ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ: ກຳລັງໜູນພັດທະນາຂອງແຂວງກວາງນາມ

(VOVWORLD) - ໂດຍນອນຢູ່ປະຕູທາງທິດເໜືອຂອງແຂວງກວາງນາມ ແລະ ບົນເສັ້ນທາງເຊື່ອມຕໍ່ນະຄອນດ່ານັ້ງ ແລະ ຄຸ້ມເມືອງເກົ່າໂຮ້ຍອານ, ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ແມ່ນກຳລັງໜູນຊ່ວຍໃຫ້ແຂວງກວາງນາມ ພັດທະນາຢ່າງແຮງໃນອະນາຄົດ. ບັນດາໂຄງການທີ່ມີຂອບຂະໜາດໃຫຍ່ຢູ່ທີ່ນີ້ໄດ້ປະກອບສ່ວນປັບປຸງດ້ານເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ແກ້ໄຂວຽກເຮັດງານທຳໃຫ້ຄົນງານທ້ອງຖິ່ນນັບພັນຄົນ. ບົດຂຽນ “ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ: ກຳລັງໜູນພັດທະນາຂອງແຂວງກວາງນາມ”.

ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ: ກຳລັງໜູນພັດທະນາຂອງແຂວງກວາງນາມ - ảnh 1 ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ

(ພາບ: baoquangnam.vn)

ເຂດເສດຖະກິດ ດ້ຽນນາມ-ດ້ຽນຫງອກ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1996 ແລະ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາເຂດອຸດສາຫະກຳບັນລຸຜົນສຳເລັດທີ່ສຸດຂອງພາກກາງ ດ້ວຍການເຂົ້າຮ່ວມຂອງວິສາຫະກິດຫຼາຍແຫ່ງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນໃນຫຼາຍຂົງເຂດຜະລິດ - ການຄ້າ. ທ່ານ ຫງວຽນຫງໍ້, ຮອງຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ, ໃຫ້ຮູ້ວ່າ: ປະຈຸບັນໄດ້ມີ 63 ໂຄງການຈົດທະບຽນລົງທຶນເຂົ້າເຂດອຸດສາຫະກຳ, ໃນນັ້ນມີ 29 ໂຄງການ FDI, ດ້ວຍຍອດເງິນລົງທຶນກວ່າ 30.000 ຕື້ດົ່ງ ແລະ ເກືອບ 490 ລ້ານ USD.

        “ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ມີທີ່ຕັ້ງສະດວກ. ເຂດອຸດສາຫະກຳມີທີ່ຕັ້ງໃກ້ກັບສະໜາມບິນສາກົນດ່ານັ້ງ, ໃກ້ກັບທ່າກ່ຳປັ່ນນ້ຳເລິກຕຽນຊາ. ນອກນັ້ນ, ລະບົບຄົມມະນາຄົມທາງບົກໄດ້ນຳເຂົ້າໃຊ້ການ. ພື້ນຖານໂຄງລ່າງຂອງເຂດອຸດສາຫະກຳກໍໄດ້ນຳເຂົ້າໃຊ້ການຢ່າງຄົບຊຸດ”.

        ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບດ້ານພູມສາດ ແລະ ເສດຖະກິດໄດ້ເຮັດໃຫ້ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ມີພື້ນຖານຢ່າງໝັ້ນຄົງ, ສະດວກເພື່ອເພີ່ມທະວີເປີດກວ້າງການພົວພັນແລກປ່ຽນ, ຮ່ວມມືດ້ານເສດຖະກິດຢູ່ພາຍໃນ ແລະ ຮ່ວມສຳພັນ, ເຊື່ອມໂຍງກັບບັນດາປະເທດຢູ່ໃນພາກພື້ນ ແລະ ໂລກ. ທ່ານ ຫງວຽນຫງໍ້ ໃຫ້ຮູ້ຕື່ມອີກວ່າ: ປະຈຸບັນເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ໄດ້ແກ້ໄຂວຽກເຮັດງານທຳໃຫ້ຄົນງານປະມານ 25.000 ຄົນ, ປະກອບເຂົ້າງົບປະມານ ປະມານ 200 ຕື້ດົງ.

        “ປະຈຸບັນ ເນື້ອທີ່ດິນ 95% ຢູ່ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ໄດ້ນຳໃຊ້ແລ້ວ. ຍັງເຫຼືອປະມານ 20 ເຮັກຕາ, ພວກຂ້າພະເຈົ້າພວມຮຽກຮ້ອງບັນດານັກລົງທຶນ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຮຽກຮ້ອງ 4 ນັກລົງທຶນ, ໃນນັ້ນມີ 3 ນັກລົງທຶນຕ່າງປະເທດ. ໃນໄລຍະຈະມາເຖິງຈະມີນັກລົງທຶນຫຼາຍແຫ່ງເຂົ້າມາລົງທຶນຢູ່ ດ້ຽນນາມ-ດ້ຽນຫງອກ ຕື່ມອີກ”.

