ສ້າງກົດໝາຍວ່າດ້ວຍການວາງແຜນຜັງ-ເລີ່ມປະຕິຮູບການວາງແຜນຜັງຫວຽດນາມ

(vovworld) - ໃນ​ໄລ​ຍະ​ຜ່ານ​ມາ, ວຽກ​ງານ​ວາງ​ແຜນ​ຜັງ​ຂອງ​ຫວຽດ​ນາມ ໄດ້​​ສະ​ແດງ​ໃຫ້​ເຫັນ​ຂໍ້​ຈຳ​ກັດ​ຫຼາຍ​ຢ່າງ ​ທີ່ເຮັດ​ໃຫ້​ປະ​ສິດ​ທິ​ຜົນ​ຂອງ​ການ​ວາງ​ແຜນ​ຜັງ​​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ຂອງ​ປະ​ເທດ​ຊາດ​ຖື​ກ​ຫຼຸດ​ລົງ. ເພາະ​ສະ​ນັ້ນ, ເລື່ອງ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​ແມ່ນ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການທີ່​ຈຳ​ເປັນ ແລະ ແມ່ນ​ເຄື່ອງ​ມື​ສຳ​ຄັນ​ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານ​ຊີ້​ນຳ, ບໍ​ລິ​ຫານ​ເສດ​ຖະ​ກິດ​ສັງ​ຄົມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ. ບົດ​ຂຽນ “ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ - ເລີ່ມປະ​ຕິ​ຮູບ​ການ​ວາງ​ແຜນ​ຜັງ​ຫວຽດ​ນາມ” ຂອງ ເກີມ​ຕູ, ນັກ​ຂ່າ​ວ VOV.

ສ້າງກົດໝາຍວ່າດ້ວຍການວາງແຜນຜັງ-ເລີ່ມປະຕິຮູບການວາງແຜນຜັງຫວຽດນາມ - ảnh 1
(ພາບ​ປະ​ກອບ)

ໄລ່​ມາ​ມາ​ຮອດ​ປະ​ຈຸ​ບັນ, ທົ່ວ​ປະ​ເທດ​ມີ​ກວ່າ 19.000 ແຜນ​ຮ່າງວາງ​ແຜນ​ຜັງ​ຈາກ​ສູນ​ກາງ​​ລົງ​ຮອດ​ທ້ອງ​ຖິ່ນ ແຕ່​ຄຸນ​ນະ​ພາບ​ຍັງບໍ່​ທັນ​ສູງ, ຍັງ​ບໍ່​ທັນ​ຕິດ​ພັນ​ກັບ​ຄວາມ​ຕ້ອງ​ກາ​​ນ​ໃນ​ການນຳ​ໃຊ້, ​ສ້າງ​ຄວາມ​ຟຸມ​ເຟືອຍ​ໃຫ້​ແຫຼ່ງ​ກຳ​ລັງ​ຂອງ​ປະ​ເທດ​ຊາດ, ກີດ​ຂວາງ​​ໃຫ້​ແກ່ກາ​ນ​ດຶງ​ດູດ​ການ​ລົງ​ທຶນ. ກົດ​ໝາຍ​ວ່​າ​ດ້ວຍ​ການ​ວາງ​ແຜນ​ຜັງ​ໄດ້​ຮັບ​ການກໍ່​ສ້າງ ​ແມ່ນ​ເພື່ອ​ແນ​ໃສ່​ແກ​້​ໄຂ​ບັນ​ດາ​ສິ່ງ​ຈຳ​ກັດ​ໃນ​ວຽກ​ງານ​ວາງ​ແຜນ​ຜັງ. ທ່ານ​ປະ​ທານ​​ກຳ​ມາ​ທິ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ​ຂອງ​ສະ​ພາ​ແຫ່ງ​ຊາດ ຟາ​ນ​ຊວ​ນ​ຢຸງ ຖື​ວ່າ.

