ສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ໄປຍັງຕະຫຼາດທີ່ທີ່ຕ້ອງການສິນຄ້າມີຄຸນນະພາບສູງ

(VOVWORLD) - ປັດຈຸບັນ, ຫວຽດນາມ ຢືນອັນດັບທີ 15 ໃນໂລກ ກ່ຽວກັບມູນຄ່າສົ່ງອອກຜະລິດຕະພັນກະເສດ. ເຖິງຢ່າງໃດກໍຕາມ, ເບິ່ງລວມແລ້ວ ຄວາມແກ້ງແຍ້ງຂອງຜະລິດຕະພັນກະເສດຂອງ ຫວຽດນາມ ຍັງບໍ່ສູງເທື່ອ. ເພື່ອສົ່ງອອກຜະລິດຕະພັນກະເສດໄດ້ຢ່າງໝັ້ນຄົງນັ້ນ, ໃນຊຸມປີມໍ່ໆມານີ້ ຜະລິດຕະພັນກະເສດ ແລະ ໝາກໄມ້ຜັກພືດຂອງຫວຽດນາມ ໄດ້ຜ່ານຜ່າບັນດາຮົ້ວກີດຂວາງກ່ຽວກັບມາດຕະຖານທາງດ້ານຄຸນນະພາບ ເພື່ອມີໜ້າຢູ່ບັນດາຕະຫຼາດທີ່ຕ້ອງການ ສິນຄ້າມີຄຸນນະພາບສູງ ໂດຍສະເພາະແມ່ນຕະຫຼາດ ເອີຣົບ ຫຼື ຍີ່ປຸ່ນ.

ບໍລິສັດ ຮຸຍລອງອານ ແມ່ນໜຶ່ງໃນບັນດາວິສາຫະກິດນໍາໜ້າໃນການສົ່ງອອກຜະລິດຕະພັນກະເສດໂດຍກົງ ແລະ ຜ່ານໂຄຕາ ໄປຍັງ ຍີ່ປຸ່ນ. ແຕ່ລະປີ, ບໍລິສັດດັ່ງກ່າວ ໄດ້ສົ່ງອອກໝາກກ້ວຍ ໄປຍັງຍີ່ປຸ່ນ ແລະ ສ.ເກົາຫຼີ ດ້ວຍມີມູນຄ່າເຖິງນັບລ້ານໆ USD. ສະເພາະໃນປີ 2018, ບໍລິສັດ ສົ່ງອອກໄດ້ກວ່າ 3 ລ້ານ 300 ພັນ USD. ເພື່ອສົ່ງອອກຕາມໂຄຕາໄປຍັງສອງຕະຫຼາດທີ່ຕ້ອງການສິນຄ້າມີຄຸນນະພາບສູງນັ້ນ, ນອກຈາກເນື້ອທີ່ປູກກ້ວຍກວ່າ 200 Ha ຂອງວິສາຫະກິດຕ້ອງບັນລຸໄດ້ຕາມມາດຕະຖານ VietGAP (ມາດຕະຖານຜະລິດກະສິກໍາດີີ ຢູ່ຫວຽດນາມ)ແລ້ວ ຫາກຍັງຕ້ອງສະໜອງໄດ້ຕາມມາດຕະ ຖານອື່ນໆຂອງວິສາຫະກິດ ຍີ່ປຸ່ນ 200 ມາດຖານ ແລະ ຂອງສ.ເກົາຫຼີ 170 ມາດຖານ ກ່ຽວກັບບັນດາເງື່ອນໄຂຄື ທີ່ດິນ, ນໍ້າ, ການນໍາໃຊ້ຝຸ່ນ, ຢາປ້ອງກັນພືດໃນການປູກຝັງ ແລະ ຕ້ອງມີປື້ມບັນທຶກຕິດຕາມປະຈໍາວັນອີກດ້ວຍ.

        ສິ່ງສໍາຄັນ ແມ່ນ ວິສາຫະກິດໄດ້ປະຕິບັດບັນດາຄໍາໝັ້ນສັນຍາກັບບັນດາຄູ່ຮ່ວມມືຍີ່ປຸ່ນ ແລະ ສ.ເກົາຫຼີ ກ່ຽວກັບເງື່ອນໄຂຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ເພາະສະນັ້ນ, ໃນຈຸດເວລາທີ່ກ້ວຍຕົກລາຄາ, ຊາວກະສິກອນຢູ່ບັນດາແຂວງທາງພາກຕາເວັນອອກສ່ຽງໃຕ້ ຕ້ອງຂາຍຖອກຂາຍເທ ຫຼື ຕ້ອງຖີ້ມໃຫ້ງົວກິນນັ້ນ, ແຕ່ສໍາລັບຜະລິດຕະພັນຂອງບໍລິສັດ ຮຸຍລອງອານ ຍັງຄົງສົ່ງອອກດ້ວຍລາຄາ 15.000 ດົ່ງ/kg, ສູງກວ່່າທົບສອງເທົ່າເມື່ອທຽບໃສ່ລາຄາຢູ່ຕະຫຼາດ.  ປັດຈຸບັນ, ມີຫຼາຍຄູ່ຮ່ວມມືຢາກເພີ່ມປະລິມານນໍາເຂົ້າ ສະນັ້ນ ທາງວິສາຫະກິດພວມຮ່ວມສໍາພັນກັບຄອບຄົວຊາວກະສິກອນ 10 ຄອບຄົວ ຢູ່ເມືອງ ຈ໋າງບອມ, ແຂວງດົ່ງນາຍ ເພື່ອປູກກ້ວຍສົ່ງອອກດ້ວຍເນື້ອທີ່ກວ່າ 100 Ha. ທ່ານ ຫວໍກວານຮຸຍ, ຜູ້ອໍານວຍການບໍລິສັດ ຮຸຍລອງອານ ຈໍາກັດ ໃຫ້ຮູ້ວ່່າ:

