ຫວຽດນາມສືບຕໍ່ແມ່ນສະຖານທີ່ລົງທຶນທີ່ດູດື່ມ

(vovworld) - ຫວຽດ​ນາມ ບັນ​ລຸ​ໄດ້​ລະ​ດັບ​ສະ​ຖິ​ຕິ 15,8 ຕື້ USD ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ຍ້ອນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດມີ​ການ​ປັບ​ປຸງ​ຫຼາຍ​ຢ່າງ​ໃນ​ປີ 2016. ປີ 2017, ຫວຽດ​ນາມ ສືບ​ຕໍ່​ກາຍ​ເປັນ​ສະ​ຖານ​ທີ່​ລົງ​ທຶນ​ທີ່່​​ດ​ູດ​ດື່ມ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ໃນ​ໂລກ, ຍ້ອນ​ບັນ​ດາ​ປັດ​ໃຈ​ຕັ້ງ​ໜ້າ​ຄື: ກາ​ລະ​ໂອ​ກາດ​ໃນ​ວິ​ວັດ​​ການ​ເຊື່ອມ​ໂຍງ​ເຂ​ົ້າ​ກັບ​ສາ​ກົນ ກໍ່​ຄື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ບົດ​ຂຽນ “ຫວຽ​ດ​ນາມ ສືບ​ຕໍ່​ແມ່ນ​ສະ​ຖານ​ທ​ີ່​​ລົງ​ທຶທີ່​ດູດ​ດື່ມ” ຂອງ​ເກີມ​ຕູ໋, ນັກ​ຂ່າ​ວ VOV.

ຫວຽດນາມສືບຕໍ່ແມ່ນສະຖານທີ່ລົງທຶນທີ່ດູດື່ມ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

ໃນ 2 ເດືອນ​ຕົ້ນ​ປີ 2017, ຈຳ​ນວນ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ບັນ​ລຸ​ໄດ້​ລະ​ດັບ​ສະ​ຖິ​ຕິ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016 ນັບ​ທັງ​ທາງ​ດ້ານ​ຈຳ​ນວນ​ໂຄງ​ການ​ສະ​ໜອງ​ໃໝ່, ຈຳ​ນວນ​ທຶນ​ຈົດ​ທະ​ບຽນ ແລະ ການປ່ອຍ​ເງິນ. ຕາມ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ແລ້ວ, ທົ່ວ​ປະ​ເທດ​ມີກວ່າ 1.100 ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຈົດ​ທະ​ບຽນ​ໃໝ່, ເພີ່ມ​​ຕື່ມ ແລ​ະ ປະ​ກອບ​​ທຶນຊື້​ຫຸ້ນ​ດ້ວຍຍອດ​ຈຳ​ນວນ​ທຶນບັນ​ລຸ 3,4 ຕື້ USD. ການ​ປ່ອຍ​ເງິ​ນ​ຄາດ​ວ່າ​ບັນ​ລຸ 1,55 ຕື້ USD. ທ່ານ Ryu Hang Ha, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ສ.ເກົາ​ຫ​ຼີ ປະ​ຈຳ​ຫວຽດ​ນາມ ຕີ​ລາ​ຄາ​ວ່າ, ຫວຽດ​ນາມ ພວ​ມມີ​ບັນ​ດາ​ການ​ປະ​ຕິ​ຮູບຢ່າງ​ແຮງ​​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​​ດຳ​ເນີນ​ທຸ​ລະ​ກິດ ກໍ​ຄື​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ນີ້​ແມ່ນ​ບັນ​ດາ​ປັດ​ໃຈ​ພື້ນ​ຖານ​ເພື່ອ​ໃຫ້​ຫວຽດ​ນາມ ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ແຮງ.

