ສິນໃນນ້ຳຫວຽດນາມມຸ່ງໄປເຖິງຄາດໝາຍເພີ່ມວົງເງິນການຄ້າໃນການສົ່ງອອກກຸ້ງ

(vovworld) - ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ພວມ​ສ້າງ​ແຜນ​ຮ່າງ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ກຸ້ງ, ສູ້​ຊົນຄາດ​ໝາຍ​ໃນ​ການ​ສົ່ງ​ອອກ​ກຸ້ງ​ໃຫ້​ບັນ​ລຸ 10 ຕື້ USD ໃນ​ປີ 2025. ບົດ​ຂຽນ “ສິນ​ໃນ​ນ້ຳ​ຫວຽດ​ນາມ​ ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ເພີ່ມ​ວົງ​ເງິນ​ການ​ຄ້າ​ໃນ​ການ​ສົ່ງ​ອອ​ກ​ກຸ້ງ” ຂອງ​ມິງ​ລອງ, ນັກ​ຂ່າວ​ VOV.


ສິນໃນນ້ຳຫວຽດນາມມຸ່ງໄປເຖິງຄາດໝາຍເພີ່ມວົງເງິນການຄ້າໃນການສົ່ງອອກກຸ້ງ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

ການ​ຜະ​ລິດ ແລະ ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ປີ​ຜ່ານ​ມາ, ໄດ້​ສ້າງ​ທີ່​ຕັ້ງ​ໄດ້​ດີ​ພໍ​ສົມ​ຄວ​ນ​ໃນຂະ​ແໜງ​ກຸ້ງ​ທົ່ວ​ໂລກ. ປະ​ຈຸ​ບັນ, ຫວຽດ​ນາມ ຢືນ​ອັນ​ດັບ​ທີ 3 ກ່ຽວ​ກັບ​ການ​ສົ່ງ​ອອກ​ກຸ້ງ​ໃນ​ໂລກ, ຖ​ັດ​ຈາກ​ຈີນ ແລະ ອິນ​ໂດ​ເນ​ເຊຍ. ​​ສະ​ເພາະ, ​ຫວຽດ​ນາມ ​ໃນ​ປະ​ຈ​ຸ​ບັນ​ແມ່​ນຍັງນຳ​ໜ້າ​ໂລກ​ກ່ຽວ​ກັບ​ການ​ຜະ​ລິດ ແລະ ສົ່ງ​ອອກ​. ກຸ້ງ​ຫວຽດ​ນາມ ໄດ້​ສົ່ງ​​ອອກ​ໄປ​ຍັງ 100 ປະ​ເທດ ແລະ ເຂດ​ແຄ້ວນ. ພ້ອມ​ກັນ​ນັ້ນ, ຫວຽດ​ນາມ ​ຍັງແມ່ນ​ນັກ​ສະ​ໜອງ​ກຸ້ງ​ເຂົ້າ​ຕະ​ຫຼາດ​ຍີ່​ປຸ່ນ ໃຫຍ່ກວ່າ​ໝູ່, ຢືນ​ອັນ​ດັບ 3 ຢູ່​ຕະ​ຫຼາດ​ອາ​ເມ​ລິ​ກາ ແລະ ຢືນ​ອັບ​ດັບ​ທີ 4 ໃນ​ກຸ່ມ​ສະ​ຫະ​ພາບ​ເອີ​ລົບ. ທ່ານ ເຈືອງ​ດິ່ງ​ແຮ່, ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ ໃຫ້​ຮູ້ວ່າ: ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ກຸ້ງ​ຄື: ໄທ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ… ຫວຽດ​ນາມ ພວມ​ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ສົ່ງ​ອອກ​ກຸ້ງກຸ​ລາ​ດຳ ແລະ ກຸ້ງ​​ຂາວທ່ານ​ເຈືອງ​ດິ່ງ​ແຮ່, ຖື​ວ່າ.

        “ກ່ອນນີ້, ລາ​ຄາ​ກຸ້ງ​ສ​ູງ​ກ່​ວາ​ເພາະ​ວ່າ​ໄດ້​ໄປ​ຫາ​ເອົາຢູ່​ຕາມ​ທຳ​ມະ​ຊາດ, ແຕ່​ມາ​ຮອດ​ປະ​ຈຸ​ບັນ​ ນອກ​ຈາກ​ແຫຼ່ງ​ກຸ້ງ​ທ​ຳ​ມະ​ຊາດ​ແລ້ວ, ກຸ້ງ​​ກຸ​ລາ​ດຳ ແລະ ກຸ້​ງ​ມັງ​ກອນແມ່ນ​ລ້ຽງ​​ໄດ້ ສະ​ນັ້ນ​ລາ​ຄາຈ​ິ່ງ​ຖືກກວ່າ. ສິ່ງ​ດັ່ງ​ກ່າ​ວ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ປະ​ລິ​ມານ ແລະ ເປັນ​ເຈົ້າ​ໃນ​ການ​ສະ​ໜອງ, ກໍ​ຄື​ສ້າງ​ການ​ເຕ​ີບ​ໂຕ​​ກ່ຽວ​ກັບ​ການ​ບໍ​ລິ​ໂພກ ແລະ ເພີ່ມ​ມູນ​ຄ່າ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກຸ້ງ​ຂອງ​ຫວຽດ​ນາມ”.

