ເພີ່ມມູນຄ່າເພີ່ມໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະຂະໜາດກາງຂອງຫວຽດນາມ

(VOVWORLD) -ສ້າງເງື່ອນໄຂໜູນຊ່ວຍ, ຍົກສູງຄວາມສາມາດແກ່ງແຍ່ງ, ຫົວຄິດປະດິດສ້າງ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ແມ່ນໜຶ່ງໃນ 4 ເນື້ອໃນບຸລິມາສິດຂອງ ຫວຽດນາມ ຢູ່ເວທີປາໄສ APEC ໃນປີນີ້. ດ້ວຍຈຳນວນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ກວມຈຳນວນຫຼາຍ, ທີ່ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ການພັດທະນາພື້ນຖານເສດຖະກິດຂອງ ຫວຽດນາມ ນັ້ນ, APEC 2017 ແມ່ນໂອກາດເພື່ອໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ ຂອງ ຫວຽດນາມ ຮຳ່ຮຽນເອົາບົດຮຽນ, ເພີ່ມຄວາມສາມາດ, ສ້າງການພົວພັນຮ່ວມມືດຳເນີນທຸລະກິດກັບບັນດາວິສາຫະກິດແຖວໜ້າໂລກ.

ກຸ່ມວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ ຂອງ ຫວຽດນາມ ແມ່ນກຸ່ມວິສາຫະກິດສຳຄັນທີ່ສຸດ ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງຢູ່ໃນ APEC ອີກດ້ວຍ. ກຸ່ມນີ້ກວມເຖິງ 79% ຈຳນວນວິສາຫະກິດທັງໝົດໃນ APEC ແລະ ປະກອບວຽກເຮັດງານທຳປະມານ 65%, ແລະ ມູນຄ່າສົ່ງອອກໃນພາກພື້ນ APEC ແຕ່ 30-40%. ເຖິງວ່າມີບົດບາດສຳຄັນທີ່ສຸດກໍ່ຕາມ, ແຕ່ໃນໄລຍະຜ່ານມາ, ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງພັດປະສົບກັບຄວາມຫຍຸ້ງຍາກຫຼາຍຍ້ອນຂາກແຄນດ້ານການເງິນ, ແຫຼ່ງຊັບພະຍາກອນມະນຸດຍັງຄົງຄ້າງ, ໂດຍສະເພາະແມ່ນເຕັກໂນໂລຢີຍັງອ່ອນຢູ່. ທ່ານ ຫງວຽນຕັງເກື່ອງ, ຜູ້ອຳນວຍການໃຫຍ່ບໍລິສັດກົນຈັກ ກວາງຈູງ, ຜູ້ຕາງໜ້າວິສາຫະກິດ ຫວຽດນາມ, ແບ່ງປັນວ່າ:

“ຄວາມຫຍຸ້ງຍາກໃຫຍ່ກວ່າໝູ່ຂອງພວກຂ້າພະເຈົ້າແມ່ນຢູ່ຕະຫຼາດ ແລະ ທີສອງແມ່ນບັນຫາເຕັກໂນໂລຢີ. ເຖິງວ່າພວກຂ້າພະເຈົ້າກໍ່ໄດ້ລົງທຶນດ້ານເຕັກໂນໂລຢີຫຼາຍທີ່ສຸດກໍ່ຕາມ ແຕ່ເມື່ອທຽບໃສ່ບັນດາປະເທດໃນພາກພື້ນແມ່ນຍັງໜ້ອຍຢູ່“.

