ໂຄງການ ເຕີນວູ - ແລກຫວ້ຽນ ປະກອບສ່ວນພັດທະນາເສດຖະກິດທາງພາກເໜືອ

(VOVWORLD) -ພາຍຫຼັງໄລຍະ 3 ປີແຫ່ງການຜັນຂະຫຍາຍການກໍ່ສ້າງ, ກະຊວງຄົມມະນາຄົມຂົນສົ່ງ ໄດ້ຈັດຕັ້ງພິທີທຸລະເສັ້ນທາງໃນໂຄງການເສັ້ນທາງລົດໂອໂຕ ແລະ ຂົວຂ້າມທະເລ ເຕີນວູ - ແລກຫວ້ຽນ ກົງກັບໂອກາດວັນຊາດຫວຽດນາມ 02 ກັນຍາ 2017.

ໂຄງການ ເຕີນວູ - ແລກຫວ້ຽນ ປະກອບສ່ວນພັດທະນາເສດຖະກິດທາງພາກເໜືອ - ảnh 1 ໂຄງການ ເຕີນວູ - ແລກຫວ້ຽນ ປະກອບສ່ວນພັດທະນາເສດຖະກິດທາງພາກເໜືອ

(ພາບ:vietnamnet.vn)

ເລື່ອງນຳໂຄງການເຂົ້າເຄື່ອນໄຫວໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ເຂດ 3 ລ່ຽມເສດຖະກິດຈຸດສຸມ ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ. ບົດຂຽນ “ໂຄງການ ເຕີນວູ - ແລກຫວ້ຽນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທາງພາກເໜືອ” ຂອງ ຕື້ມິງ, ນັກຂ່າວ VOV.

        ໂຄງການກໍ່ສ້າງເສັ້ນທາງຄົມມະນາຄົມທາງບົກ ແລະ ຂົວຂ້າມທະເລ ເຕີນວູ - ແລກຫວ້ຽນ ແມ່ນກິດຈະກຳຈຸດສຸມແຫ່ງຊາດ, ໄດ້ເລີ່ມລົງມືກໍ່ສ້າງເມື່ອເດືອນ ພຶດສະພາ ປີ 2017. ໂຄງການໂດຍກະຊວງຄົມມະນາຄົມຂົນສົ່ງເປັນເຈົ້າຂອງລົງທຶນ, ນັກອອກແບບ ໂດຍແມ່ນບໍລິສັດໃຫຍ່ຂອງຍີ່ປຸ່ນ ຫຼາຍແຫ່ງ, ນັກຜູ້ຮັບເໝົາລົງທຶນກໍ່ສ້າງແມ່ນບໍລິສັດຮ່ວມ Sumitomo Mitsui - ເຈື່ອງເຊີນ - Cienco 4. ໂຄງການນີ້ມີຍອດຈຳນວນເງິນລົງທຶນເກືອບ 12.000 ຕື້ດົ່ງ, ໃນນັ້ນທຶນ ODA ຂອງຍີ່ປຸ່ນ ແມ່ນເກືອບ 50 ຕື້ເຢັນ ແລະ ທຶນສົມທົບຂອງຝ່າຍຫວຽດນາມ ແມ່ນກວ່າ 1.800 ຕື້ດົ່ງ. ໂຄງການມີລວງຍາວຫຼາຍກວ່າ 15 ກ.ມ. ໃນນັ້ນຂົວຂ້າມທະເລ ດິ່ງວູ - ກາດຫາຍ ແມ່ນຂົວຍາວກວ່າໝູ່ຢູ່ໃນອາຊີຕາເວັນອອກສ່ຽງໃຕ້. ໂຄງການໄດ້ເຊື່ອມຕໍ່ໂດຍກົງກັບເສັ້ນທາງຄວາມໄວສູງຮ່າໂນ້ຍ - ຫາຍຟ່ອງ, ທາງຫຼວງເລກ 5, ສະໜາມບິນສາກົນ ກາດບີ… ມີບາງກິດຈະກຳຍັງເຫຼຼືອຂອງໂຄງການຈະໄດ້ຮັບການກໍ່ສ້າງໃຫ້ສຳເລັດໃນທ້າຍປີ 2018, ສະນັ້ນ, ພາຍຫຼັງໄດ້ນຳກິດຈະກຳກໍ່ສ້າງທັງໝົດເຂົ້າໃຊ້ການ ໃຫ້ມີຄວາມໝາຍສຳຄັນພິເສດໃນການພັດທະນາເສດຖະກິດສັງຄົມຢູ່ເຂດ 3 ຫຼ່ຽມເສດຖະກິດຈຸດສຸມຂອງພາກເໜືອລວມມີ: ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ.

        ສະເພາະຂົວຂ້າມທະເລ ເຕີນວູ - ແລກຫວ້ຽນ ແມ່ນໂຄງການທີ່ນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າທີ່ສຸດຂອງໂລກໃນປະຈຸບັນ. ພັນໂທ ໂດ້ແມ້ງຮຸ່ງ, ຢູ່ບໍລິສັດໃຫຍ່ເຈື່ອງເຊີນ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ສຸມບັນດາແຫຼ່ງກຳລັງ, ເຄື່ອງວັດຖຸອຸປະກອນເພື່ອຕອບສະໜອງຖືກຕ້ອງຕາມຄວາມຄືບໜ້າໃນການກໍ່ສ້າງ, ເພີ່ມທະວີບັນດາກຳລັງກໍ່ສ້າງ. ສະນັ້ນ, ໃນການກໍ່ສ້າງ ບໍລິສັດໃຫຍ່ໄດ້ປະຕິບັດຖືກຕາມກຳນົດເວລາກໍ່ສ້າງ, ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຮັບປະກັນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃຫ້ທ້ອງຖິ່ນອີກດ້ວຍ”.

