ແຂວງກວາງນາມເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງບັນດາເຂດເສດຖະກິດແຄມທະເລ

(VOVWORLD) -ແຂວງກວາງນາມ ມີທີ່ຕັ້ງສຳຄັນໃນເຂດເສດຖະກິດຈຸດສຸມທາງພາກກາງ, ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງກ່ຽວກັບແຫຼ່ງຊັບພະຍາກອນທຳມະຊາດ ແລະ ແຫຼ່ງຊັບພະຍາກອນມະນຸດເພື່ອພັດທະນາເສດຖະກິດ, ພິເສດແມ່ນການບໍລິການດ້ານການທ່ອງທ່ຽວ.
ແຂວງກວາງນາມເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງບັນດາເຂດເສດຖະກິດແຄມທະເລ - ảnh 1 (ພາບປະກອບ: baoquangnam.vn)

ແຂວງ ກວາງນາມ ໄດ້ ແລະ ພວມກໍ່ສ້າງ, ພັດທະນາບັນດາເຂດເສດຖະກິດ, ໃນນັ້ນມີ ເຂດບັນດາເມືອງ, ເທດສະບານ, ນະຄອນຢູ່ທາງທິດຕາເວັນອອກ ຂອງແຂວງ ທີ່ໄດ້ຮັບການກຳນົດວ່າແມ່ນກຳລັງໜູນພັດທະນາເສດຖະກິດຂອງທ້ອງຖິ່ນ.

        ທາງທິດຕາເວັນອອກຂອງແຂວງກວາງນາມ ຂຶ້ນກັບບໍລິເວນຂອງ 8 ເມືອງ, ນະຄອນຕັ້ງຢູ່ແຄມທະເລ, ນອນລຽບຕາມເສັ້ນທາງຄວາມໄວສູງ ດ່ານັ້ງ - ຢຸງກ໋ວດ, ດ້ວຍເນື້ອທີ່ໃນແຜນຜັງແມ່ນກວ່າ 100.000 ເຮັກຕາ, ໃນນັ້ນມີກວ່າ 125 ກ.ມ ແມ່ນຝັ່ງທະເລ. ເຂດນີ້ມີທີ່ຕັ້ງສຳຄັນທີ່ສຸດໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມຂອງແຂວງກວາງນາມ. ປະຈຸບັນ, ເຂດນີ້ໄດ້ມີ 110 ກວ່າໂຄງການລົງທຶນ, ດ້ວຍຍອດຈຳນວນທຶນຈົດທະບຽນປະມານ 2 ຕື້ USD, ໃນນັ້ນ, ມີກວ່າ 70 ໂຄງການໄດ້ເຂົ້າເຄື່ອນໄຫວແລ້ວ. ທ່ານ ດິງວັນທູ, ປະທານຄະນະກຳມະການປະຊາຊົນແຂວງກວາງນາມ, ໃຫ້ຮູ້ວ່າ.

        “ໃນການກຳນົດທິດພັດທະນາເສດຖະກິດຂອງທ້ອງຖິ່ນ, ແຂວງກວາງນາມ ໄດ້ກຳນົດທິດແມ່ນສຸມໃສ່ພັດທະນາອຸດສາຫະກຳ ແລະ ການບໍລິການ. ຈາກການກຳນົດທິດດັ່ງກ່າວ ແຂວງໄດ້ກໍ່ສ້າງພັດທະນາເສດຖະກິດເຂດ ແລະ ຫັນປ່ຽນໂຄງປະກອບດ້ານເສດຖະກິດຕາມທິດເຂດທົ່ງພຽງ, ເຂດພູພຽງ ແລະ ເຂດພູດອຍ. ບົນພື້ນຖານທ່າແຮງຂອງແຕ່ລະເຂດ ເພື່ອກຳນົດທິດ ແລະ ພັດທະນາ, ໃນນັ້ນເຂດທາງທິດຕາເວັນອອກແມ່ນເຂດສຳຄັນຕົ້ນຕໍໃນການພັດທະນາການບໍລິການ. ບົນພື້ນຖານນັ້ນ ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ບັນດາເຂດອຸດສາຫະກຳ ແລະ ເຂດເສດຖະກິດເປີດ ຈູລາຍ, ຈາກນັ້ນບັນດາເຂດອ້ອມຂ້າງຈະສ້າງເງື່ອນໄຂໃຫ້ເຂດທາງທິດຕາເວັນອອກພັດທະນາ”.

