ສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕເພື່ອພັດທະນາແບບຍືນຍົງ

(vovworld) - ຜ່ານ​ໄລ​ຍະ​ຫຍຸ້ງ​ຍາກ​ໃນ​ສະ​ພາບ​ວິ​ກິດ​ການ​ຂອ​ງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ ແລະ ພາຍ​ໃນ​ປະ​ເທດ, ໂຄງ​ການ​ສ້າງ​​ໂຄງ​ປະ​ກອບພື້ນ​ຖານ​ເສດ​ຖະ​ກິດຫວຽດ​ນາມ ຄືນ​ໃໝ່​ໄລ​ຍະ 2011 – 2015 ບັນ​ລຸ​ໄດ້​ໝາກ​ຜົນ​ເບື້ອງ​ຕົ້ນ​ທີ່​ໜ້າ​ສ​ົ່ງ​ເສີມ. ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ແມ່ນ​ປະ​ຖົມ​ປັດ​ໃຈ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ໄລ​ຍະ 2016 – 2020. ບົດ​ຂຽນ “​ການ​ສ້າງ​​ໂຄງ​ປະ​ກອບພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ຂອງ ເກີມ​ຕູ໋ ແລະ ເຟືອງ​ທວາ, ນັກ​ຂ່າວ​ VOV.


ສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕເພື່ອພັດທະນາແບບຍືນຍົງ - ảnh 1
(ພາບ​ປະ​ກອບ)

ໂຄງ​ການ​ສ້າງ​​ໂຄງ​ປະ​ກອບພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່​ໄລ​ຍະ 2011 – 2015 ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ສ້າງ​ໂຄງ​ປະ​ກອ​ບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ການ​ເຕີ​ບ​ໂຕ. ພ້ອມ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ແມ່ນ​ສະ​ພາບ​​ລາ​ຄາ ແລະ ເງິ​ນ​ຕາ​ໄດ້​ຮັບ​ການ​ຮັກ​ສາ​​ໄວ້ເປັນ​ປົກ​ກະ​ຕິ, ໄພ​ເງິ​ນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ… ບົນ​ພື້ນ​ຖານ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ, ຫວຽດ​ນາມ ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ການສ້າງ​​ໂຄງ​ປະ​ກອບພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່​ໄລ​ຍະ 2016 – 2020, ຕາມນັ້ນ​ແລ້ວ ​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ເຖິງ​ການ​ຫັນ​ປ່ຽນ​ຮູບ​ແບບ​ກາ​ນ​ເຕີບ​ໂຕ​ຕາມ​ທິດ ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ເພີ່ມ​ລັກ​ສະ​ນະ​ແກ່ງ​ແຍ້ງ ກໍ​ຄື​ຍົກ​ສູງ​ທີ່​ຕັ້ງ​ທ່ວງ​ທ່າຂອງ​ຫວຽດ​ນາມ ບົນ​ເວ​ທີ​​ສາ​ກົນ. ຄາດ​ໝາຍ​ທຳ​ອິດ​ເຊິ່ງ​ໂຄງ​ການ​ໄດ້​ວາງ​ອອກ​ແມ່ນ​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ໃນ​ລະ​ດັບ​ເໝ​າ​ະ​ສົມ, ປະ​ກອ​ບ​ສ່ວນ​ຮັບ​ປະ​ກັນ​​ສະ​ຖຽນ​ລະ​ພາບ​ດ້ານເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ໝັ້ນ​ຄົງ; ​ຄວບ​ຄຸ້ມໄພ​ເງິນ​ເຟີ້​​ໃຫ້ຢູ່​ໃນ​ລະ​ດັບ​ຕ່ຳ ແລະ ສ້າງ​ພື້ນ​ຖານ​ມະ​ຫາ​ພາກ​​ຢ່າງ​ໝັ້ນ​ຄົງເຂັ້ມ​ແຂງ; ແກ້​ໄຂ​ບັນ​ດາ​ບັນ​ຫາຊີ​ວິດ​ສັງ​ຄົມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທ​ີ 14 ​ທີ່ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ, ມີ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ໄດ້​ຖື​ວ່າ: ເພື່ອ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ສຳ​ເລັດຜົນ ແມ່ນຕ້ອງ​ສ້າງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ສະ​ດວກ, ກະ​ຈາງ​ແຈ້ງ, ໂປ່ງ​​ໃສ. ທ່ານ​ນາງ ຫງວຽນ​ທິ​ແທງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂ​ວງ​ນິງ​ບິ່ງ, ໃຫ້​ຮູ້​ວ່າ.

