ຫັນເປັນອາຊີບເພື່ອຍົກສູງກຳລັງແກ່ງແຍ້ງໃຫ້ແກ່ການທ່ອງທ່ຽວຫວຽດນາມ

(VOVWORLD) -ໃນຊຸມປີມໍ່ໆມານີ້, ການທ່ອງທ່ຽວຂອງຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນ, ຈາກດ້ານພື້ນຖານໂຄງລ່າງ, ຜະລິດຕະພັນທ່ອງທ່ຽວ ຕະຫຼອດເຖິງຄຸນນະພາບການຮັບໃຊ້. ເຖິງຢ່າງໃດກໍ່ຕາມ, ເພື່ອພັດທະນາແບບຍືນຍົງ, ຂະແໜງທ່ອງທ່ຽວຫວຽດນາມ ພວມປັບປຸງຄຸນນະພາບຜະລິດຕະພັນທ່ອງທ່ຽວໃຫ້ສົມບູນແບບເທື່ອລະກ້າວ, ຈາກນັ້ນ, ຍົກສູງກຳລັງແກ່ງແຍ້ງ, ສ້າງຄວາມດູດດື່ມ, ດຶງດູດນັກທ່ອງທ່ຽວ ແລະ ຢືນຢັນເຄື່ອງໝາຍການຄ້າຈຸດນັດພົບຫວຽດນາມ.
ຫັນເປັນອາຊີບເພື່ອຍົກສູງກຳລັງແກ່ງແຍ້ງໃຫ້ແກ່ການທ່ອງທ່ຽວຫວຽດນາມ - ảnh 1 (ພາບປະກອບອີນເຕີແນັດ)

ໄລ່ຮອດທ້າຍເດືອນ ກັນຍາ 2017, ໄດ້ມີນັກທ່ອງທ່ຽວສາກົນ 9,5 ລ້ານເທື່ອຄົນມາຫວຽດນາມ, ເພີ່ມຂຶ້ນກວ່າ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ສະເພາະໃນເດືອນກັນຍາ, ຈຳນວນນັກທ່ອງທ່ຽວມາຫວຽດນາມ ບັນລຸເກືອບ 1 ລ້ານເທື່ອຄົນ, ໃນເດືອນກັນຍາ ຈຳນວນນັກທ່ອງທ່ຽວພາຍໃນປະເທດບັນລຸເກືອບ 58 ລ້ານເທື່ອຄົນ. ຍອດລາຍຮັບຈາກການບໍລິການທ່ອງທ່ຽວຄາດວ່າບັນລຸ 376.000 ຕື້ດົ່ງ. ດ້ວຍຄວາມມານະພະຍາຍາມສົ່ງເສີມ, ໂຄສະນາການທ່ອງທ່ຽວຢູ່ບັນດາຕະຫຼາດຈຸດສຸມ, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ໃນຊຸມເດືອນທ້າຍປີ ໄດ້ຮັບຄວາມຫວັງວ່າຈະສືບຕໍ່ເຕີບໂຕຢ່າງແຮງ, ປະກອບສ່ວນປະຕິບັດສຳເລັດຄາດໝາຍເຕີບໂຕ 30% ໃນປີ 2017 ຂອງຂະແໜງທ່ອງທ່ຽວ.

        ຕາມທຳມະດາ, ແຕ່ເດືອນ ກໍລະກົດ ຫາເດືອນ ກັນຍາ ໃນແຕ່ລະປີ, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ບໍ່ຫຼາຍ, ແຕ່ປີນີ້ພັດເພີ່ມຂຶ້ນຢ່າງແຮງ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ຫວຽດນາມ ພວມແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກທ່ອງທ່ຽວສາກົນ. ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຖືວ່າ.

