ສ້າງເງື່ອນໄຂເພື່ອໃຫ້ເສດຖະກິດພາກເອກະຊົນປະກອບສ່ວນຫລາຍກວ່າໃຫ້ແກ່ການເຕີບໂຕເສດຖະກິດປີ 2019

(VOVWORLD) -ໃນສະພາບການເສດຖະກິດໂລກ ແລະ ການຄ້າທົ່ວໂລກຊຸດໂຊມ, ເສດຖະກິດສັງຄົມ ຫວຽດນາມ ໃນໄຕມາດ 1 ສືບຕໍ່ມີການຫັນປ່ຽນຢ່າງຕັ້ງຫນ້າ. GDP ເຕີບໂຕ, ໄພເງິນເຟີ້ ຍັງຄົງຮັກສາລະດັບເປັນປົກກະຕິ, ວຽກງານດັດປັບລາຄາໄດ້ຮັບການຮັບປະກັນ. ເພື່ອບັນລຸໄດ້ບັນດາເປົ້າໝາຍການເຕີບໂຕເສດຖະກິດໃນປີນີ້, ລັດຖະບານສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລະບຽບການບໍລິຫານ, ສ້າງເງື່ອນໄຂເພື່ອໃຫ້ເສດຖະກິດພາກເອກະຊົນປະກອບສ່ວນຕັ້ງຫນ້າກວ່າໃຫ້ແກ່ເສດຖະກິດປີ 2019.

ສ້າງເງື່ອນໄຂເພື່ອໃຫ້ເສດຖະກິດພາກເອກະຊົນປະກອບສ່ວນຫລາຍກວ່າໃຫ້ແກ່ການເຕີບໂຕເສດຖະກິດປີ 2019 - ảnh 1 ພາບປະກອບ:vietnam+

ເສດຖະກິດພາກເອກະຊົນໃນຊຸມປີຜ່ານມາ ໄດ້ກາຍເປັນກຳລັງຫນູນສຳຄັນຂອງພື້ນຖານເສດຖະກິດຫວຽດນາມ. ປີ 2018, ການລົງທຶນພາກເອກະຊົນໄດ້ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ປີກ່ອນ, ກວມເອົາເຖິງ 43% ຍອດເງິນລົງທຶນສັງຄົມ. ໃນໄຕມາດ 1 ປີ 2019, ສະພາບການເສດຖະກິດ ສັງຄົມ ຂອງປະເທດຊາດໃນໄຕມາດ 1 ບັນລຸລະດັບເຕີບໂຕສູງພໍສົມຄວນ, ຄຽງຄູ່ກັນນັ້ນ ວິສາຫະກິດພາກເອກະຊົນສ້າງຕັ້ງໃຫມ່ເພີ່ມຂຶ້ນສູງສຸດໃນໄລຍະ 5 ປີມານີ້ ດ້ວຍເກືອບ 28.500 ແຫ່ງ ຍ້ອນສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງ. ຕາມທ່ານ ຫງວຽນບິກເລີມ, ຫົວຫນ້າກົມໃຫຍ່ກົມສະຖິຕິ ແລ້ວ, ບັນລຸໄດ້ໝາກຜົນຄືດັ່ງກ່າວ ແມ່ນຍ້ອນການບໍລິຫານຂອງລັດຖະບານມີຄວາມໄຫວພິບ, ຂ້ຽວຂາດ ພ້ອມທັງມີບັນດາກົນໄກ, ນະໂຍບາຍສ້າງການພັດທະນາໃຫ້ແກ່ເສດຖະກິດພາກເອກະຊົນ. ທ່ານຫງວຽນບິກເລີມ ໃຫ້ຮູ້ວ່າ:

“ໄຕມາດ 1/2019 ບັນລຸລະດັບເຕີບໂຕສູງພໍສົມຄວນ ຢູ່ ທັງສາມຂົງເຂດ: ກະສິກຳ ປ່າໄມ້ ແລະ ສິນໃນນ້ຳ, ອຸດສາຫະກຳ ກໍ່ສ້າງ ແລະ ການບໍລິການ ລ້ວນແຕ່ສູງກວ່າເມື່ອທຽບໃສ່ໄຕມາດ 1 ຂອງຊຸມປີກ່ອນ. ໃນສະພາບການເຕີບໂຕຄືແນວນັ້ນ ແລະ ໃນສະພາບເສດຖະກິດໂລກ ແລະ ພາກພື້ນ ຊຸມໂຊມ, ການຄ້າທົ່ວໂລກຊຸດໂຊມ, ພື້ນຖານເສດຖະກິດຂອງຫວຽດນາມ ແມ່ນອີງໃສ່ສ່ວນຫລາຍຈາກເສດຖະກິດຕ່າງປະເທດ ສະນັ້ນ ລະດັບເຕີບໂຕ 6,79% ແມ່ນລະດັບປະທັບໃຈທີ່ສຸດ. ໃນສະພາບການນັ້ນ ໄພເງິນເຟີ້ຂອງ ຫວຽດນາມ ຍັງຄົງສືບຕໍ່ຮັກສາຢູ່ໃນລະດັບຕ່ຳສຸດໃນ 3 ປີມໍ່ມານີ້.”

