ຮູບແບບ “ທົ່ງນາອ້ອມຮອບດ້ວຍດອກໄມ້” ປະກອບສ່ວນເຂົ້າໃນການຜະລິດກະສິກຳແບບຍືນຍົງ

(VOVWORLD) -ຮູບແບບ “ທົ່ງນາອ້ອມຮອບດ້ວຍດອກໄມ້” ແມ່ນຮູບແບບການປູກຝັງໃໝ່ໄດ້ນຳໃຊ້ຢູ່ສະຫະກອນ ອານຍືດ, ເມືອງ ລອງດ່ຽນ, ແຂວງ ບ່າເຣ້ຍ - ວູງເຕົ່າ. ດ້ວຍການປູກຝັງທົດລອງໃນເນື້ອທີ່ 10 ເຮັກຕາ, ຊາວກະສິກອນໄດ້ປູກດອກໄມ້ຫຼາຍຊະນິດຢູ່ອ້ອມຮອບເນື້ອທີ່ນາເພື່ອຊັກຊວນແມງໄມ້ທີ່ມີປະໂຫຍດມາດູດເອົາເກສອນ, ຂະຫຍາຍພັນ, ປະກອບສ່ວນຫຼຸດຜ່ອນສັດຕູພືດເພື່ອປ້ອງກັນຕົ້ນເຂົ້າ, ປົກປັກຮັກສາສິ່ງແວດລ້ອມ, ຍົກສູງລາຍຮັບໃນເນື້ອທີ່ນາ. ບົດຂຽນຂອງ ລິວເຊີນ, ນັກຂ່າວ VOV.

ຮູບແບບ “ທົ່ງນາອ້ອມຮອບດ້ວຍດອກໄມ້” ປະກອບສ່ວນເຂົ້າໃນການຜະລິດກະສິກຳແບບຍືນຍົງ - ảnh 1 ຮູບແບບ “ທົ່ງນາອ້ອມຮອບດ້ວຍດອກໄມ້”

(ພາບອີນເຕີແນັດ)

ຮູບແບບ “ທົ່ງນາອ້ອມຮອບດ້ວຍດອກໄມ້” ນອນໃນໂຄງການ “ຄຸ້ມຄອງໂລກລະບາດລວມໃນຕົ້ນເຂົ້າດ້ວຍເຕັກໂນໂລຊີຊີວະພາບ” ໂດຍສະຖາບັນຄົ້ນຄວ້າຕົ້ນເຂົ້າສາກົນ (IRRI) ຜັນຂະຫຍາຍທົດລອງຄັ້ງທຳອິດໃນລະດູການຜະລິດເຂົ້າລະດູໜາວຕໍ່ລະດູບານໃໝ່ 2009 – 2010 ຢູ່ 2 ເມືອງ ລາຍໄກ້ ແລະ ກ໋າຍແບ່, ແຂວງ ຕ່ຽນຢາງ. ຮູບແບບມີ 2 ຄາດໝາຍຕົ້ນຕໍນັ້ນແມ່ນເພີ່ມລະບົບພືດມີດອກໄມ້ຢູ່ອ້ອມຮອບທົ່ງນາ ແລະ ຢຸດຕິການນຳໃຊ້ຢາຂ້າສັດຕູພືດໄລຍະເບື້ອງຕົ້ນຂອງຕົ້ນເຂົ້າ. ຈາກນັ້ນ, ຊ່ວຍເພີ່ມກຳລັງຄວາມຕ້ານທານໃຫ້ລະບົບຊີວະທົ່ງນາ ແລະ ຊ່ວຍໃຫ້ປະຊາຊົນຫຼຸດຜ່ອນການນຳໃຊ້ຢາຂ້າສັດຕູພືດໃນການຜະລິດ. ເຂົ້າຮ່ວມຮູບແບບດັ່ງກ່າວ, ຊາວກະສິກອນໃນເຂດໄດ້ຮັບການແນະນຳປູກດອກໄມ້ຫຼາຍຊະນິດຢູ່ອ້ອມຮອບທົ່ງນາ. ໝາກຜົນບັນລຸໄດ້ ໂດຍໄລ່ໃນແຕ່ລະເຮັກຕາ ແມ່ນປະຢັດເງິນຊື້ຢາຂ້າສັດຕູພືດເຖິງ 500.000 ດົ່ງ.

ປະຈຸບັນ, ໂຄງການດັ່ງກ່າວພວມໄດ້ນຳໃຊ້ຢູ່ແຂວງ ບ່າເຣ້ຍ - ວູງເຕົ່າ. ຊາວກະສິກອນຫຼາຍຄົນຢູ່ທີ່ນີ້ໃຫ້ຮູ້ວ່າ: ທົ່ງນາເກືອບຄືວ່າບໍ່ຕ້ອງນຳໃຊ້ຢາຂ້າສັດຕູພືດ ຫາກສະມັດຕະພາບອາດສາມາດບັນລຸໄດ້ກວ່າ 6 ໂຕນ/ເຮັກຕາ ໃນລະດູການເກັບກ່ຽວ ລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນ. ສ່ວນລະດູໜາວຕໍ່ລະດູບານໃໝ່ ອາດສາມາດບັນລຸກວ່າ 7 ໂຕນ/ເຮັກຕາ, ເພີ່ມຂຶ້ນເກືອບ 1 ໂຕນ/ເຮັກຕາ ເມື່ອທຽບໃສ່ການປູກເຂົ້າທຳມະດາ. ທ່ານ ຫງວຽນຮິວຊາງ, ຊາວກະສິກອນ, ສະມາຊິກສະຫະກອນຕາແສງ ອານຍືດ, ໃຫ້ຮູ້ວ່າ.