        “ຂະແໜງທ່ອງທ່ຽວຫວຽດນາມ ພັດທະນາບໍ່ທັນໝັ້ນຄົງເທື່ອ, ການເຕີບໂຕເຖິງວ່າສູງ ແຕ່ຂະແໜງທ່ອງທ່ຽວຂອງຫວຽດນາມ ຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ ຍ້ອນກຳລັງແກ່ງແຍ້ງບໍ່ທັນໄດ້ຮັບການປັບປຸງຫຼາຍ. ຕາມການຕີລາຄາຂອງເວທີປາໄສເສດຖະກິດໂລກ ໄລຍະ 2015 – 2017, ກຳລັງແກ່ງແຍ້ງຂອງຂະແໜງທ່ອງທ່ຽວຫວຽດນາມ ເພີ່ມຂຶ້ນ 8 ຂັ້ນ ແຕ່ຍັງນອນຢູ່ໃນກຸ່ມປານກາງ, ຢືນອັນດັບທີ 67/136 ພື້ນຖານເສດຖະກິດ. ສິ່ງກີດຂວາງໃຫຍ່ທີ່ສຸດແມ່ນຄຸນນະພາບພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ລາຍຈ່າຍຂອງລັດຖະບານໃຫ້ແກ່ຂະແໜງທ່ອງທ່ຽວ, ຕົວເລກກ່ຽວກັບວີຊາ ເຂົ້າເມືອງແມ່ນຕ່ຳທີ່ສຸດໃນອາຊຽນ”.

        ບັນດານັກຊ່ຽວຊານດ້ານການທ່ອງທ່ຽວຖືວ່າ, ເພື່ອຍົກສູງກຳລັງແກ່ງແຍ້ງ ຕ້ອງຫັນເປັນອາຊີບຢູ່ທຸກຂອດ, ບໍ່ພຽງແຕ່ຢູ່ບັນດາຂອດເຊິ່ງຂະແໜງທ່ອງທ່ຽວຄວບຄຸມເທົ່ານັ້ນ. ນັກທ່ອງທ່ຽວສາກົນເມື່ອເຂົ້າຫວຽດນາມ ຕ້ອງຂໍ້ວີຊາ, ຫຼັກຈາກນັ້ນແມ່ນການບິນ, ເຂົ້າເມືອງ, ຂົນສົ່ງ… ສະນັ້ນ, ຖ້າຢາກຫັນເປັນອາຊີບ, ທຸກຂອດນັ້ນຕ້ອງສ້າງໃຫ້ຄົບຊຸດ. ທ່ານນາງ ເຈືອງທິຮົ່ງແຮ້ງ, ຮອງຫົວໜ້າພະແນກທ່ອງທ່ຽວ ດ່ານັ້ງ, ຖືວ່າ.

        “ຄວນຍົກສູງສະຕິຄວາມຮັບຮູ້ກ່ຽວກັບການຫັນເປັນອາຊີບດ້ານການທ່ອງທ່ຽວໃນທຸກຂົງເຂດ ຈາກຜູ້ເສາະຂາຍເຄື່ອງຕາມຫົນທາງ, ຂັບລົດ 3 ລໍ້, ບັນດາຜູ້ທຳອິດຮັບໃຊ້ນັກທ່ອງທ່ຽວ, ເຖິງວ່າ ບັນດາອົງການ, ຄະນະ, ຂະແໜງການຂອງລັດ. ສະເພາະຂະແໜງທ່ອງທ່ຽວພຽງມານະພະຍາຍາມແມ່ນຍັງບໍ່ທັນພຽງພໍ. ຕ້ອງມີຄວາມຮັບຮູ້ຈາກຂັ້ນເທິງ ຕະຫຼອດເຖິງບັນດາພາກສ່ວນເຂົ້າຮ່ວມການຮັບໃຊ້ການທ່ອງທ່ຽວ, ກຳລັງປ້ອງກັນຄວາມສະຫງົບຢູ່ສະໜາມບິນ ຈຶ່ງສາມາດສ້າງຄວາມຄົບຊຸດໄດ້”.