        “ເມື່​ອ​ຕະ​ຫຼາດ​ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ຜະ​ລິດ​ສິນ​ຄ້າ​ແລ້ວ ວິ​ສາ​ຫະ​ກິດ​ຕ້ອ​ງ​ແມ່ນ​ເສົ້າ​ຄ​້ຳ, ແມ່ນ​ແກ່ນ​ສານ​ຂອງ​ການ​ຜ​ະ​ລິດ. ຈາກ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ຈະ​ດຶງ​ດູດ​ໄດ້​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ລົງ​ທຶນ​ຂອງ​ສັງ​ຄົມ, ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄວ້າໄດ​້ຕິດ​ພັນກັບບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ອົງ​ການ​ຜະ​ລິດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃໝ່ ຜະ​ລິດ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ. ສະ​ນັ້ນ, ຕ້ອງ​ປ່ຽນ​ໃໝ່​ຈີນ​ຕະ​ນາ​ການ​ໃນ​​ແຜນ​ການ​ດຳ​ເນີນ​ງານກ່ຽວ​ກັບ​ກະ​ສິ​ກຳ, ຊົນ​ນະ​ບົດ, ໃນ​ນັ້ນ​ລັດ​ສວນ​ບົດ​ບາດ​ນຳ​ພາ, ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ, ວິ​ທະ​ຍາ​ສາດ​ຮ່ວມ​ດຳ​ເນີນ, ຊາວ​ກະ​ສິ​ກອນ​ແມ່ນ​ເຈົ້າ​ຂອງ, ພັດ​ທະ​ນາ ແລະ ໜູ​ນ​ຊ່ວຍ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ກະ​ສິ​ກຳ”.

        ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຂອງ​ການ​ປະ​ຕິ​ຮູບ​ພື້ນ​ຖານ​ເສດ​ຖະ​ກິດ​ແມ່ນ​ປັບ​ປຸງ, ຍົກ​ສ​ູງ​ລະ​ດັ​ບ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ ຜ່ານ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ມີ​ມູນ​ຄ່າ​ເພີ່ມ​ສູງ. ເພື່ອ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້​ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ, ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ຕ້ອງ​ແກ້​ໄຂ​ສະ​ພາບ​ລົງ​ທຶນ​ແບບ​ກະ​ແຈກ​ກະ​ຈ​າຍ, ຂາດ​ການ​ເຊື່ອມ​ຕໍ່, ຟ​ູມ​ເຟືອຍ​ແຫຼ່ງ​ກຳ​ລັງ, ພ້ອມທັງ​ເສີ​ມ​ຂະ​ຫຍາຍ​ບົດ​ບາ​ດ, ລັກ​ສະ​ນະ​ເຊື່ອ​ມ​ຕໍ່​ຂອງ​ບາງ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ, ເຂດ​ເສດ​ຖະ​ກິດ. ທ່ານ ຈູ​ເລ​ເຈົາ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ລາຍ​ເຈ​ົ​າ, ໃຫ້​ຮູ້​ວ່າ.

