ແຂວງດົ່ງນາຍ: ດຶງດູດການລົງທຶນຈາກຕ່າງປະເທດໂດຍມີການຄັດເລືອກ

(vovworld) – ດຶງ​ດູດເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ (FDI) ໄດ້ 1 ຕື້ USD ແມ່ນ​ຄາດ​ໝາຍ​ເຊິ່ງ​ແຂວງ​ດົ່ງ​ນາຍ ໄດ້​ວາງ​ອອກ​ໃນ 2 – 3 ປີມໍ່ໆ​ມານີ້. ນີ້​ອາດ​ຈະ​ແມ່ນ​ຕົວ​ເລກບໍ່​ສ​ູງ​ປານ​ໃດ, ຍ້ອນແຂວງດົ່ງ​ນາຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຂວງ ຍາມ​ໃດ​ກໍ່​ນອນ​ໃນ top ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI, ແຕ່​ແຜນ​ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ​ຕ້ອງ​ມີ​ການ​ຄັດ​ເລືອກ. ບົດ​ຂຽນ “ແຂວ​ງດົ່ງ​ນາຍ: ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໂດຍ​ມີ​ການ​ຄັດ​ເລືອກ” ຂອງ​ຊ​ວນ​ເລື້ອງ, ນັກ​ຂ່າ​ວ VOV.

ແຂວງດົ່ງນາຍ: ດຶງດູດການລົງທຶນຈາກຕ່າງປະເທດໂດຍມີການຄັດເລືອກ - ảnh 1
ການ​ນຳແຂວງ​ດົ່ງ​ນາຍ ເຮັດ​ວຽກ​ກັບ​ນັກ​ລົງ​ທຶນ​ຍີ່​ປ​ຸ່ນ
(ພາບ​ປະ​ກອບ: baodongnai.com.vn)

ປະ​ຈຸ​ບັນ, ດົ່ງ​ນາຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອ​ງ​ຖິ່ນ​ນຳ​ໜ້າ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶ​ນ​ຈາກ​ຕ​່າງ​ປະ​ເທດ (FDI). ນັບແຕ່​ປ​ີ 2016, ດົ່ງ​ນາຍ ໄດ້​ມີ​ແຜນ​ນະ​ໂຍ​ບາຍ​ພຽງ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ສະ​ອ​າດ, ເຕັກ​ໂນ​ໂລ​ຊີ​ສູງ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ດົ່ງ​ນາຍ ໄດ້​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ລະ​ອຽດ ຂົງ​ເຂດ​ໃດ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ດຶງ​ດູດ​ການ​ລົງ​ທຶນ ແລະ ຂົງ​ເຂດ​ໃດ​ຕ້ອງ​ມີ​ເງື່ອນ​ໄຂ. ພິ​ເສດ, ບັນ​ດາ​ໂຄງ​ການ​ມີ​ໄພ​ກ​ໍ​ມົນ​ລະ​ຜິດ​ຕໍ່​ສິ່ງ​ແລ​ດ​ລ້ອມ​ສູງ​ຄື: ​ຟອ​ກ​ໜັງ, ຍອມ​ສີ, ເ​ຄ​ືອບ… ຈະ​ຢຸດ​ຕິ​ການດ​ຶງ​ດູດ​ການ​ລົງ​ທຶນ, ນັບ​ທັງ​ບັນ​ດາ​ໂຄງ​ການ​ໃຊ້​ຄົນ​ງານ​ຫຼາຍກໍ່​ບໍ່​ໄດ້​ຮັບ​ຖື​ແມ່ນ​ບຸ​ລິ​ມະ​ສິດ.

        ແຂວງ​ດົ່ງ​ນາຍ ໃຫ້​ບຸ​ລິ​ມະ​ສິດ​ບັນ​ດາ​ “ໂຄງ​ການ​ດີ”, ເຊິ່ງ​ຕາມ​ທ່ານ ມາຍ​ວັນ​ເຍີນ​, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ດົ່ງ​ນາຍ ແລ້​ວ, ໂຄງ​ການ​ດີ​ແມ່ນ​ຕ້ອງ​ດີ​ໃຫ້​ທັງ​ພື້ນ​ຖານ​ເສດ​ຖະ​ກິດ: ດີ​ສຳ​ລັບ​ລັດ, ດີ​ສຳ​ລັບ​ສັງ​ຄົ​ມ, ດີ​ສຳ​ລັບ​ຄົນ​ງານ ແລະ ດີ​ໃຫ້​ນັກ​ລົງ​ທຶນ.