        ປີ 2016, ເຖິງວ່າ ກຳລັງແກ່ງແຍ້ງຂອງຂະແໜງທ່ອງທ່ຽວຫວຽດນາມ ໄດ້ຢືນອັນດັບທີ 67/136 ປະເທດ, ເພີ່ມຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ 2015 ກໍຕາມ, ແຕ່ຂະແໜງທ່ອງທ່ຽວຫວຽດນາມ ຍັງມີຫຼາຍບັນຫາຕ້ອງສ້າງໃຫ້ສຳເລັດ. ໃນນັ້ນ, ຂະແໜງທ່ອງທ່ຽວຕ້ອງມີບັນດາມາດຕະການແກ້ໄຂຢ່າງຄົບຊຸດ ແລະ ສະຖຽນລະພາບ, ເອົາໃຈໃສ່ເຖິງວຽກງານໂຄສະນາສົ່ງເສີມກວ່າອີກ. ທ່ານ ເຈີ່ນຈ້ອງກຽນ, ປະທານກຸ່ມບໍລິສັດ ທຽນມິງ, ຖືວ່າ.

        “ສ້າງສະພາສົ່ງເສີມການໂຄສະນາດ້ານການທ່ອງທ່ຽວຫວຽດນາມ ຕາມຮູບແບບສາກົນ, ສົມທົບກັບບັນດາແຫຼ່ງກຳລັງຂອງບັນດາວິສາຫະກິດພາກເອກະຊົນ ແລະ ພາກລັດ ພ້ອມກັນສ້າງສານຢ່າງຈະແຈ້ງສຳລັບແຕ່ລະຕະຫຼາດ ແລະ ພັດທະນາຢ່າງມີປະສິດທິຜົນ. ພວກເຮົາຈັດແບ່ງກຸ່ມບັນດາຕະຫຼາດສຳຄັນ, ມີບັນດາຂໍ້ມູນຂ່າວຢ່າງຈະແຈ້ງ, ມີບັນດາຜະລິດຕະພັນຂອງພວກເຮົາສົ່ງໄປຂາຍຢູ່ຕະຫຼາດນັ້ນ ແລະ ຊອກຫາຊ່ອງທີ່ມີປະສິດທິຜົນທີ່ສຸດໃຫ້ແກ່ການໂຄສະນາ ແລະ ສົ່ງເສີມ…”

        ປະຈຸບັນ, ທ້ອງຖິ່ນຕ່າງໆມີສະຖານທີ່ທ່ອງທ່ຽວ ໄດ້ມີການຫັນປ່ຽນໃນວຽກງານຄຸ້ມຄອງ, ສ້າງສະພາບແວດລ້ອມແຫ່ງຂຽວ, ສະອາດ, ໃກ້ຊິດສະໜິດສະໜົມ ເພື່ອດຶງດູດນັກທ່ອງທ່ຽວ; ບັນດາຜະລິດຕະພັນດ້ານການທ່ອງທ່ຽວບໍ່ພຽງແຕ່ໃນຮູບແບບບຳລຸງສຸຂະພາບເທົ່ານັ້ນ ຫາກເປີດກວ້າງໄປສູ່ການຊອກຮູ້ວັດທະນະທຳ, ປະຫວັດສາດທີ່ເປັນມູນເຊື້ອ, ກອງປະຊຸມ, ກອງປະຊຸມສຳມະນາ… ຄຽງຂ້າງນັ້ນ, ບັນດາເຂດລະຫຼິ້ນ ແລະ ພັກຜ່ອນບຳລຸງສະຂະພາບທີ່ມີຂອບຂະໜາດໃຫຍ່ພວມຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ທ້ອງຖິ່ນອື່ນໆ ກໍຊີ້ໃຫ້ເຫັນວ່າ, ຂະແໜງທ່ອງທ່ຽວຫວຽດນາມ ພວມໄປທັນກັບທ່າອ່ຽງສາກົນ. ຄວາມສາມາດແກ່ງແຍ້ງໄດ້ຮັບການເພີ່ມທະວີເທື່ອລະກກ້າວ, ປະກອບສ່ວນຢືນຢັນເຄື່ອງໝາຍການຄ້າດ້ານການທ່ອງທ່ຽວຫວຽດນາມ ຕາມທິດມີຄຸນນະພາບສູງ, ຫັນເປັນອາຊີບ, ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