        “ຂ້າພະເຈົ້າຮ່ວມສໍາພັນກັບເຂົາເຈົ້າຢ່າງແໜ້ນແຟ້ນ, ຮ່ວມປູກນໍາເຂົາເຈົ້າ. ເຂົາເຈົ້າເປັນແຮງງານ, ຂ້າພະເຈົ້າມີຕະຫຼາດ, ມີຜູ້ຄຸ້ມຄອງທາງດ້ານເຕັກນິກ, ບໍ່ປະໃຫ້ເຂົາເຈົ້າຢາກຂາຍແນວໃດກໍຂາຍ, ຢາກສີດຢາຫຍັງກໍສີດ ແມ່ນຖືວ່າບໍ່ໄດ້ ເຊິ່ງຕ້ອງປະຕິບັດຕາມເຕັກນິກການປູກ ແລະ ຕ້ອງຮັບປະກັນສິນຄ້າທີ່ຕົນຂາຍ ຕ້ອງມີຄຸນນະພາບ, ມີອິດທິພົນຊື່ສຽງ, ລູກຄ້າ ຈິ່ງມີຄວາມໄວ້ເນື້ອເຊື່ອໃຈ ແລະ ຢາກຮ່ວມມືກັບເຮົາຍາວນານ”.

ສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ໄປຍັງຕະຫຼາດທີ່ທີ່ຕ້ອງການສິນຄ້າມີຄຸນນະພາບສູງ - ảnh 1 (ພາບປະກອບ:tapchitaichinh.vn)

        ປັດຈຸບັນ, ຜະລິດຕະພັນກະເສດສົ່ງອອກຂອງຫວຽດນາມ ແມ່ນຢູ່ໃນຂອບຂະໜານ້ອຍ. ຕາມນັກຊ່ຽວຊານດ້ານເສດຖະກິດແລ້ວ, ເພື່ອຍູ້ແຮງການສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ຕາມໂຄຕາໄປຍັງບັນດາຕະຫຼາດຂອງບັນດາປະເທດພັດທະນານັ້ນ ຜະລິດຕະພັນຕ້ອງບັນລຸໄດ້ຕາມມາດຕະຖານສາກົນກ່ຽວກັບດ້ານຄຸນນະພາບ ແລະ ຫຼັກອະນາໄມຄວາມປອດໄພທາງດ້ານສະບຽງອາຫານ ຄື HCAAP, Global GAP (ປະຕິບັດກະສິກໍາທີ່ດີທົ່ວໂລກ). ໃນນັ້ນ, ໃບຢັ້ງຢືນ Global GAP ໄດ້ຮັບຖືວ່າ ແມ່ນໜັງສືເດີນທາງດີທີ່ສຸດ ເພື່ອນໍາສິນຄ້າເຂົ້າບັນດາລະບົບຈໍາໜ່າຍ, ຂາຍຍ່ອຍທີ່ທັນສະໄໝຢູ່ບັນດາປະເທດພັດທະນາ, ເພາະວ່າບັນດາຜູ້ຂາຍຍ່ອຍມີຄວາມເອົາໃຈໃສ່ທີ່ສຸດເຖິງບັນດາເງື່ອນໄຂຫຼັກອະນາໄມຄວາມປອດໄພທາງດ້ານສະບຽງອາຫານ ແລະ ແຈ້ງຕົ້ນກໍາເນີດຂອງສິນຄ້າ.