ເພີ່ມມູນຄ່າເພີ່ມໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະຂະໜາດກາງຂອງຫວຽດນາມ - ảnh 1 ກອງປະຊຸມໃນຂອບເຂດ APEC

ໃນ 5 ປີຜ່ານມາ, ຫວຽດນາມ ໄດ້ເອົາໃຈໃສ່ລົງທຶນເຂົ້າພາກສ່ວນວິສາຫະກິດນີ້ຢ່າງເໝາະສົມ. ເຖິງຢ່າງໃດກໍ່ຕາມ, ລະດັບການເປີດປະຕູຂອງພື້ນຖານເສດຖະກິດ ຫວຽດນາມ ຍິ່ງສູງເທົ່າໃດ ການແກ່ງແຍ້ງກໍ່ຍິ່ງສູງເທົ່ານັ້ນ. ຄຽງຂ້າງນັ້ນ, ຫວຽດນາມ ກໍ່ພວມປະເຊີນໜ້າກັບບັນດາການທ້າທາຍຄືການຫັນເປັນຕົວເມືອງ, ການຫັນເປັນພົນລະເມືອງອາຍຸສູງ, ການປະຕິວັດອຸດສາຫະກຳ 4.0, ການຫັນປ່ຽນຂອງດິນຟ້າອາກາດ. ທັງໝົດເຫຼົ່ານັ້ນໄດ້ ແລະ ກຳລັງກະທົບໂດຍກົງເຖິງປະສິດທິຜົນແຫ່ງການເຄື່ອນໄຫວຂອງບັນດາວິສາຫະກິດ ຫວຽດນາມ, ໃນນັ້ນມີວິສາຫະກິດຂະໜາດນ້ອນທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ.

ຍ້ອນເຫດນັ້ນ, ຈຳເປັນຕ້ອງມີຄວາມເອົາໃຈໃສ່ ແລະ ນະໂຍບາຍຫຼາຍກວ່າອີກສຳລັບບັນດາວິສາຫະກິດເຫຼົ່ານີ້. ນັ້ນແມ່ນໜຶ່ງໃນຈຳນວນສີ່ບຸລິມາສິດເຊິ່ງປະເທດເຈົ້າພາບ ຫວຽດນາມ ໄດ້ຍົກອອກມາໃນປີ APEC 2017 ດ້ວຍຫົວຂໍ້ວ່າ “ຍົກສູງຄວາມສາມາດແກ່ງແຍ້ງ, ຫົວຄິດປະດິດສ້າງຂອງ ວິສາຫະກິດຂະໜາດນ້ອນທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງໃນສັກກະລາດດີຈີຕອນ“ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາພື້ນຖານເສດຖະກິດສະມາຊິກ. ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຖືວ່າ:

        “ໃນສະພາບປະຈຸບັນ, ບໍ່ພຽງແຕ່ວິສາຫະກິດໃຫຍ່ຈຶ່ງສາມາດເຊື່ອມຕໍ່ກັບລະບົບມູນຄ່າທົ່ວໂລກໄດ້ເທົ່ານັ້ນ, ຫາກບັນດາວິສາຫະກິດຂະໜາດນ້ອຍ, ຂະໜາດນ້ອນທີ່ສຸດ, ກໍ່ສາມາດເຊື່ອມຕໍ່ໄດ້. ເລື່ອງພົນປະ, ເຂົ້າຮ່ວມ, ແລກປ່ຽນກັບຜູ້ນຳບັນດາພື້ນຖານເສດຖະກິດ APEC ແລະ ແລະ ບັນດາເສດຖີເງິນຕື້ແຖວໜ້າຂອງໂລກ ຈະແມ່ນໂອກາດເພື່ອໃຫ້ພວກເຮົາກຳໄດ້ທ່າອ່ຽງເສດຖະກິດທົ່ວໂລກ, ທ່າອ່ຽງບໍລິຫານວິສາຫະກິດໃນທົ່ວໂລກ, ຮູບແບບຄຸ້ມຄອງຂອງວິສາຫະກິດ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາເຊື່ອມຕໍ່ກັບບັນດາວິສາຫະກິດແຖວໜ້າຂອງໂລກ