        ທ່ານ ​ຍື​​ວັນເກີ​ນ, ຫົວ​ໜ້າ​ກົມ​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ກົມ​ໃຫຍ່​ສິນ​ໃນ​ນ້ຳ, ກະ​ຊວງ​​ກະ​ສິ​ກຳ​ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ໃນ​ຮູ້​ວ່າ, ໃນ​ໄຕ​ມາດ​ 1 ປີ 2017, ຂະ​ແໜງ​ສິນ​ໃນ​ນ້ຳ​ໄດ້​ສ້າງ​ແຜນ​ການ​ກະ​ທຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ກຸ້ງ ເພື່ອ​ຍື່​ນ​ສະ​ເໜີ​ຕໍ​່​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ບັນ​ດາ​ກະ​ຊວງ​​ຂະ​ແໜງ​ການທີ່​ກ່​ຽວ​ຂ້ອງ​ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ. ນອກ​ຈາກກຸ້ງກຸ​ລາ​ດຳ ແລະ ກຸ້ງ​ຂາວ​ແລ້ວ, ກະ​ຊວງ​ຈະ​ເພ​ີ່ມເຕີມ​ກຸ້ງ​ມັງ​ກອນ ແລະ ກ​ຸ້ງ​ກ້າມ​ຂຽວເຂົ້າ​​ໃນບັນ​ຊີ​​ລາຍ​ຊື່ສົ່ງ​ອອກ ເພື່ອ​ເພີ່ມ​ວົງ​ເງິນ​ສົ່ງ​ອອກ. ທ່ານ ຍື​ວັນ​ເກີນ ໃຫ້​ຮູ້​ວ່າ.

        “​ທັ​ດ​ສະ​ນະ​ການ​ພັດ​ທະ​ນາ​ແມ່ນບໍ່​ເປີດກວ້າງ​ເນື້ອ​ທີ່​ຜະ​ລິດ ​ແຕ່ຈະ​ສຸ​ມ​ໃສ່​ຍົກ​ສູງປະ​ລິ​ມານ, ​ສະ​ມັດ​ຕະ​ພາບເຂດ​ລ້ຽງ​​ກຸ້ງ. ເຂດ​ລ້ຽງ​ໄດ້​​ກຳ​ນົດ​ເນື້ອ​ທີ່​ປະ​ມານແຕ່ 600.000 ຫ​າ 700.000 ເຮັກ​ຕາ. ບົນ​ພື້ນ​ຖານນີ້, ຈະ​ກວດ​ກາ​​ຄືນ​ການ​ວາງ​ແຜນ​ຜັງ​ໃນ​ການ​ລ້ຽງ​ກຸ້ງ​ນ້ຳ ກອຍເພື່ອ​​ດັດປັບ, ຍົກ​ສູງ​​ປະ​ລິ​ມານ ແລະ ມ​ູນ​ຄ່າ”.

        ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ວູ​ວັນ​ຕ໋າມ ໃຫ້​ຮູ້​ວ່າ: ​ເພື່ອມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ການ​ສົ່ງ​ອອກ 10 ຕື້ USD ຈາກ​ຜະ​ລິດ​ຕະ​ພັນ​ກຸ້ງ​ໃນ​ປີ 2025, ຂະ​ແໜງ​ສິນ​ໃນ​ນ້ຳ​ໄດ້​ສຸມ​ໃສ່​​ສ້າງ​ບາດ​ກ້າວບຸກ​ທະ​ລຸ​ດ້ານ​ວິ​ທະ​​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນຂັ້ນ​ຕອນ​ຜະ​ລິດແນວ​ພັນ ກໍ​ຄື​ເປັນ​ເຈົ້າ​ການ​ໃນ​ການ​ຜະ​ລິດຫົວ​ອາ​ຫານຢ​ູ່​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ຄ​ວບ​ຄຸມ​ໂລກ​ລະ​ບາດ​ເປັນ​ຢ່າງ​ດີ. ​ໄປພ້ອມ​​ກັບ​ວິ​ວັດ​ການນັ້ນ, ຂະ​ແໜງ​ໄດ້​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການເປີດກວ້າງ​ຕະ​ຫຼາດ​ສົ່ງ​ອອກ, ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ທ່າ​ອ່ຽງ​ປົກ​ປ້ອງ​ຕະ​ຫຼາດ​ຂອງ​ບັນ​ດາ​ປະ​ເທດ​ຄື​ໃນ​ປະ​ຈຸ​ບັນ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ. ໃນ​ປີ 2017 ນີ້, ຂະ​ແໜງ​ສິນ​ໃນ​ນຳ​້​ຈະຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​​ຕະ​ການ​ແກ້​ໄຂ​​ຢ່າງ​ຂ້ຽວ​ຂາດບົນ​ພື້ນ​ຖານ​ສ້າງ​ແຜນ​ການ​ກະ​ທຳ​ຂອງ​ແຜນ​ຮ່າງ​ພັດ​ທະ​ນາ​ຂະ​ແໜງ​ອຸ​ດ​ສາ​ຫະ​ກຳ​ກຸ້ງ. ທ່ານ ວູ​ວັນ​ຕ໋າມ ຊີ້​ແຈ​້ງວ່າ.

