ເຂດເສດຖະກິດຈຸດສຸມທາງພາກເໜືອ: ຫວນຄືນໄລຍະ 20 ປີ

(vovworld) - ໂດຍໄດ້​ຮັບ​ການກໍ່​ສ້າງ​ນັບ​ແຕ່​ປ​ີ 1997, ເຂດ​ເສດ​ຖະ​ກິດ​​ຈຸດ​ສຸມ​​ທາງ​ພາກ​ເໜືອ ລວມ​ມີ 7 ແຂວງ, ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ເຂດ​ມີ​ທ່າ​ແຮງ​ຢ່າງ​ໃຫຍ​່​ຫຼວງ​ກ່ຽວ​ກັບ​ທີ່​ຕັ້ງ​ພູມ​ຊາດ ແລະ ລະ​ດັບ​ການ​ພັດ​ທະ​ນາ. ພາຍ​ຫຼັງ​ໄລ​ຍະ 20 ປີ, ນັບ​ແຕ່​ເມື່ອໄດ້​ຮັບ​ການ​ສ້າງ​ຕັ້ງ, ເຂ​ດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ກ​ຳ​​ລັງ​ໜູນ​​ໃນ​ການພັດ​ທະ​ນາ​ຂ​ອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ແລະ ທົ່ວ​ປະ​ເທດ. ບົດ​ຂຽນ “ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​​ທາງ​ພາກ​ເໜືອ: ຫວນ​ຄືນ​ໄລ​ຍະ 20 ປີ” ຂອງ​ຮຸຍ​ນາມ, ນັກ​ຂ​່າວ VOV.


ເຂດເສດຖະກິດຈຸດສຸມທາງພາກເໜືອ: ຫວນຄືນໄລຍະ 20 ປີ - ảnh 1
ກອງ​ປະ​ຊຸມ​ການ​ຮ່ວມ​ມືພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ​ຢູ່​ຮ່າ​ໂນ້ຍ
(ພາບ: laodongthudo.vn)


ເຂດ​ເສດ​ຖະ​ກິດ​​ຈຸດ​ສຸມ​​ທາງ​ພາກ​ເໜືອ ລວມ​ມີ 7 ແຂວງ, ນະ​ຄອນ​ຄື: ຮ່າ​ໂນ້ຍ, ຫາຍ​ຟ່ອງ, ກວາງ​ນິງ, ຫາຍ​ເຢືອງ, ຮື​ງ​ອຽນ, ບັກ​ນິງ ແລະ ວິ້ງ​ຟຸກ ແລະ ​​ສູນ​ກາງ​​ຕົ້ນ​ຕ​ໍ່​ກ່ຽວ​ກັບດ້ານ​ການ​ເມືອງ, ເສດ​ຖະ​ກ​ິດ, ວັດ​ທະ​ນະ​ທຳ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ ຂອງ​ທົ່ວ​ປະ​ເທດ. ນີ້​ກໍ່​ແມ່ນ​ເຂດ​ນຳ​ໜ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ສາ​ກົນ ແລະ ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ທັງ 7 ທ້ອ​ງ​ຖິ່ນ​ໃນ​ເຂດ​ລ້ວນ​ແຕ່​ມີ​ລະ​ດັບ​ການ​ພັດ​ທະ​ນາ​ຖືກ​ຈັດ​​ຢູ່​ໃນອັນ​ດັບ​ສູງ​ໃນ​ ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ. ພື້ນ​ຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ລົງ​ທຶນ​ຫຼາຍ​ພໍ​ສົມ​ຄວນ, ໂດຍ​ສະ​ເພາະ​ແມ່ນ​ພື້ນໂຄງ​ລ່າງ​ຖານ​ທາງ​ຄົມ​ມະ​ນາ​ຄົມ​ດ້ວຍ​ການ​ເຊື່ອມ​ຕໍ​ຕົ້ນ​ຕໍ່​ກັບທາງ​ຫຼວງເລກ 5, ທາງ​ຫຼວງ​ເລກ 18 ແລະ ທາງ​ຫຼວງ​ເລກ 10; ທ່າ​ອາ​ກາດສະ​ຍານ​ໂນ້ຍ​ບາຍ, ກ໋າດບ​ີ; ທ່າ​ກ່ຳ​ປັ່ນ​ຫາຍ​ຟ່ອງ, ທ່າ​ກ່ຳ​ປັ່ນ​ນ້ຳ​ເລິກ ແລກ​ຫ້ຽນ… ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​​ທາງ​ພາກ​ເໜືອ ກໍ​ແມ່ນ​ແຫ່ງ​​ທີ່ມີ​​ທ່າ​ແຮງອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​​ມີລະ​ດັບ​ສູງ, ໄດ້​ຮັບ​ການ​ບຳ​ລຸງ​ສ້າງເປັນ​ລະ​ບົບ, ແມ່ນ​ເຂດ​ມີ​ອັດ​ຕາ​​ສ່ວນນັກ​ສຶກ​ສາ/ຫົວ​ຄົນ​ຫຼາຍ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ສ້າງ​ກຳ​ລັງ​​ໜູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​​ໃຫ້​ທ​ົ່ວ​ເຂດ ແລະ ​ໃນທົ່ວ​ປະ​ເທດ.

