສັດ​ການ​ຄ​້າ ແລະ ຜະ​ລິດ​ຮ່​ວາງ​ມາຍ ຈຳ​ກັດ ຖື​ວ່າ: ນອກ​ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຕົນ, ການ​ຫນູນ​ຊ່ວຍ​ຈາກ​ລັດ​ກໍ​ຈຳ​ເປັນ​ທີ່​ສຸດ.

        “ປະ​ຈຸ​ບັນ ຄວາມ​ຫຍຸ້ງ​ຍາກ​ຂອງ​ພວກ​ເຮົາ ນັ້ນ​ແມ່ນ ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ພາກ​ພື້ນ ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ປະ​ຫວັດ​ແຫ່ງ​ການພັດ​ທະ​ນາ​ມາແຕ່​ດົນ​ນານ​ແລ້ວ, ເຂົາ​ເຈົ້າ​ມ​ີ​ອິດ​ທິ​ພົນ​ຊື່​ສຽງ ແລະ ​ມີເຄື່ອງ​ໝາຍ​ການ​ຄ້າ​ດີ​ສົມ​ຄວນ. ປະ​ຈຸ​ບັນ ພວກ​​ເຮົາຢາກ​ແຊກ​ຊືມ​ເຂົ້າ​ບັນ​ດາ​ຕະ​ຫລາດ​ດັ່ງ​ກ່າວ ຕ້ອງ​ມີ​ບາດ​ກ້າວ​ບຸກ​ທະ​ລຸ. ເຖິງ​ຢ່າງ​ໃດ​ກໍ​ຕາມ ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ ຄວນ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກ​ ລັດ​ຖະ​ບານ.”

        ເພື່ອ​ປະ​ຕິ​ບັດ​ຂັ້ນ​ຕອນນີ້, ຕາມ​ທ່ານ ຫວໍ​ຈີ​ແທ່ງ, ຮອງ​ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ​ແລ້ວ, ໃນ​ຕໍ່​ຫນ້າ ວິ​ສາ​ຫະ​ກິດ ຄວນ​ກຳ​ແຫນ້ນ​ຄຳໝັ້ນ​ສັນ​ຍາ​ກ່ຽວ​ກັບ​ວິ​ວັດ​ການ​ຫລຸດ​ຜ່ອນ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ທີ່​ກ່ຽວ​ຂ້ອງ​ເຖ​ິງ​ບັນ​ດາ​ຂົງ​ເຂດ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ; ເປັນ​ເຈົ້າ​ການໃນ​ການສ້າງ​ຍຸດ​ທະ​ສາດ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ເໝາະ​ສົມ​​ສຳ​ລັບ​ໄລ​ຍະ​ສັ້ນ ແລະ ຍາວ, ຍາດ​ແຍ່ງ​​ກາລະ​ໂອ​ກາດ ກຽມ​ພ້ອມ​ເຂົ້າ​ຮ່ວມ​ຕະ​ຫລາດ​ທີ່ກວ້າງ​ໃຫຍ່. ທ່ານ ຫວູ​ຈີ​ແທ່ງ ຖື​ວ່າ:

        “ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຄວນ​ສະ​ຫງວນ​ແຫລ່ງ​ກຳ​ລັງ​ດີ​ສຸດ, ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ດີ​ສຸດ ເພື່ອ​ຄົ້ນ​ຄ້​ວາ​​ສິ່​ງ​ທີ່ສົ່ງ​ຜົນ​ສະ​ທ້ອນເຖິງວິ​ສາ​ຫະ​ກິດ, ຢາກ​ປະ​ຕິ​ຮູບ​ວິ​ສາ​ຫະ​ກິດກໍ​ຄືສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ ສິ່ງ​ສຳ​ຄັນ​ທີ່​ສຸດນັ້ນ​ແມ່ນ ຕ້ອງ​ເຂົ້າ​ໃຈ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ລັດ, ນິ​ຕິ​ກຳ ແລະ ວິ​ທີ​ເຊື່ອມ​ໂຍງ, ຮູບ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ກ່ອນ​ທີ່​ສ້າງ​ຍຸດ​ທະ​ສາດ, ສ້າງວິ​ໄສ​ທັດ, ທ່າ​ອ່ຽງ​ປະ​ຈຸ​ບັນ​ຂອງວິ​ສາ​ຫະ​ກິດ ຕ້ອງມີ​ການ​ແກ້ງ​ແຍ້ງ.”

        ດ້ວຍ​ຈຳ​ນວນ​ຜູ້​ໃຊ້​ສອຍກວ່າ 600 ​ລ້ານຄົນ, GDP ກວ່າ 1.300 ຕື້ USD/ປີ, ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ຖື​ວ່າ ແມ່ນ​ພາກ​ພື້ນ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ. ປະ​ຈຸ​ບັນ ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນ​ຄູ່​ຮ່ວມ​ມື​ຢືນ​ອັນ​ດັບ​ທີ 2 ສະ​ຫນອງ​ສິນ​ຄ້າ​ໃຫ້​ຫວຽດ​ນາມ ແລະ ກໍ​ແມ່ນ​ຕະ​ຫາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 3 ຂອງ​ຫວຽດ​ນາມ. ສະ​ນັ້ນ ເພື່ອ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຂອງ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ ແລະ ອອກ​ສູ່​ບັນ​ດາຕະ​ຫລາດໃນ​ພາກ​ພື້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຄວນ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ, ຫລຸດ​ຜ່ອນ​ລາຍ​ຈ່າຍ, ລາ​ຄາ​ຜະ​ລິດ​ຕະ​ພັນ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ສິ​ນ​ຄ້າ. ເຮັດ​ໄດ້​ຄື​ແນວນັ້ນ ຈຶ່ງ​ສາ​ມາດເປັນ​ເຈົ້າ​ການ​ໃນ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​.

ຕອບກັບ

ຂ່າວ/ບົດ​ອື່ນ