        “ໂຄງ​ການ​ດີ​ສຳ​ລັບ​ລັດ ແມ່ນ​ໂຄງ​ການ​ຕ້ອງ​ມອບ​ພັນ​ທ​ະດ້ານ​ພາ​ສີ​​ເຂົ້າ​ງົບ​ປະ​ມານ. ໂຄງ​ການ​ດີ​ສຳ​ລັບ​ສັງ​ຄົມ​ແມ່ນ​ຕ​້ອ​ງ​ຄິດ​ໄລ່ລັກ​ສະ​ນະ​ແຜ່​ຂະ​ຫຍາຍ​ດ້ານ​ເຕັກ​ໂນ​ໂລ​ຊີ, ຕ້ອງ​ສ້າງວຽກ​ເຮັດ​ງານ​ທຳ ແລະ ຍົກ​ສູງ​ສີ​ມື​ແຮງ​ງານ, ລະ​ດັບ, ຄວາມ​ຮູ້​ໃຫ້​ຄົນ​ງານ. ສຸດ​ທ້າຍ​ແມ່ນ​ດີ​ສຳ​ລັບ​ເຈົ້າ​ຂອງ​ລົງ​ທຶນ”.

        ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ, ດົ່ງ​ນາຍ ຖື​ເປັນ​ສຳ​ຄັນ​ຄຸນ​ນະ​ພາບ​ແຫຼ່ງ​ທຶນ FDI ຍິ່ງກວ່າ​ຈຳ​ນວນ​ທຶນ, ເລື່ອງ​ປ່ອຍ​ເງິນ​ໃຫ້​ບັນ​ດາ​ໂຄງ​ການ​ສຳ​ຄັນ​ກວ່າ​ຈຳ​ນວນ​ທຶນຈົດ​ທະ​ບຽ​ນ​ຂອງວິ​ສາ​ຫະ​ກິດ. ຢູ່​ແຂວງ​ດົ່ງ​ນາຍ, ພາຍ​ຫຼັງ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ໜັງ​ສື​ຢັ້ງ​ຢືນ​ການ​ລົງ​ທຶນ, ແຂວງ​ຈະ​ຕ​ິດ​ຕາມ, ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ໃຫ້​ເຮັດ​ແນວ​ໄດ​ຖືກ​ຕາມ​ຄວາມ​ຄືບ​ໜ້າ, ຮັບ​ປະ​ກັນ​ການ​ປ່ອຍ​ເງິນ​ຢ່າງ​ໄວ ຫາກບໍ່​ແມ່ນ​ຈົດ​ທະ​ບຽນ​ແລ້ວ​ປະ​ໄວ້. ໝາກ​ຜົນ​ທີ່​ໄດ້​ຮັບ​ແມ່ນ, ໃນ​ຊຸມ​ປີ​ຜ່ານ​ມາ, ອັດ​ຕາ​ປ່ອຍ​​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ FDI ຢູ່​ແຂວງ​ດົ່ງ​ນາຍ ຍາມ​ໃດ​ກໍ່​ຢູ່​ໃນ​ລະ​ດັບ​ສ​​ູງ, ສະ​ເລ່ຍ​ບັນ​ລຸ​ປະ​ມານ 70% ໃນ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ.

        ດ້ວຍ​ແຜນ​ນະ​ໂຍ​ບານ​ດຶງ​ດູດ​ແຫຼ່ງ​ທຶນ FDI ຢ່າງ​ມີ​ການ​ຄັດ​ເລືອກ, ດົ່ງ​ນາຍ ໄດ້​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ດູດ​ດື່ມ. ແຕ່​ລະ​ປີ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ດົ່ງ​ນາຍ ໄດ້​ຈັດ​ການ​ພົບ​ປະ, ເຈ​ລະ​ຈາກັບ​​ບັນ​ດານັກ​ລົງ​ທຶນ FDI ເປັ​ນ 4 ຄັ້ງ​. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ແຂວງ ເພື່ອ​ແນ​ໃສ່​ແລກ​ປ່ຽ​ນ​ຂໍ້​ມູນ​ຂ່າວສານ, ແກ້​ໄ​ຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ວ​ິສາ​ຫະ​ກິດ,  ຜ່ານນັ້ນ​ສ້າງ​ພາ​ບ​ພົດ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນທີ່​. ທີ່​ກາ​ນພົບ​ປະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ FDI, ທ່ານ ເຈີນ​ວັນ​ວິ້ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົ່ງ​ນາຍ, ຢືນ​ຢັນ​ວ່າ.