        “ນີ້​ແມ່ນ​ກົດ​ໝາຍ​​ທີ່ຄ້າຍ​ຄື​ກັນ​ການ​ປະ​ຕິ​ວັດ​ໃນ​ການ​ວາງ​ແຜນ​ຜັງ ແລະ ໄດ້​ຮັບ​ການ​ກະ​ກຽ​ມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ, ມາ​ແຕ່​ດົນ​ນານ​ແລ້ວ. ຂ້າ​ພະ​ເຈົ້າ​ເວົ້າ​ຄື​ແນວນັ້ນ​​ເພື່ອ​ຊີ້​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ, ຮີບ​ດ່ວນ​ຂອງ​ກົ​ດ​ໝາຍນີ້. ທີ 2, ​ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ກົດ​ໝາຍນີ້​ແມ່ນ​ກົດ​ໝາຍ​ແມ່ ສະ​ນັ້ນ​​ພຽງ​​​ມີແຕ່​ລັກ​ສະ​​ນະ​ການ​ກຳ​ນົດ​ທິດ ​ດ້ວຍ​ເຫດນັ້ນ​ໃນ​ຂອບ​ເຂດ​​ດັດປັບ​ ພວກ​ເຮົາ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ກົດ​ໝາຍ​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ, ທິດ​ສະ​ດີ​ເທົ່າ​ນັ້ນ.”

        ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ແຜນ​ຜັງມີ 6 ພາກ, 67 ມາດ​ຕາ ຈະ​ຄົບ​ຊຸດ​ກັບມີ​ບັນ​ດາ​ເອ​ກະ​ສານ​ດ້ານ​ກົດ​ໝາຍ, ​ລັດ​ຖະ​ບັນ​ຍັດ​​ແມ່ນ​ຫຼຸດ​ລົງເຫຼືອ​ພຽງ 2 ເອ​ກະ​ສານ​ກົດ​ໝາຍ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງນັ້ນແມ່ນ ​ກົດ​ໝາຍ​ວ່າ​ດ້ວຍ​ແຜນ​ຜັງ ແລະ ກົດ​ໝາຍ​ວ່າ​ດ້ວຍຜັງເມືອງ. ​ຕໍ່​ຈາກນັ້ນ, ຊັບ​ຊ້ອນ, ເປັນ​ເອກ​ະ​ພາບກໍ່​ລະ​ບົບ​ແຜນ​ຜັງ​ຄືນ​ໃໝ່. ນີ້​ແມ່ນ​​ບັນ​ດາເຄື່ອງ​ມືຊ່ວຍ​ໃຫ້​ລັດສ້າງ​ການ​ພັດ​ທະ​ນາ, ເປັນ​​ໄມ້​ງັດ​ໃຫ້​​ແກ່ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ປະ​ຊາ​ຊາດ. ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​ກໍ​ຈະ​ແກ້​ໄຂ​ສະ​ພາບ​ການ​ພັດ​ທະ​ນາ​​​ຕາມ​ໃຈ​ມັກ, ບໍ່​ຄົບ​ຊຸດ, ​ບໍ່ມີ​ຜົນ​ປະ​ໂຫຍດ​ສູງ ຍ້ອນ​ຖືກຄອບ​​ງຳ​ດ້ວຍບັນ​ດາ​​ຈົດ​ໝ!ນ​ລັດ​ຖ​ການ, ດຳ​ລັດ​ຂອງ​ກະ​ຊວງ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ. ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​ຈະ​ສ້າງ​ເປັນ​ເຄື່ອງ​ມື​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ການປະ​ທະ​ກັນ​ດ້ານ​ຜົນ​ປະ​ໂຫຍດ ການ​ປະ​ທະ​ກັນ ​ມີ​ລັກ​ສະ​ນະ​ລະ​ຫວ່າງ​ຂະ​ແໜງ, ການ​ປະ​ທະ​ກັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ເປົ້າ​ໝາຍ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​ແມ່ນພັດ​ທະ​ນາ​ຕ​າມ​ທິດ​ໝັ້ນ​ຄົງ​​ມີ​ຄວາມຍຸ​ຕິ​ທຳ​ທາງ​ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ແຕ່​ວ່າ​ຍັງ​ມີ​ຂໍ້​ຄົງ​ຂ້າງ, ສິ່ງ​ຈຳ​ກັດ​ຂອງວຽກ​ງານ​ວາງ​ແຜນ​ຜັງ​ເຊິ່ງ​ເລີ່ມ​ມາ​ຈາກ​​ການ​ຂາດ​ຄວາມ​ເປັນ​ເອ​ກະ​ພາບ​ນຳ​ກັນ​ຂອງ​ລະ​ບົບ​ກົດ​ໝາຍ, ສະ​ນັ້ນ, ຮຽກ​ຮ້ອງ​ຕ້ອງ​ສ້າງ​ກອບກົດ​ໝາຍ​​ໃຫ້​ໝັ້ນ​ຄົງ ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ຄົງ​​ຄ້າງ, ​ຂໍ້ຈຳ​ກັດ​ນັ້ນ. ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການວ​າງ​ແຜນ​ຜັງ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ການ​ເລີ່ມ​ຕົ້ນ​ໃຫ້​ວິ​ວັດ​ທະ​ນາ​ການ​ປະ​ຕິ​ຮູບ, ປ່ຽນ​ໃໝ່​ຈິນ​ຕະ​ນາ​ການ​ເກົ່າ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ ບົນ​ພື້ນ​ຖານ​ເຄົາ​ລົບ​ບັນ​ດາ​ກົດ​ເກນ, ຫຼັກ​ການ​ຂອງ​ຕະ​ຫຼາດ ແລະ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ທ່ານ ຫງວຽນ​ກວາງ, ຜູ້​ອຳ​ນວຍ​ການ​ໂຄງ​ການ​ຕັ້ງ​ຖິ່​ນ​ຖານຄົງ​ທີ່​ໃຫ້ມະນຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລ້ວ, ກົດ​ໝາຍ​ວ່າ​ດ້ວຍ​ການວ​າງ​ແຜນ​ຜັງ​ສຳ​ລັບ​ບັນ​ດາ​ປະ​ເທ​ດ​ພວມ​ພັດ​ທະ​ນາ​ຄື​ຫວຽດ​ນາມ ບໍ່​ພ​ຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ການ​ເຕີບ​ໂຕ​ເທົ່າ​ນັ້ນ, ຫາກ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ປະ​ຊາ​ຊົນ​ອີກ​ດ້ວຍ.