        “ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ຮັກ​ສາ​ໄດ້​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ລັດ​ຖະ​ບານ​​ຊຸດ​ໃໝ່​ພວມ​ມີ​ບັນ​ດາ​ການ​ກ​ະ​ທຳ​ຢ່າງ​ແຮງ ແລະ ການ​ປະ​ຕິ​ຮູບ​ຢ່າງ​ຕັ້ງ​ໜ​້າ ເພື່ອ​ແນ​ໃສ່​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ ກ​ໍ​ຄື​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການລົງ​ໂທດ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີ​ນ​ທຸ​ລະ​ກິດ​ທີ່​ສະ​ດວກ​ກວ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ຫວຽດ​ນາມ ແມ່ນ​ປະ​ເທດ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫຼາຍ​ສະ​ບັບ​ທີ່​ສຸດ​ໃນ​ພາ​ກ​ພື້ນ​ອາ​ຊີ​, ຈະ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ຢູ່​ຫວຽດ​ນາມ ຈະ​ໄດ້​​ຊົມ​ໃຊ້​ບັນ​ດາ​​ອັດ​ຕາ​ພາ​ສີ​ນ​ຳ​ເຂົ້າ​, ສົ່ງ​ອອກສຳລັບ​ສິນ​ຄ້າ​​​ທີ່ດີ​ທີ່​ສຸດ”.

        ເລື່ອງ​ອາ​ເມ​ລິ​ກາ ​ຖະ​ແຫຼງວ່າບໍ່​ຮັບ​ຮອງ​ເອົາ​ສັນ​ຍາ​ຄ​ູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປ​າ​ຊີ​ຟິກ (TPP) ກໍ່​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ນັກ​ລົງ​ທຶນ​ເຂົ້​າ​ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ມີ​ກາ​ລ​ະ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ​ຫຼາຍ​ຢູ່ ຍ້ອນສັນ​ຍາ​ການ​ຄ້າ​ເສ​ລີ 16 ສະ​ບັບ​ໄດ້ ແລະ ພວມ​​ເຈ​ລະ​ຈາ. ​ເມື່ອຕີ​ລາ​ຄາ​ກ່ຽວ​ກັບ​ແງ່​ຫວັງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຫຼາຍ​ແຫ່ງກໍ່​ຍົກ​ອອກ​ບັນ​ດາ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ. ທ່ານ Sebatstian Eckardt, ນ​ັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ທະ​ນາ​ຄານ​ໂລກ​ ໃຫ້​ຂ​ໍ້​ສັງ​ເກດ​ວ່າ: ຫວຽດ​ນາມ ໄດ​້​ມີ​ບັນ​ດາ​ບາດ​ກ້າວ​​ເດີນຢ່າງ​ໝັ້ນ​ຄົງ, ​ມີ​ຄວາມມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ປອດ​ໄສ ແລະ ໄດ້​ມີ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຫວຽດ​ນາມ ກໍ່​ມີ​ບັນ​ດາ​ການ​ກຳ​ນົດ​ທິດ​ຢ່າງ​ຈະ​ແຈ້ງ ແລະ ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຂົ້າ​ໃນ​ການ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຈາກນັ້ນ​ສ້າງ​ການ​ປ່ຽນ​ແປງ​​ຢ່າງ​ໜ້າ​ອັດ​ສະ​ຈັນ ທ່ານ Sebatstian Eckardt ກໍ່​ຖື​ວ່າ: ດ້ວຍ​ນະ​ໂຍ​ບາຍ​ດັ່ງ​ກ່າວ, ຫວຽດ​ນາມ ຈະ​ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນ​ປະ​ຈ​ຸ​ບັນ ແລະ ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

        ພ້ອມ​ກັບ​ການ​ຍາດ​ແຍ່ງ​ເອົາ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່, ລັດ​ຖະ​ບານ​ຫວຽດ​ນາມ ກໍ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ເປັນ​ຢ່າງ​ສູງ ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປ​ັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ນະ​ໂຍ​ບາຍ​ຢ່າງ​ລະ​ອຽດ. ໃນ​ນັ້ນ, ສືບ​ຕໍ່​​ການປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ແກ​້​ໄຂ​ຕົ້ນ​ຕໍ​ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ ​ໂດຍກຳ​ນົດ​ທິດ​ຮອດ​ປີ 2020. ພ້ອມ​ກັນ​ນັ້ນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສະ​ບັບ​ປັບ​ປຸງ ແລະ ເພີ່ມ​ເຕີ່ມ​ໄດ້​​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 01/01/2017 ເປັນ​ຕົ້ນ​ມາ. ບັນ​ດາ​ນະ​ໂຍ​ບາຍ ແລະ ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ລະ​ອຽດ​ດັ່ງ​ກ່າວ ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ເຖິງ​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ. ທ່ານ ຫງວຽນ​ວັນ​ຕ່​ວານ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຕ່າງ​ປະ​ເທດ, ຖື​ວ່າ.