        ແຜນການລົງທຶນກໍ່ສ້າງຂອງແຂວງກວາງນາມ ຢູ່ບໍລິເວນຂອງ 8 ເມືອງນີ້ລວມມີບັນດາໂຄງການຄື: ຮ່າງໂຄງການເຂດຕົວເມືອງ, ການບໍລິການ ນາມໂຮ້ຍອານ; ໂຄງການລາຍການພັດທະນາອຸດສາຫະກຳສະອາດ ແລະ ການບໍລິການຕິດພັນກັບສະໜາມບິນ ຈູລາຍ; ໂຄງການອາຍແກັດ - ໄຟຟ້າ ແລະ ບັນດາຂະແໜງອຸດສາຫະກຳນຳໃຊ້ພະລັງງານ, ຜະລິດຕະພັນຈາກອາຍແກັດ… ໃນນັ້ນ, ເຂດເສດຖະກິດເປີດ ຈູລາຍ ຖືແມ່ນເຂດແຫ່ງການເຊື່ອມຕໍ່, ຊຸກຍູ້ທັງເຂດເສດຖະກິດແຄມທະເລພາກກາງ, ສ້າງບັນດາກຳລັງຊຸກຍູ້ຢ່າງແຮງດ້ານເສດຖະກິດໃຫ້ທັງເຂດພັດທະນາ. ທ່ານ ເຈີ່ນບ໋າເຢືອງ, ປະທານສະພາບໍລິຫານງານ ບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ, ເຊິ່ງແມ່ນວິສາຫະກິດດຳເນີນທຸລະກິດປະສົບຜົນສຳເລັດທີ່ສຸດເມື່ອມາລົງທຶນຢູ່ແຂວງກວາງນາມ, ແບ່ງປັນວ່າ.

        “ພວກຂ້າພະເຈົ້າມີຍຸດທະສາດເຊື່ອມໂຍງເຂົ້າອາຊຽນ ໃນປີ 2018. ນັບແຕ່ປີ 2014, ພວກຂ້າພະເຈົ້າໄດ້ເພີ່ມຈຳນວນ ແລະ ປະລິມານເພື່ອບັນລຸຄວາມຮຽກຮ້ອງຕ້ອງການໃນປີ 2018, ຈາກນັ້ນ, ພັດທະນາການຜະລິດເຄື່ອງອາໄຫຼ່, ສິ້ນສ່ວນ ແລະ ເພີ່ມອັດຕາຜະລິດຢູ່ພາຍໃນປະເທດໃຫ້ໄດ້ຢ່າງໜ້ອຍສຸດແມ່ນ 40% ເພື່ອສົ່ງອອກລົດໄປຍັງຕະຫຼາດອາຊຽນ ດ້ວຍອັດຕາພາສີ 0%, ກໍຄືແກ່ງແຍ້ງກັບບັນດາຍີຫໍ້ລົດໂອໂຕຂອງອາຊຽນ ທີ່ແຊກຊຶມເຂົ້າຕະຫຼາດຫວຽດນາມ. ພາຍຫຼັງຕັດສິນໃຈລົງທຶນເຂົ້າ ຈູລາຍ, ບໍລິສັດ ເຈື່ອງຫາຍ ໄດ້ພັດທະນາ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ. ເມື່ອພວກຂ້າພະເຈົ້າສັງລວມບັນດາສາຍເຫດທີ່ຊ່ວຍໃຫ້ ເຈື່ອງຫາຍ ບັນລຸຜົນສຳເລັດນັ້ນແມ່ນການຮ່ວມເດີນທາງຂອງອຳນາດການປົກຄອງແຂວງກວາງນາມ ສຳລັບວິສາຫະກິດ”.