ປີ APEC 2017 ກໍ່ໄດ້ຮັບການຈັດຕັ້ງກົງກັບເວລາທີ່ລັດຖຖະບານ, ບັນດາກະຊວງ, ຂະແໜງການສືບຕໍ່ມຸ່ງໄປສູ່ວິສາຫະກິດ, ຜ່ານການສືບຕໍ່ປະຕິບັດມະຕິ 35 ກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດເຖິງປີ 2020 ແລະ ມະຕິກ່ຽວກັບການສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການຕົ້ນຕໍໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດປີ 2017, ກຳນົດທິດເຖິງປີ 2020. ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຢືນຢັນວ່າ:

ກອງປະຊຸມ APEC ຈັດຕັ້ງຢູ່ ຫວຽດນາມ ໄດ້ກາຍເປັນເວທີປາໄສທີ່ມີຫົວຄິດປະດິດສ້າງ. ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງວິສາຫະກິດຈະກາຍເປັນບັນດາການເຄື່ອນໄຫວທີ່ມີຫົວຄິດປະດິດສ້າງອັນດັບໜຶ່ງໃນປະຫວັດສາດຂອງ APEC ແລະ ພິເສດມັນຈະນຳມາເຊິ່ງມູນຄ່າເພີ່ມໃຫ້ພື້ນຖານເສດຖະກິດ ຫວຽດນາມ ຜ່ານການເຄື່ອນໄຫວຂອງບັນດາວິສາຫະກິດ. ພື້ນຖານເສດຖະກິດ ຫວຽດນາມ ແລະ ບັນດາວິສາຫະກິດຈະໄດ້ຮັບຜົນປະໂຫຍດຫຍັງຈາກ  APEC ສິ່ງດັ່ງກ່າວສະແດງອອກຢ່າງລະອຽດດ້ວຍການພັດທະນາວິສາຫະກິດ, ການດຶງດູດທຶນ, ແລະ ການເຕີບໂຕໃນການສົ່ງອອກ“.

ໄລຍະຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມໝູນໃຊ້ບັນດາລາຍການຮ່ວມມືໃນຂອບເຂດ APEC, ປັບປຸງກົນໄກ, ນະໂຍບາຍເທື່ອລະກ້າວ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ, ໂປ່ງໃສ, ແກ້ໄຂຮົ້ວກີດຂວາງດ້ານການຄ້າ ແລະ ການລົງທຶນໃຫ້ເໝາະສົມກັບສະພາບຕົວຈິງ. ຜ່ານນັ້ນ, ຫວຽດນາມ ໄດ້ ແລະ ພວມໝູນໃຊ້ການຮ່ວມມືກັບ APEC ກໍ່ຄືການພົວພັນສອງຝ່າຍກັບບັນດາສະມາຊິກຂອງເວທີປາໄສເພື່ອແນໃສ່ເປີດກວ້າງກາລະໂອກາດດຶງດູດກະແສທຶນໂດຍກົງຢ່າງຫຼວງຫຼາຍ ແລະ ເປັນປົກກະຕິ, ປັບປຸງພື້ນຖານໂຄງລ່າງດ້ານເຕັກນິກ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການຖ່າຍທອດເຕັກໂນໂລຢີທີ່ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ກຳລັງແກ່ງແຍ້ງ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາວິສາຫະກິດພາຍໃນ. ດ້ວຍຈຸດໃໝ່ຂອງ APEC 2017 ແມ່ນບຸລິມາສິດແກ່ການເພີ່ມທະວີການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ, ຊ້ຳບໍ່ໜຳແມ່ນວິສາຫະກິດຂະໜາດນ້ອຍທີ່ສຸດກໍ່ໄດ້ຮັບເງື່ອນໄຂສູງສຸດ ກ່ຽວກັບກາລະໂອກາດສຳຜັດ, ເຊື່ອມຕໍ່ກັບລະບົບມູນຄ່າທົ່ວໂລກ, ກາລະໂອກາດສຳຜັດກັບຕະຫຼາດພາກພື້ນທີ່ກວ້າງໃຫຍ່ດ້ວຍພົນລະເມືອງ 2,8 ຕື້ຄົນຂອງບັນດາວິສາຫະກິດ ຫວຽດນາມ ທີ່ພວມໄດ້ຮັບການເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