ໂຄງການ ເຕີນວູ - ແລກຫວ້ຽນ ປະກອບສ່ວນພັດທະນາເສດຖະກິດທາງພາກເໜືອ - ảnh 2 ເລື່ອງນຳໂຄງການກໍ່ສ້າງທາງຄົມມະນາຄົມ ແລະ ຂົວຂ້າມທະເລ  ເຕີນວູ - ແລກຫວ້ຽນ

ປະກອບສ່ວນຫຼຸດຜ່ອນລາຍຈ່າຍ ແລະ ເວລາໃນການໄປມາ

(ພາບ:vietnamnet.vn)

ເລື່ອງນຳໂຄງການກໍ່ສ້າງທາງຄົມມະນາຄົມ ແລະ ຂົວຂ້າມທະເລ  ເຕີນວູ - ແລກຫວ້ຽນ ເຂົ້າໃຊ້ການ ຈະເສີມຂະຫຍາຍທ່າແຮງຂອງທະເລ ເຂົ້າໃນການພັດທະນາເສດຖະກິດ ແລະ ທ່ອງທ່ຽວຢ່າງສຸດຂີດ, ປະກອບສ່ວນຫຼຸດຜ່ອນລາຍຈ່າຍ ແລະ ເວລາໃນການໄປມາ. ພ້ອມທັງລະດົມການພັດທະນາອຸດສາຫະກຳຢູ່ເຂດແຄມທະເລ ຫາຍຟ່ອງ, ຊຸກຍູ້ບັນດາການເຄື່ອນໄຫວດ້ານການທ່ອງທ່ຽວຢູ່ເຂດນິເວດວິທະຍາໃນເກາະ ກ໋າດບ່າ ແລະ ບັນດາເຂດອ້ອມຂ້າງ. ພ້ອມທັງ, ມັນຍັງໄດ້ສ້າງວຽກເຮັດງານທຳຢ່າງໝັ້ນຄົງໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ໃນເມືອງເກາະ ກ໋າດຫາຍ. ທ່ານ ຈູງວຽນໄກ້, ປະຊາຊົນເມືອງເກາະ ກ໋າດຫາຍ, ສະແດງໃຫ້ເຫັນຄວາມພາກພູມໃຈເມື່ອຂົວຂ້າມທະເລ ໄດ້ນຳເຂົ້າໃຊ້ການ.

        “ຂ້າພະເຈົ້າແມ່ນລູກຫຼານຂອງເມືອງກ໋າດຫາຍ. ກ່ອນນີ້, ການໄປມາລະຫວ່າງນະຄອນ ແລະ ບັນດາເມືອງເກາະແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍ, ບໍ່ພຽງແຕ່ຂ້າພະເຈົ້າມີປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ ແຕ່ຍັງມີປະຊາຊົນ ກ໋າດຫາຍ ທຸກຄົນປະສົບກັບຄວາມຫຍຸ້ງຍາກອີກດ້ວຍ. ກໍ່ຍ້ອນນະໂຍບາຍປ່ຽນແປງໃໝ່ຂອງພັກ ທີ່ໄດ້ໃຫ້ບຸລິມະສິດໃຫ້ ກ໋າດຫາຍ ກໍ່ສ້າງຂົວຮັດແຄບໄລຍະທາງຈາກກ໋າດຫາຍ ເຖິງໃຈກາງນະຄອນຫາຍຟ່ອງ.”

        ສຳລັບນະຄອນຫາຍຟ່ອງແລ້ວ, ໂຄງການໄດ້ຮັບການກໍ່ສ້າງສຳເລັດ ຈະເຊື່ອມຕໍ່ ແລະ ພັດທະນາເສດຖະກິດເຂດແຄມທະເລຂອງນະຄອນ, ປະກອບສ່ວນເພີ່ມກຳລັງດຶງດູດບັນດານັກລົງທຶນ ທີ່ລົງທຶນເຂົ້າບັນດາໂຄງການເຊິ່ງນອນໃນໂຄງການພັດທະນາເຂດເສດຖະກິດ ດິ່ງວູ - ກ໋າດຫາຍ. ພົ້ນເດັ່ນແມ່ນບັນດາໂຄງການຈຸດສຸມທີ່ພວມໄດ້ຮັບການຜັນຂະຫຍາຍຢູ່ເມືອງກ໋າດຫາຍ ຄື ທ່າກ່ຳປັ່ນສາກົນຫາຍຟ່ອງ, ບັນດາໂຄງການຂອງກຸ່ມບໍລິສັດ Vingroup, Sungroup. ດ້ວຍບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ຂົວແຫ່ງນີ້ແມ່ນຄວາມຝັນທີ່ໄດ້ກາຍເປັນຈິງຂອງປະຊາຊົນເມືອງເກາະ ກ໋າດຫາຍ. ນີ້ແມ່ນໂຄງການຂີດໝາຍໃນສະຕະວັດ, ປະກອບສ່ວນສ້າງການຫັນປ່ຽນໃນການພັດທະນາເສດຖະກິດສັງຄົມ ແລະ ທ່ອງທ່ຽວຢູ່ບັນດາແຂວງທາງພາກເໜືອຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