        ໂດຍ​ອ​ີງ​ໃສ່​ບັນ​ດາ​ທ່າ​ແຮງນັ້ນ​, ໃນ​ໄລ​ຍະ​ຜ່ານ​ມາ, 7 ແຂວງ, ນະ​ຄອນ​ໃນ​ເຂດ​ໄດ້​ເພີ່ມ​ທະ​ວີ​ການ​​ຮ່ວມ​ສຳ​ພັນ, ​ການຮ່ວມ​ມື ແລະ ໜູນ​ຊ່ວ​ຍ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ. ໃນ​ນັ້ນ, ດ້ວຍ​ບົດ​ບ​າດ​ເປັນ​ປະ​ທານ​​ສະ​ພາເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ​ໄລ​ຍະ​ແຕ່​ປີ 2015 – 2016, ພ້ອມ​ທັງ​ເປັນ​ເຂດ​ເສດ​ຖະ​ກິດ​ນຳ​ໜ້າ​ທາງ​ພາກ​ເໜືອ, ຮ່າ​ໂນ​້ຍ ໄດ້​ຜັນ​ຂະ​ຫຍາຍ​​ບັນ​ດາການ​ເຄື່ອນ​ໄຫວ, ລາຍ​ການ​ລະ​ອຽດ​ໃນ​ຫຼາຍ​ຂົງ​ເຂດເພື່ອ​ສ້າງ​ຄວາມ​ສະ​ໜິດ​ຕິ​ດ​ພັນ, ພັດ​ທະ​ນາ​​ເຂດເສດ​​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນນີ້. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ການ​ລົງ​ທຶນ ແລະ ວາງ​ແຜນ​ທາງ​ຄົມ​ມະ​ນາ​ຄົມ, ເປີດກວ້າງ, ຍົກ​ລະ​ດັບ​ບັນ​ດາ​ເສັ້ນ​ທາງສຳ​ຄັນ​ຄື: ເສັ້ນ​ທາງ​ຄວາມ​ໄວ​ສູງ ​ຮ່າ​ໂນ້ຍ - ຫາຍ​ຟ່ອງ, ຫ້າ​ລອງ - ຫາຍ​ຟ່ອງ ພ້ອມ​ກັບ​ການ​ຍົກ​ລະ​ດັບ​ທ່າ​ອາ​ກາດສະ​ຍານ​​ສາ​ກົນ​ໂນ້ຍ​ບ່າຍ ແລະ ກ໋າດບ​ີ. ທີ່ກອງ​ປະ​ຊຸມ​ການ​ຮ່ວມ​ມືພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ​ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ຮ່​ວາງ​ຈຸງ​ຫາຍ, ຊີ້​ແຈ້ງວ່າ.

        “ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ແລະ ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ​ຈະ​ສາ​ມັກ​ຄີ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ທີ່​ເປັນ​ໄປ​ໄດ້ ເພື່ອ​ແນ​ໃສ່​ພັດ​ທະ​ນາ​​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມມ​ືກວ່າ​ອີກ, ພັ​ດ​ທະ​ນາ​ຢ່າງ​ຮອບ​ດ້ານ, ຂຸ​ດຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ແຮງ, ກາ​ລະ​ໂອ​ກາດ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ ແລະ ຂອງ​ທົ່ວ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອຢ່າງ​ສຸດ​ຂ​ີດ”.