“ພວກ​ເຮົາສ້າງ​ແຜນ​ຜັງ ຕ້ອງ​ຍົກ​ເລີກ​ກົນ​ໄກ​​ລວມ​ສຸນ​ເກື້ອ​ກູ​ນ ແລະ ຕ້ອງ​ວາງ​ແຜງ​ຜັງ​ຕາມ​ທິດ​ກຳ​ນົດ​ຄາດ​ໝາຍ. ຖື​ບົດ​ບາດ​ຂ​ອງວຽກ​ງານ​ຕີ​ລາ​ຄາ, ຕິດ​ຕາມກວດກ​າ​ເປັນ​ສຳ​ຄັນ, ​ຈາກນັ້ນ​ດັດ​ປັບການ​ວາງ​ແຜນ​ຜັງນັ້ນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ຄາດ​ໝາຍ​​ການພັດ​ທະ​ນາ. ການ​ວາງ​ແຜນ​ຜັງ​ຂອງ​ພວກ​ເຮົາ​ແມ່ນ​ມຸ່ງ​ໄປ​ເຖິງ​​ຕົວ​ເລກຄາດ​ໝາຍ​​ຫາກ​ຍັງບໍ່​ທັນ​ມຸ່ງ​ໄປ​ເຖິງ​ຕາມ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ເພາະ​ສະ​ນັ້ນ, ມີ​ຫຼາຍ​ທ້ອງ​ຖິ່​ນ​ພຽງ​​ແຕ່ຖື​ຄາດ​ໝາຍ​ເສດ​ຖະ​ກິດ​ເປັນ​ຈຸດ​ສູມ, ​ແຕ່ຍັງ​​ຖື​ເບົາ​​ບັນ​ດາ​​ບັນ​ຫາສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ​​​ຢູ່”.

        ຕາມ​ທ່ານ ຫງວຽນ​ດຶກ​ກຽນ, ຮອງ​ຫົວ​ໜ້າ​ກຳ​​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ​ ແລ້ວ, ກົດ​ໝາ​ຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​​ທີ່​ສ້າງ​ຂຶ້ນ ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ມີ​ໄຫວ​ພິບ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ຕະ​ຫຼາດ, ​ມີບັນ​ດາ​ຂໍ້​ກຳ​ນົດ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ລົງ​ທຶນ, ພາ​ສີ​ອາ​ກອນ, ​ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ພ້ອ​ມ​ທັງ​ຫັນກົນ​ໄກ​ສົມ​ທົບ​ກັນ​​ປ​ະ​ຕິ​ບັດ​ແຜນ​ຜັງ​​ໃຫ້​ເປັນລະ​ອຽດ ສ້າງ​ເງື່ອ​ນ​ໄຂ​ໃຫ້​ການ​ເຂົ້າ​ຮ່ວມ​ຂອງ​ຝ່າຍ​​ທີ່​ກ່ຽວ​ຂ້ອງ ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ.