        “ການ​ລົງ​ທຶນ​​ຈາກຕ່າງ​ປະ​ເທດ​ໃນ​ປີ 2017 ເຖິງວ່າບໍ່​ມີ TPP ແຕ່​ກໍ່ຍັງ​ມີ​ບັນ​ດາ​ສັນ​ຍານ​ທີ່​ໜ້າ​ປະ​ທັບ​ໃຈ. ນອກ​ຈາກ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ສ.ເກົາ​ຫຼີ, ຍີ່​ປຸ່ນ, ສິງ​ກະ​ໂປ, ຈີນ… ແລ້ວ, ພວກ​ເຮົາ​ຍັງ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ​ທີ່​ມາ​ຈາກ​ເອີ​ລົບ ອີກ​ດ້ວຍ​. ເອ​ີ​ລົບ ກໍ່​ພວມ​ນຳ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ 2 ຝ່າຍ, ຫຼາຍ​ຝ່າຍ​ທີ່​ໄດ້​ລົງ​ນາມ​ແລ້ວ​ເພື່ອ​ທົດ​ແທນຄວາມ​ເສຍ​ຫາຍ ​ເມື່ອ​ອັງ​ກິດ ​ຖອນ​ອອກ​ຈາກ​ອີ​ຢູ, ສະ​ນັ້ນ, ຂ້າ​ພະ​ເຂົ້າ​ຄິດ​ວ່າ​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ - ອີ​ຢູ ຈະ​ມີ​ຄ​ວາມ​ສະ​ດວກກວ່າ. ຢາກ​ເຮັດໄດ້​​ສິ່ງ​ດັ່ງກ່າວ​, ພວກ​ເຮົາ​ຕ້ອງ​ສ້​າງ​​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ໃຫ້​ເປັນ​ຢ່າງ​ດີ, ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ກົດ​ໝາຍ, ​ມີລັກ​ສະ​ນະ​ກະ​ຈ່າງ​ແຈ້ງ, ​ມີ​ສິດຊັບ​ສິນ​ທາງ​ປັນ​ຍາ”.

        ດ້ວຍ​ບັນ​ດາ​ສັນ​ຍາ​ການ​ຄ້າ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ, ພ້ອມ​ກັບ​ທ່າ​ໄດ້​ປຽບ​​ແກ່ງ​ແຍ້ງຫຼາຍ​ຢ່າງ​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ຫວຽດ​ນາມ ພວມ​ມີ​ທ່າ​ແຮງ​ເພື່ອ​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດ​ູດ​ດື່ມ, ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ. ປີ 2017, ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປ​ະ​ເທດ​ທີ່​ໄດ້​ຈົ​ດ​ທະ​ບຽນ ແລະ ທຶນ​ປະ​ຕິ​ບັດ​ ຄາດ​ຄະ​ເນ​ວ່າ​ ຈະ​ເພີ່ມ​ຂຶ້ນ​ແຕ່ 10 – 12% ເມື່ອ​ທຽບ​ໃສ່​ປີ 2016. ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ ແລະ ທ່າ​​ໄດ້​ປຽບ​ດັ່ງ​ກ່າວ​ໃຫ້​ເປັນ​ຢ່າງ​ດີ, ຫວຽດ​ນາມ ຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ຄຸນ​ນະ​ພາບ​ຂອງ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ພ້ອ​ມ​ທັງ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ຂອງ​ບັ​ນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ໃນ​ລະ​ບົບ​ສະ​ໜອງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