        “ທັດ​ສະ​ນະ​ຂອງ​ການ​ນຳ​ແຂວງ​ ແລະ ບັນ​ດາ​ທ້ອ​ງ​ຖິ່ນ​ຢູ່​ໃນ​ແຂວງ ແມ່ນ​ຫັນ​ບັນ​ດາ​ລະ​ບຽ​ບ​ການບໍ​ລິ​ຫານ​ເປັນ​ງ່າຍ​ດ່າຍ. ເປັນ​ເອ​ກະ​ພາບການ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ, ຍ້ອນ​ພຶດ​ຕະ​ກຳ​ຕົວ​ຈິງ ຍ​າມ​ໃດ​ກໍ່​ນຳ​ໜ້າ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ແຂວງກໍ່​ປາດ​ຖະ​ໜາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ປະ​ກອບ​ຄວາມ​ເຫັນ​ເພື່​ອ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ແກ້​ໄຂບັນ​ດາ​ຄວາມ​ຫຍຸ້ງ​ຍາ​ກ​ໃຫ້​ວິ​ສາ​ຫະ​ກິດ”.

        ໃນ​ຄວາມມ​ນະ​ພະ​ຍາ​ຍາມ​ປະ​ຕິ​ຮູບ​ລະ​ບຽ​ບ​ການ​ບໍ​ລິ​ການ, ແຂວງ ດົ່ງ​ນາຍ ພວ​ມ​ຈັດ​ຕັ້ງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ກັບ​ທີ່. ດ້ວຍ​ບັນ​ດາ​ນັກ​ລົງ​ທຶນ​ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຢູ່​ທີ່ນີ້, ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ລ້ວນ​ແຕ່​ໄດ້​ຮັບ​ການ​ແກ​້​ໄຂ​ເມື່ອ​ເກີດ​ສິ່ງ​ທີ່​ຕ​ິດ​ຂັດ, ຈາກ​ບັນ​ດາ​ບັນ​ຫາ​ລະ​ອຽດ ຕະ​ຫຼອດ​ເຖິງ​ບັນ​ດາ​ບັນ​ຫາ​ສະ​ເໜີ​ດ້ານ​ນະ​ໂຍ​ບາຍ ລ້ວ​ນ​ແຕ​່​ໄດ້​ຮັບ​ການ​ຮັບ​ຮູ້ ແລະ ​ໄດ​້ຮັບ​ການ​ແກ​້​ໄຂ. ຢູ່​ພາກ​ສ່ວນ​ປະ​ຕູ​ດຽວ​ຂອງ​ຄະ​ນະ​ຄຸ້​ມ​ຄອງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ດົ່ງ​ນາຍ, ເວ​ລາ​ແກ້​ໄຂ​ເອ​ກະ​ສານຢ​ູ່​ທີ່ນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ໄວ, ເວ​ລາ​ແກ້​ໄຂ​ເອ​ກະ​ສານ​ສະ​ເລ່ຍ​ເທົ່າ​ກັບ​ປະ​ມານ 60 – 70% ​ຂອງ​ເວ​ລາກຳ​ນົດ​.

        ປີ 2016, ດົ່ງ​ນາຍ ຍັງ​ແມ່ນ​ແຂວງນອນໃນ top ບັນ​ດາ​ແຂວງ​ນຳ​ໜ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI ດ້ວຍ​ຈຳ​ນວນ​ເງິນ​ຈົດ​ທະ​ບຽນ​ແມ່ນ​ເກືອບ 2 ຕື້ USD. ໃນ​ນັ້ນ, ສະ​ໜອງ​ໃໝ່ 100 ໂຄງ​ການ​ລົງ​ທຶນ, ດ້ວຍ​ຈຳ​ນວນ​ທຶນ​ແມ່ນ​ເກືອບ 1 ຕື້ USD; 98 ໂຄງ​ການ​ເພີ່ມ​ເງິນ​ລົງ​ທຶນ, ດ້ວຍ​ທຶນ​ເພີ່ມ​ຕື່ມ​ແມ່ນ 826,7 ລ້ານ USD. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຈຳ​ນວນ​ເງິນ​ລົງ​ທຶນ​ດັ່ງ​ກ່າວ​ຍັງບໍ່​ສູງເມື່ອ​ທ​ຽ​ບ​ໃສ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຂວງ​ຢູ່, ແຕ່ນ​ີ້​ແມ່ນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໂດຍ​ມີ​ການ​ຄັດ​ເລືອກ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ທ້ອງ​ຖິ່ນ, ຢືນ​ຢັນ​ທິດ​ກ້າວ​ເດີນ​ຢ່າງ​ຖືກ​ຕ້ອງ​ຂອ​ງ​ແຂວງ​ດົ່ງ​ນາຍ ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