        ເຖິງຢ່າງໃດກໍຕາມ, ບໍ່ແມ່ນຊາວກະສິກອນ ຫຼື ວິສາຫະກິດໃດກໍມີເງື່ອນໄຂເພື່ອບັນລຸໄດ້ມາດຖານດັ່ງກ່າວ, ເພາະວ່າຕ້ອງໃຊ້ຄ່າໃຊ້ຈ່າຍ ແລະ ເວລາຫຼາຍ. ຟາມຂອງທ່ານ ຫງວຽນຮ໊ຽວຫຶວ ຢູ່ຕາແສງ ເຕີນຮຽບ, ເມືອງ ເຮີ໊ນກວ໋ານ, ແຂວງບິ່ງເຟືອກ ມີເນື້ອທີ່ປູກລໍາໄຍ 5 Ha ທີ່ໄດ້ຮັບໃບຢັ້ງຢືນ Global GAP. ທ່ານໃຫ້ຮູ້ວ່າ ເພື່ອໄດ້ຮັບໃບຢັ້ງຢືນດັ່ງກ່າວ ຕ້ອງໃຊ້ເວລາດົນ, ພ້ອມດ້ວຍເຫື່ອແຮງ ແລະ ເສຍເງິນກວ່າ 280 ລ້ານດົ່ງ. ດັ່ງນັ້ນ, ຕາມທ່ານ ຫງວຽນຮ໊ຽວຫຶວ ແລ້ວ, ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມແຫຼ່ງກໍາລັງລົງທຶນ ເມື່ອປະຕິບັດຕາມມາດຕະຖານ Global GAP ຊາວກະສິກອນ, ສະຫະກອນ ແລະ ວິສາຫະກິດ ຕ້ອງຮ່ວມສໍາພັນນໍາກັນ, ທ່ານກ່າວວ່າ:

        “ເພື່ອເຊື່ອມໂຍງໄດ້ນັ້ນ ຄວນປະຕິບັດຕາມ Local G.A.P ຫຼືເອີ້ນວ່າ ຂັ້ນຕອນສົ່ງຕໍ່ ເພື່ອມຸ່ງໄປເຖິງການປະຕິບັດຕາມມາດຕະຖານ Global GAP. ພວກເຮົາຄວນສ້າງຕັ້ງສະຫະກອນ, ຫຼາຍຄົນເຮັດນໍາກັນຄ່າໃຊ້ຈ່າຍຈະໜ້ອຍກວ່າ ແຕ່ເຮົາມີປະລິມານສິນຄ້າຢ່າງຫຼວງຫຼາຍເພື່ອສົ່ງອອກ, ຫາກບໍ່ແມ່ນຄືຂ້າພະເຈົ້າ ມີ 20 30 ໂຕ່ນ ບັນຈຸໃສ່ container 1 – 2 ຄັນ ກໍໝົດແລ້ວ. ການຮຽກຮ້ອງສົ່ງອອກສິນຄ້າ ແມ່ນຕ້ອງແກ່ຍາວເປັນເວລາ 4 6 ເດືອນ ແລະ ແຕ່ລະເດືອນມີ container 2 3 ຄັນ ຈຶ່ງມີປະສິດທິຜົນ”.

        ເພື່ອໜູນຊ່ວຍບັນດາວິສາຫະກິດ, ສະມາຄົມວິສາຫະກິດ ຫວຽດນາມ ທີ່ມີສິນຄ້າມີີຄຸນນະພາບສູງ (BSA) ໄດ້ພ້ອມກັບ Global GAP ສ້າງມາດຖານ Local G.A.P ຫຼືຂັ້ນຕອນສົ່ງຕໍ່ເພື່ອນໍາຜະລິດຕະພັນກະເສດເຂົ້າຕະຫຼາດສົ່ງອອກ. ພາຍຫຼັງຂັ້ນຕອນດັ່ງກ່າວ, ບັນດາວິສາຫະກິດຈະມີເວລາ ແລະ ເງື່ອນໄຂເພື່ອປະຕິບັດບັນດາມາດຖານອື່ນໆເພີ່ມເຕີມ ເພື່ອໃຫ້ມີເງື່ອນໄຂພຽງພໍໃນການຮັບໃບຢັ້ງຢືນ Global GAP.

        ການສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດຂອງບັນດາປະເທດພັດທະນາຕາມໂຄຕາຂອງລັດຖະບານ ແມ່ນທິດທາງທີ່ຕັ້ງໜ້າ, ມິີປະສິດທິຜົນ ແລະ ຍືນຍົງສໍາລັບຜະລິດຕະພັນກະເສດຫວຽດນາມ. ເຖິງຢ່າງໃດກໍຕາມ, ເພື່ອເພີ່ມທະວີການພັດທະນາຕະຫຼາດຕາມທິດດັ່ງກ່າວໄດ້ ຜະລິດຕະພັນກະເສດຂອງຫວຽດນາມ ຕ້ອງມີຄຸນນະພາບທີ່ດີ. ເພື່ອເຮັດໄດ້ສິ່ງດ່ັງກ່າວ ບໍ່ມີວິທີໃດທີ່ດີກວ່າວິທີ ຊາວກະສິກອນ, ຜູ້ຜະລິດ, ວິສາຫະກິດຕ້ອງເພີ່ມທະວີການຮ່ວມສໍາພັນກັນ ເພື່ອຜະລິດອອກບັນດາຜະລິດຕະພັນບັນລຸທີ່ໄດ້ມາດຕະຖານສາກົນກ່ຽວກັບຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ພ້ອມທັງເພີ່ມຄຸນຄ່າຂອງຜະລິດຕະພັນດ້ວຍການໝູນໃຊ້ເຕັກໂນໂລຢີເຂົ້າໃນການປຸງແຕ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