“ຜົນປະໂຫຍດໃນເບື້ອງຕົ້ນແມ່ນເຮົາບໍ່ຕ້ອງເສຍເງິນເພື່ອປູກດອກໄມ້, ທີ່ 2 ແມ່ນໄດ້ຮັບການໜູນຊ່ວຍແຫຼ່ງເງິນເພື່ອປະຕິບັດ, ຊ່ວຍໃຫ້ພໍ່ແມ່ຊາວກະສິກອນ, ສະມາຊິກສະຫະກອນປະຕິບັດຕາມມາດຕະການວິທະຍາສາດໃໝ່, ນີ້ແມ່ນຮູບແບບທີ່ແທດຈິງໃຫ້ແກ່ທົ່ງນາ, ຍ້ອນບໍ່ມີສັດຕູພືດ.”

ບົດຮຽນຂອງຊາວກະສິກອນເມື່ອເຂົ້າຮ່ວມຮູບແບບນີ້ແມ່ນ: ປູກດອກໄມ້ສີຂາວ ແລະ ສີເຫຼືອງ ເພື່ອມີເກສອນຫຼາຍກວ່າ ແລະ ດຶງດູດແມງໄມ້ມີຜົນປະໂຫຍດຫຼາຍກວ່າ ເພື່ອຂ້າສັດຕູພືດຊະນິດຕ່າງໆ. ທ່ານ ເຈີນແທງຫາຍ, ຊາວກະສິກອນຕາແສງ ອານຍືດ, ເມືອງລອງດ່ຽນ, ໃຫ້ຮູ້ວ່າ.

“ທົ່ງນາບໍ່ເຫັນມີສັດຕູພືດ, ຢູ່ທາງນອກມີສັດຕູພືດຫຼາຍ, ຢູ່ບ່ອນປູກດອກໄມ້ບໍ່ເຫັນມີສັດຕູພືດ ຄືດັ່ງພວກມັນເຂົ້າດູດເອົາເກສອນຂອງດອກໄມ້, ເຮັດໄດ້ຄືແນວນັ້ນ ເຈົ້າຂອງທົ່ງນາດີໃຈຫຼາຍ ຍ້ອນໄດ້ຮັບຜົນປະໂຫຍດ”.

ທ່ານນາງ ເຈີນທິທຽນເຮືອງ, ຫົວໜ້າພະແນກກະສິກຳ, ສູນສົ່ງເສີມກະສິກອນ - ສົ່ງເສີມການປະມົງແຂວງ ບ່າເຣ້ຍ - ວູງເຕົ່າ ຕີລາຄາວ່າ: ການນຳໃຊ້ຮູບແບບດັ່ງກ່າວຈະຊ່ວຍຫຼຸດຜ່ອນມົນລະພິດຕໍ່ສິ່ງແວດລ້ອມ, ສ້າງຄວາມດຸ່ນດ່ຽງທາງດ້ານຊີວະພາບຢູ່ທົ່ງນາ ແລະ ຍັງຊ່ວຍໃຫ້ຊາວກະສິກອນຮັກສາສຸຂະພາບ, ຍົກສູງລະດັບເຕັກນິກ, ໂດຍສະເພາະແມ່ນໃນການຄວບຄຸມສັດຕູພືດຢູ່ຕາມທົ່ງນາ. ນີ້ແມ່ນຮູບແບບໃໝ່ມີແງ່ຫວັງຫຼາຍຢ່າງ, ເໝາະສົມກັບການພັດທະນາພື້ນຖານກະສິກຳແບບຍືນຍົງ. ທ່ານນາງ ເຈີນທິທຽນເຮືອງ, ໃຫ້ຮູ້ຕື່ມອີກວ່າ.

“ສຳລັບຮູບແບບປູກດອກໄມ້ອ້ອມຮອບທົ່ງນາ, ນີ້ແມ່ນຮູບແບບເຊິ່ງພໍ່ແມ່ຊາວກະສິກອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ນຳໃຊ້ຫຼາຍ, ຖ້າຫາກພໍ່ແມ່ປະຊາຊົນຮັບຮອງ ແລະ ນຳໃຊ້, ສິ່ງດັ່ງກ່າວຈະສ້າງສະພາບແວດລ້ອມຊີວະພາບທີ່ດີ, ກໍ່ຄືຫຼຸດຜ່ອນບັນຫາກ່ຽວກັບສັດຕູພືດຢູ່ຕົ້ນເຂົ້າ, ຈາກນັ້ນຫຼຸດຜ່ອນການນຳໃຊ້ຢາຂ້າສັດຕູພືດ ແລະ ຄຸນນະພາບຜະລິດຕະພັນກໍ່ຈະດີກວ່າ”.

ຮູບແບບ “ທົ່ງນາອ້ອມຮອບດ້ວຍດອກໄມ້” ຈະສ້າງບາດກ້າວບຸກທະລຸໃຫ້ໂຄງການສ້າງທົ່ງນາຄືນໃໝ່ ຕາມທິດພັດທະນາປະຊາຄົມຢູ່ແຂວງ ບ່າເຣ້ຍ - ວູງເຕົ່າ… ຈຳກັດການນຳໃຊ້ຢາຂ້າສັດຕູພືດ, ປະກອບສ່ວນຮັກສາສິ່ງແວດລ້ອມທຳມະຊາດ ເພື່ອແນໃສ່ພັດທະນາກະສິກຳແບບຍືນຍົງ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ, ນີ້ແມ່ນຮູບແບບທີ່ຈຳເປັນໃນໄລຍະປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