        ຕົ້ນປີ 2016, ຄະນະກຳມະການປະຊາຊົນແຂວງກວາງນາມ ໄດ້ດັດປັບການກຳນົດແຜນຜັງເພື່ອໃຫ້ມີເນື້ອທີ່ດິນ 1.500 ເຮັກຕາ ເພື່ອສົ່ງເສີມການລົງທຶນບັນດາໂຄງການໃນຈຳນວນເນື້ອທີ່ດິນພັດທະນາແມ່ນຂຶ້ນເຖິງ 42.000 ເຮັກຕາ. ທ່ານ ເຈີນຊວນຢ້ຽວ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດເປີດ ຈູລາຍ, ໃຫ້ຮູ້ວ່າ.

        “ໂດຍສືບຕໍ່ພັດທະນາອຸດສາຫະກຳ, ຄັດເລືອກທິດທາງທີ່ເໝາະສົມ, ຜະລິດຕະພັນເໝາະສົມ ແລະ ນັກລົງທຶນຖືກຕ້ອງ. ຈາກນັ້ນວາງແຜນການ, ຄັດເລືອກທີ່ຕັ້ງກຳນົດສະຖານທີ່ໃຫ້ເໝາະສົມເພື່ອສ້າງບັນດາ logistic ຈາກອຸດສາຫະກຳ ເຖິງການຂົນສົ່ງເພື່ອໃຫ້ມີທ່າແຮງແກ່ງແຍ້ງ ແລະ ຈັດສັນບັນດາເຂດອຸດສາຫະກຳ, ເຂດທ່ອງທ່ຽວຢ່າງລະອຽດ. ນັບແຕ່ແຂວງກວາງນາມ ໄດ້ນຳໃຊ້ຂົວ ເກືອດ້າຍ ແລະ ເສັ້ນທາງແຄມທະເລທີ່ເຊື່ອມຕໍ່ລະຫວ່າງນະຄອນໂຮ້ຍອານ ໄດ້ສ້າງການຫັນປ່ຽນຢ່າງໃຫຍ່ຫຼວງ. ໃນປີ 2017, ຈະກໍ່ສ້າງເສັ້ນທາງຈາກ ຕາມກີ ມາສະໜາມບິນ ຈູລາຍ ແລະ ຈະບຸກເບີກໃຫ້ສຳເລັດເນື້ອທີ່ດິນບໍ່ຖືກມົນລະຜິດໄດ້ 2.000 ຮັກຕາ”.

        ບັນດາບໍລິເວນເມືອງແຄມທະເລຂອງແຂວງກວາງນາມ ມີຄວາມສາມາດບົ່ມຊ້ອນພັດທະນາທີ່ໃຫຍ່ຫຼວງ, ຍ້ອນຢູ່ໃກ້ກັບທ່າກ່ຳປັ່ນ, ສະໜາມບິນ ແລະ ບັນດາເຂດອຸດສາຫະກຳຂອງນະຄອນດ່ານັ້ງ ແລະ ໃກ້ກັບເຂດເສດຖະກິດ ຢຸງກ໋ວດ ຂອງແຂວງກວາງຫງ້າຍ. ໃນອະນາຄົດອັນໃກ້ໆນີ້, ເຂດນີ້ຈະກາຍເປັນເຂດເສດຖະກິດຈຸດສຸມຂອງເຂດພາກກາງ, ເຊື່ອມຕໍ່ແລວເສດຖະກິດເຂດແຄມທະເລ, ບັນດາຕົວເມືອງໃຈກາງ, ກາຍເປັນສູນການບໍລິການ ແລະ ທ່ອງທ່ຽວຫຼາຍຂະແໜງຂອງຫວຽດນາມ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