        “​ສຸມ​ໃສ່​​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​​ໃນ​ຂົງ​ເຂດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ຂອງ​ບັນ​ດາ​ເນື້ອ​ທີ່​ດິນ​ກະ​ເສດ​ສຸມ, ລ້ຽງ​​ແບບອຸດ​ສາ​ຫະ​ກຳ. ປະ​ຈຸ​ບັນ, ເນື້ອ​ທີ່​ ລ້ຽງ​ກຸ້ງ​ແມ່ນ 140.000 ເຮັກ​ຕາ, ອາດ​ຈະ​ຂະ​ຫຍາຍ 2-3 ໝື່ນ​ເຮັກ​ຕ​າ ໃນ​ໄລ​ຍະ​​ສັ້ນ. ຍົກສະ​ມັດ​ຕະ​ພາບ​ສະ​ເລ່ຍ​ໃນ​ປະ​ຈຸ​ບັນ​ແມ່ນ 4 ໂຕນ/ເຮັກ​ຕາ, ຂຶ້ນ​ເຖິງ 6 – 8 ໂຕນ/ເຮັກ​ຕາ ສຳ​ລັບກ​ຸ້ງ​ກຸ​ລ​າ​ດຳ ກໍ​ຄື​ສຳ​ລັບ​​ກຸ້ງ​ນ້ຳ​ກອຍ​ລ້ຽງ​ແບບອຸດ​ສາ​ຫະ​ກຳ. ​ມີ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອດຶງ​ດູດ​ວິ​ສາ​ຫະ​ກິດ, ຈັດ​ຕັ້ງ​ການ​ຜະ​ລິດ​​ຄືນ​ໃໝ່​ໃຫ້ບັນ​ດາ​ຄອບ​ຄົວ​ທີ່​ກະ​ແຈກ​ກະ​ຈາຍ​ກາຍ​ເປັນ​ບັນ​ດາ​ຫົວ​ໜ່ວຍຮ່​ວມ​ມື ຫຼື ບັນ​ດາ​ສະ​ມາ​ຄົມ​ເພື່ອ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ລົງ​ທຶນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ພັດ​ທະ​ນາ​ຮູບ​ແບບ​ໃໝ່​ໃນ​ການ​ຜະ​ລິດ ແລະ ສົ່ງ​ອອກ​ກຸ້ງ”.

        ໃນ​ຊຸມ​ປີ​ມໍ່​ໆ​ມານີ້, ຍ້ອນ​​ຜົນ​ສະ​ທ້ອນ​ຈາກ​ສະ​ພາບ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ, ໂດ​ຍ​ສະ​ເພາະ​ແມ່ນ​ນຳ​ເຄັມ​ຊຶມ​ເຂົ້າ ເຊິ່ງ​ເກີດ​ຂຶ້ນ​​ໃນ​ບໍ​ລິ​ເວນກວ້າງ​ຂວາງ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ເນື້ອ​ທີ່​ການຜະ​ລິດ​ກະ​ສິ​ກຳ, ເລື່ອງ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ການ​ຜະ​ລິດ​, ໃນ​ນັ້ນ​ຍູ້​ແຮງ​ການ​ລ້ຽງ​ກຸ້ງ​ສົ່ງ​ອອກ ແມ່ນ​ມາດ​ຕະ​ການ​ປ່ຽນ​ແທນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ສົ່ງ​ອອກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ກຳ​ນົດ​ຈະ​ແຈ້ງວ່າ: ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ສົ່ງ​ອອກ 10 ຕື້ USD ໃນ​ປີ 2025, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ສົ່ງ​ອອກ​ກຸ້ງ​ຈະ​ແມ່ນ​ຂະ​ແໜງ​​ສົ່ງ​ອອກ​ປາຍ​ແຫຼມຂອງ​ຂະ​ແໜງກະ​ສິ​ກຳ​ຫວຽດ​ນາມ.


ຂ່າວ/ບົດ​ອື່ນ