        ໄປພ້ອມກັບການພັດທະນາຂອງເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ແລະ ນອນໃນແຜນກຳນົດພັດທະນາເຂດທາງທິດເໜືອແຂວງກວາງນາມ, ເຂດຕົວເມືອງໃໝ່ ດ້ຽນນາມ-ດ້ຽນຫງອກ ໃນອະນາຄົດຈະກາຍເປັນເຂດຕົວເມືອງລະດັບ 3, ດ້ວຍຈຳນວນພົນລະເມືອງ 150.000 ຄົນ. ເມື່ອເຂດຕົວເມືອງໃໝ່ ດ້ຽນນາມ-ດ້ຽນຫງອກ ໄດ້ຮັບການກໍ່ສ້າງສຳເລັດ ຈະແມ່ນເຂດຕົວເມືອງທີ່ທັນສະໄໝ, ດ້ວຍແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບຸນເພື່ອສະໜອງໃຫ້ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ພວມດຳເນີນທຸລະກິດ, ລົງທຶນຢູ່ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ. ທ່ານ ຫງວຽນຮ່າວ, ຮອງຫົວໜ້າຄະນະຄຸ້ມຄອງເຂດຕົວເມືອງໃໝ່ ດ້ຽນນາມ-ດ້ຽນຫງອກ, ໃຫ້ຮູ້ວ່າ.

        “ໄລ່ມາຮອດປະຈຸບັນ, ໄດ້ມີ 70 ນັກລົງທຶນຜັນຂະຫຍາຍບັນດາໂຄງການຢູ່ເຂດຕົວເມືອງໃໝ່ ດ້ຽນນາມ-ດ້ຽນຫງອກ, ດ້ວຍຍອດຈຳນວນເງິນລົງທຶນປະມານ 4.000 ຕື້ດົງ, ການປ່ອຍເງິນໄດ້ກວ່າ 2.500 ຕື້ດົ່ງ. ພາຍຫຼັງ 15 ປີ ປະຕິບັດວຽກງານຄຸ້ມຄອງ, ພັດທະນາ, ເຂດຕົວເມືອງໃໝ່ ດ້ຽນນາມ-ດ້ຽນຫງອກ ຈາກເຂດເປົ່າຫວ່າງ, ມາຮອດປະຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງ, ພື້ນຖານໂຄງລ່າງໄດ້ຮັບການເຊື່ອມຕໍ່ເພື່ອພັດທະນາເສດຖະກິດສັງຄົມຂອງແຂວງກວາງນາມ ແລະ ເມືອງດ້ຽນບານ.”

        ປະຈຸບັນ,ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ມີບັນດາກົນໄກ, ນະໂຍບາຍ, ສົ່ງເສີມບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ. ທ່ານ ຕື່ວັນຮ່າ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ 501, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດທຳອິດມາລົງທຶນຢູ່ ດ້ຽນນາມ-ດ້ຽນຫງອກ, ແບ່ງປັນວ່າ.

        “ນັບແຕ່ຕົ້ນ, ເມື່ອແຂວງກວາງນາມ ຮຽກຮ້ອງການລົງທຶນ, ບໍລິສັດຂອງພວກຂ້າພະເຈົ້າຕັດສິນໃຈລົງທຶນເຂົ້າເຂດນີ້. ເຖິງວ່າເນື້ອທີ່ຂອງບໍລິສັດພວກຂ້າພະເຈົ້າບໍ່ກວ້າງປານໃດ, ແຕ່ນັ້ນແມ່ນຈຸດພົ້ນເດັ່ນໃຫ້ແກ່ການພັດທະນາ. ວິສາຫະກິດພວກຂ້າພະເຂົ້າປາດຖະນາວ່າ ທ້ອງຖິ່ນສ້າງກອບກົດໝາຍທີ່ອຳນວຍຄວາມສະດວກເພື່ອເຄື່ອນໄຫວ.”

        ໄລ່ມາຮອດປະຈຸບັນ, ເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ໄດ້ສ້າງສຳເລັດລະບົບພື້ນຖານໂຄງລ່າງ, ດ້ວຍບັນດາສິ່ງທີ່ນຳມາເຊິ່ງປະໂຫຍດໃຫ້ແກ່ນັກລົງທຶນ. ແຂວງກວາງນາມ ພວມກໍ່ສ້າງ ແລະ ພັດທະນາເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກ ໃຫ້ກາຍເປັນເຂດອຸສາຫະກຳແບບຢ່າງ ດ້ວຍບັນດາກົນໄກທີ່ສະດວກສະບາຍໃນການດຶງດູດການລົງທຶນ ແລະ ມີແຫຼ່ງຊັບພະຍາກອນມະນຸດຢູ່ທ້ອງຖິ່ນຫຼວງຫຼາຍຈາກທ້ອງຖິ່ນ ເຊິ່ງວິສາຫະກິດພວມລົງທຶນດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