        “ພວກ​ເຮົາ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​ດ້ວຍ​ການເຄົາ​ລົບ 3 ໜ້າ​ທີ່​ທີ່​ໄດ້​ວາງ​ອອກ, ທີ່ 1 ແມ່ນ​ບົດ​ບາດຄຸ້ມ​ຄອງ​ລັດ, ທີ່ 2 ແມ່ນກົດ​ເກນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ ແລະ ທີ 3 ແມ່ນ​ຄວາມ​ເອົາ​ໃຈ​ໃສ່ຂອງ​ປະ​ຊາ​ຄົມ​ສັງ​ຄົມ. ສຳ​ລັບ​ການ​ນຳ​ໃຊ້​ຄື​ແນວນັ້ນ ມັນ​ຕ້ອງ​ຫຼີກ​​ລ້ຽງ​ໄດ້​ວິ​ທີ​ການ​ນັ້ນ​ແມ່ນ ລັດ​ຕ້ອງ​ເຮັດ​ທຸກ​​ສິ່ງ​ທຸກຢ່າງ ຫຼື ປະ​ໃຫ້​ຕະ​ຫຼ​າດ, ​ ​ບັນ​ຫາ​ຢ​ູ່​ທີ່ນີ້​ແມ່ນ ລັດ​​​ດ້ວຍ​ບົດ​ບາດ​ດັດ​ສົມພື້ນ​ຖານ​ເສດ​ຖະ​ກິດ ​ກັບ​ບົດ​ບາດ​ແຫ່ງ​ຊາດ​ ​ແມ່ນຈະ​​ຕ້ອງມີ​ຄວາມ​ກົມ​ກຽວ”.

        ເມື່ອ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ​​ຖືກ​ນຳ​ໃຊ້ເຂົ້າ​ພຶດ​ຕິ​ກຳ​ຕ​ົວ​ຈິງ ຈະ​ຍົກ​ອອກ​​ຄຳນິ​ຍາມ ແລະ ລະ​ບົບ​ແຜນ​ຜັງ ພ້ອມ​ກັບ​​ແຜນສັງ​ລວມ​ແຫ່ງ​ຊາດ ຈະ​ສ້າງຂຶ້ນ​ຕາມ​ວິ​ທີ​ການ​​ລວບ​ລວມ, ຫຼາຍ​ຂະ​ແໜງ, ມີ​ລັກ​ສະ​ນະ​ກຳ​ນົດ​ທິດ, ​ມີ​ການຄາດ​ຄະ​ເນ​ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ມີ​ລັກ​ສະ​ນະ​​ນິ​ຕິ​​ກຳ​ສູງ ຂອງ​ແຜນ​ສັງ​ລວມ​ແຫ່ງ​ຊາດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ຫັນ​ຍຸດ​ທະ​ສາ​ດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ເປັນ​ລະ​ອຽດ ແລະ ​ເປັ​ນຂົວ​ເຊ​ື່ອມ​ຕໍ່​ລະ​ຫວ່າງ​ຍຸດ​ທະ​ສາດ​ກັບ​​ແຜນການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຕໍ່​ໆ​ໄປ. ເລື່ອງ​ນຳ​ກົດ​ໝາຍ​ວ່າ​ດ້ວຍ​ການວ​າງ​ແຜນ​ຜັງເຂົ້າ​ໃຊ້​ໃນ​ຊີ​ວິດຕົວ​ຈິງ​ ຈະ​ຢືນ​ຢັ​ນ​ໄດ້ບົດ​ບາດແມ່ນເຄື່ອງ​ມື​ທີ່​ມີ​​ຜົນ​ປະ​ໂຫຍດ​ຂອງ​ລັດ​ຖະ​ບານ ໃນ​ກ​ານ​ຊີ້​ນຳ, ບໍ​ລິ​ຫານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ໃນ​ເງື່ອນ​ໄຂ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ ແລະ ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​.

ຂ່າວ/ບົດ​ອື່ນ