        ພາຍ​ຫຼັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​, ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ ໄດ້​ມີ​ລະ​ດັບ​ເຕີບ​ໂຕ​ສູງ, ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ແລ້ວ, ມີ​ການ​ເຄື່ອນ​ໄຫ​ວ​ຮ່ວມ​ມື​ຕົ້ນ​ຕໍ​ຫຼາຍ​ຢ່າງ​​ພຽງ​ແຕ່ຢຸດ​ຕິຢ​ູ່​​ໃນລະ​ດັບ​ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ​ສານ, ບົດ​ຮຽນ, ຊ່ວຍ​ເຫຼືອ​ບຳ​ລຸງ​ສ​້າງ​ພະ​ນັກ​ງານ​ເທົ່າ​ນັ້ນ, ຍັງ​ບໍ່​ທັນ​ມີ​ບັນ​ດາ​ໂຄງ​ການ, ແຜນ​ຮ່າງ​​ຢ່າງລະ​ອຽດ​ເພື່ອສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ​ໃຫ້​​ແກ່ການ​ພັດ​ທະ​ນາ​ຂອງ​ເຂດ​ເທື່ອ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫງວຽນ​ຈິ໋​ຢຸງ ຖື​ວ່າ: ສາຍ​ເຫດ​ຕົ້ນ​ຕໍ ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ຍັງ​ບໍ່​ທັນ​​ມີ​ກົນ​ໄກ​ປະ​ສານ​ງານ, ການ​ຮ່ວມ​ສຳ​ພັນ​ຢ່າງ​ຈະ​ແຈ້​ງ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ, ​ບໍ່​ທັນ​ມີສະ​ຕິ, ຈິນ​ຕະ​ນາ​ການ​​ໃນ​ການພັດ​ທະ​ນາ​​ເຂດ​ທີ່ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໄດ້​ເທື່ອ. ຈາກ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ, ທ່ານ ຫງວຽນ​ຊວນ​ບິ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຫາຍ​ຟ​່ອງ ຖື​ວ່າ, ແຕ່​ລະ​ທ້ອງ​ຖິ່ນ​ໃນ​ເຂດ​ລ້ວນ​ແຕ່​ມີ​ທ່າ​ແຮງ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ປະ​ຕິ​ບັດ​ໃຫ້​ເປັນ​ຢ່າງ​ດີກວ່າ, ຕ້ອງ​ສ້າງ​ກົນ​ໄກ​ພັດ​ທະ​ນາ​​ລະ​ຫວ່າງ​ເຂດ, ຕິດ​ພັນ​​ບັນ​ດາທ້ອງ​ຖິ່ນ​ນຳ​ກັນ.

        “ແຕ່​ລະ​ທ້ອງ​ຖິ່ນ​ຕ້ອງ​ເຮັດ​​ລ້ອນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ, ເພື່ອ​ຕົນ​ເອງ ແລະ ເພື່ອ​ທ້ອງ​ຖິ່ນ​ອື່ນໆ​ໃນ​ເຂດ. ​ພິ​ຈາ​ລະ​ນາ, ຕີ​ລາ​ຄາ​ວິ​ວັດ​​ທະ​ນ​າການ​ປະ​ຕິ​ບັດ​ເປັນ​ປະ​ຈຳ ເພື່ອ​ເພີ່ມ​ເຕີມ, ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເຫັນ​ວ່າ ຕ້ອງ​ປັບ​ປຸງ​ຢ່າງ​ທັນ​ການເພື່ອ​ວາງ​ແຜນ​ຜັງ​ພັດ​ທະ​ນານັ້ນ​ແມ່ນ​​ແຜ​ນການດຳ​ລົງ​ຊີ​ວິດ, ທັງ​ຕອບ​ສະ​​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕໍ່​ໜ້າ, ທັງ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການໄລ​ຍະ​ຍາວ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ເຂດ. ເສີມ​ຂະ​ຫຍາຍ​ໄດ້​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອ​ງ​ຖິ່ນ ແຕ່​ຕ​້ອງ​​ມີ​ການ​​ຕິດ​ພັນ​ກັ​ນ”.

        ຄາດ​ໝາຍ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ​ທີ່​ໄດ້​ວາງ​ອອກ​ຮອດ​ປີ 2020 ວິ​ໄສ​ທັດ​ຮອດ​ປີ 2030 ​ແມ່ນ GDP ສະ​ເລ​່ຍໃສ່​ຫົວ​ຄົນ​ບັນ​ລຸ​ໃຫ້​ໄດ້​  5.500 USD. ເພື່ອ​ບັ​ນ​ລຸ​ໄດ້​ຄາດ​ໝາຍ​ດັ່ງ​ກ່າວ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ບັນ​ດາ​ແຂວງ​ໃນ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸ​ມ​ທາງ​ພາກ​ເໜືອ​ຕ້ອ​ງ​ສຸ​ມ​ໃສ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເຂດ ຕິດ​ພັນ​ກັບ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ​ສູງ, ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ມີມ​ູນ​ຄ່​າ​ແກ່ງ​ແຍ້ງສູງ.

ຂ່າວ/ບົດ​ອື່ນ