ແຕ່ນີ້ຮອດທ້າຍປີ, ບັນດາກຳລັງຫນູນຕົ້ນຕໍໃນການເຕີບໂຕເສດຖະກິດ ສືບຕໍ່ແມ່ນວິສາຫະກິດພາກເອກະຊົນໃນບັນດາຂົງເຂດການຜະລິດ, ບັນດາຂະແຫນງປຸງແຕ່າງ, ປະດິດຄິດສ້າງ ແລະ ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ (FDI). ທ່ານ ດີງຕວນມີງ ຜູ້ຊ່ຽວຊານເສດຖະກິດໄດ້ໃຫ້ຂໍ້ສັງເກດວ່າ:

“ຢາກບັນລຸໄດ້ການເຕີບໂຕສູງ, ການເຕີບໂຕວ່ອງໄວ ຕ້ອງກະຕຸກຊຸກຍູ້ຄວາມຕ້ອງການຜ່ານການລົງທຶນ, ບັນດາບ້ວງກະຕຸກຊຸກຍູ້ສິນເຊື່ອຂອງລັດຖະບານ ແຕ່ຄວາມສ່ຽງໄພເງິນເຟີ້ອາດຈະເກີດຂຶ້ນ. ຖ້າບໍ່ມີມາດຕະການຄືແນວນັ້ນ ຕ້ອງສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປັບປຸບລັດວິສາຫະກິດ, ເພີ່ມລະດັບຄວາມໄວການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ດຶງດູດການລົງທຶນ.”

ມະຕິສູນກາງພັກຄັ້ງທີ 5 ຊຸດທີ 12 ຖືການພັດທະນາເສດຖະກິດພາກເອກະຊົນກາຍເປັນກຳລັງຫນູນສຳຄັນຂອງພື້ນຖານເສດຖະກິດຫວຽດນາມ. ຫວ່າງແລ້ວນີ້ ລັດຖະບານຢາກຫັນການພັດທະນາຂອງເສດຖະກິດພາກເອກະຊົນແມ່ນບາດກ້າວບຸກທະລຸໃນປີ 2019 ແລະ ຖືນີ້ ແມ່ນຈຸດສຸມ, ແມ່ນກຳລັງຫນູນສຳຄັນໃຫ້ແກ່ໄລຍະຈະມາເຖິງ. ກະຊວງແຜນການ ແລະ ການລົງທຶນ ໄດ້ເສນາທິການໃຫ້ລັດຖະບານ ປະກາດໃຊ້ມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດ. ພ້ອມກັນນັ້ນ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຕ້ອງປະຕິບັດບັນຫາຫລຸດຜ່ອນເງື່ອນໄຂ, ລະບຽບການ, ລາຍຈ່າຍໃຫ້ໄດ້ ເພື່ອຊ່ວຍວິສາຫະກິດເຄື່ອນໄຫວຢ່າງມີຄວາມສະດວກກວ່າ, ຍົກສູງກຳລັງແກ້ງແຍ້ງຂອງວິສາຫະກິດ ແລະ ພື້ນຖານເສດຖະກິດ. ຮອງສາດສະດາຈານ ປອ ໂຕຈູງແທ່ງ, ສັງກັດມະຫາວິທະຍາໄລເສດຖະກິດແຫ່ງຊາດ ຖືວ່າ:

ບັນດາບາດກ້າວບຸກທະລຸ ກ່ຽວກັບການປະຕິຮູບລະບຽບການບໍລິຫານ ຈະແມ່ນກຳລັງຫນູນໃຫຍ່ເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາ, ປະກອບສ່ວນຕັ້ງຫນ້າກວ່າໃຫ້ແກ່ການເຕີບໂຕເສດຖະກິດຫວຽດນາມ. ຮອງສາດສະດາຈານ ປອ ໂຕຈູງແທ່ງ ຖືວ່າ:

“ພວກເຮົາຕ້ອງມີມາດຕະການແກ້ໄຂຢ່າງຂຽວຂາດກວ່າ, ມີຄຸນນະພາບກວ່າເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ພິເສດແມ່ນພາກເອກະຊົນ. ຄວນມີການປັບປຸງລັກສະນະໂປ່ງໃສກ່ຽວກັບຂົງເຂດການເງິນທະນາຄານ, ສຳຫລວດກວດຄືນເລື່ອງບຸລິມະສິດວິສາຫະກິດ FDI ພິເສດສຳລັບວິສາຫະກິດ FDI ພັດທະນາຊັກຊ້າ ແລະ ຄວນມີການບຸລິມະສິດຫລາຍກວ່າໃຫ້ແກ່ວິສາຫະກິດ FDI ພັດທະນາ.”

ເຖິງວ່າ ຍັງມີສິ່ງທ້າທາຍຫລາຍຢ່າງກ່ຽວກັບບັນດາເປົ້າໝາຍເສດຖະກິດໃນປີນີ້, ນັ້ນແມ່ນພື້ນຖານເສດຖະກິດໂລກ ອາດຈະບໍ່ຮັກສາໄດ້ທ່າເຕີບໂຕຄືປີ 2018. ສະນັ້ນ ລັດຖະບານໄດ້ ແລະ ພວມມານະພະຍາຍາມຮັກສາ ແລະ ສ້າງສະຖຽນລະພາບມະຫາພາກ, ເຮັດໄດ້ຄືແນວນັ້ນ ບັນດານັກລົງທຶນຈຶ່ງມີຄວາມອຸ່ນອ່ຽນໃຈເພື່ອລົງທຶນ. ເມື່ອບັນດານັກລົງທຶນມີຄວາມເຊື່ອໝັ້ນ ແລະ ມີຄວາມອຸ່ນອ່ຽນໃຈຕໍ່ນະໂຍບາຍກໍ່ຄືສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ນັ້ນຈຶ່ງແມ່ນກຳລັງຫນູນເຕີບໂຕຂອງຫວຽດນາມ ນັບທັງໄລຍະສັ້ນກໍ່ຄືໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