        “ຍ​ົກ​ສ​ູງ​​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື, ຄາດ​ຄະ​ເນ​​ຢ່າງ​ໄວ, ຕັ້ງ​ໜ້າ​ຕໍ່​ການ​ຜັນ​ແປ​ຂອງ​ສະ​ພາບ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຊື່ອມ​ຕໍ່​ເຂດ​ຢ່າງ​ເຂັ້ມ​ງວດ, ກຳ​ກົດ​ແຈ້ງ​ຂົງ​ເຂດ​ຈຸດ​ສຸມ, ຂະ​ແໜງສິນ​ຄ້າ, ​ຜະ​ລິດ​ຕະ​ພັນຕົ້ນ​ຕໍ່​ທີ່​ມີ​ທ່າ​ໄດ້​ປຽບ, ມີ​ກຳ​ລັງ​ແຍ້ງ​ຢູ່​ພາຍ​ໃນ​ປະ​ເທດ, ພາກ​ພື້ນ ແລະ ສາ​ກົນ. ສະ​ເໜີ​ໃຫ້​ລັດ​ຖະ​ບານ​ສຸມ​ໃສ່​ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງ, ແຫຼ່ງ​ທຶນ​ເພື່ອ​ຮັບ​ປະ​ກັນ​ມີ​ແຫຼ່ງ​ທຶນ​ຢ່າ​ງ​ພຽງ​ພໍ ເພື່ອ​ຈັດ​ຕັ້ງປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ຈຸ​ດ​ສຸມ​​ໜ້າ​ທີ່ບຸ​ລິ​ມະ​ສິດ. ພັດ​ທະ​ນາເສດ​ຖະ​ກິດ​ຕິດ​ພັນກັບ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວ​ດ​ລ້ອມ​ໃຫ້​ກົມ​ກຽວໃຫ້​ເປັນ​ຢ່າງ​ດີ.”

        ພ້ອມ​ກັບ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ຄື​ໃນ​ປະ​ຈຸ​ບັນ​, ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄື​ນ​ໃໝ່​ໄລ​ຍະ 2016 – 2020 ຂອງ​ຫວຽດ​ນາມ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ປັບ​ປຸງ​​ທີ່​ຕັ້ງ​ແຫ່ງ​ຊາດ​ໃນ​ການ​ພົວ​ພັນ​ກັບ​ສາ​ກົນ. ທ່ານປະ​ລິຍ​າ​ເອກ ຫງວຽນ​ຈິ໋​ຮ໋ຽວ, ນັກ​ຊ່​ຽວ​ຊານ​ດ້ານ​ເສດ​ຖະ​ກິດ, ຖື​ວ່າ.

        “ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ຕ້ອງ​ຍົກ​ສ​ູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ມີ​ຄວາມ​ເຊື່ອ​ໃຈ, ຕີ​ລາ​ຄາ​ສ​ູງກວ່າ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ. ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​​ເມື່ອອີງ​ໃສ່​ຄະ​ແນນ​ໄວ້​ເນື້ອ​ເຊື່ອ​ໃຈ​ນີ້ ​ເຂົາ​ເຈົ້າ​ຈະ​ລົງ​ທຶນ​​ເຂົ້າ​ຫວຽດ​ນາມ ຫຼາຍກວ່າ. ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຢ່າງ​ແທ້​ຈິງ, ຍົກ​ສ​ູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ເພີ່ມ​ລັກ​ສະ​ນະ​ແກ່ງ​ແຍ້ງ, ເພີ່ມ​ຄະ​ແນນ​ໄວ້​ເຊື້ອ​ເຊື່ອ​ໃຈ​ຂອງ​ຫວຽດ​ນາມ ບົນ​ເວ​ທີ​ປາ​ໄສ​ສາ​ກົນ”.

        ເພື່ອສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ, ຫວຽດ​ນາມ ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ດວກ, ກະ​ຈ່າງ​ແຈ້ງ, ໂປ່ງ​​ໃສ ເພື່ອ​ໃຫ້​ວິ​ສາ​ຫ​ະ​ກິດ ແລະ ປະ​ຊາ​ຊົນ​ພ້ອມ​ແລ້ວ​ທີ່​ຈະ​ລົງ​ທຶນ​ຢ່າງ​ປອດ​ໄພ, ມີ​ປະ​ສິດ​ທິ​ຜົນ. ຄຽງ​ຂ້າງນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງໆ​ຕ້ອງ​ສຸມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕ​ີບ​ໂຕ​ຕາມ​ທິດ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