ໂຄງການພັດທະນາວິສາຫະກິດຂະໜາດກາງແລະນ້ອຍເມືອງຮ່ວາຍດຶກ,ຮ່າໂນ້ຍສ້າງກາລະໂອກາດພັດທະນາປະຊາຄົມ

(VOVWORLD) -ວິສາຫະກິດຂະໜາດກາງ ແລະ ນ້ອຍ ໄດ້ຮັບຖືວ່າ ແມ່ນກຳລັງໜູນເຕີບໂຕ, ແມ່ນແຫ່ງສ້າງວຽກເຮັດງານທຳຕົ້ນຕໍ ແລະ ເພີ່ມລາຍຮັບໃຫ້ຄົນງານ, ຊ່ວຍລະດົມບັນດາແຫຼ່ງທຶນສັງຄົມໃຫ້ແກ່ການລົງທຶນພັດທະນາທ້ອງຖິ່ນ. ໃນໄລຍະຜ່ານມາ, ຍ້ອນໄດ້ຮັບການໜູນຊ່ວຍຈາກອົງການຈັດຕັ້ງຊາວໜຸ່ມດ້ວຍພາລະໜ້າທີ່ (Youth with a mission - YWAM), ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃນບໍລິເວນເມືອງຮ່ວາຍດຶກ, ຮ່າໂນ້ຍ ໄດ້ມີການປ່ຽນແປງຫຼາຍຢ່າງມີຫົວຄິດປະດິດສ້າງໃນການດຳເນີນທຸລະກິດ, ຈາກນັ້ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ. ບົດຂຽນຂອງ ຮີ່ນຫງອກ, ນັກຂ່າວ VOV ດ້ວຍຫົວຂໍ້ວ່າ “ໂຄງການພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍເມືອງຮ່ວາຍດຶກ, ຮ່າໂນ້ຍ ສ້າງກາລະໂອກາດພັດທະນາປະຊາຄົມ”.

ໂຄງການພັດທະນາວິສາຫະກິດຂະໜາດກາງແລະນ້ອຍເມືອງຮ່ວາຍດຶກ,ຮ່າໂນ້ຍສ້າງກາລະໂອກາດພັດທະນາປະຊາຄົມ - ảnh 1 ຊຸດຮຽນໂດຍ YWAM ຈັດຕັ້ງ

(ພາບປະກອບ: dantri.com.vn)

ເມືອງຮ່ວາຍດຶກ, ມີວິສາຫະກິດເກືອບ 300 ແຫ່ງ ທີ່ພວມເຄື່ອນໄຫວ ແລະ ມີກວ່າ 10.000 ຄອບຄົວຜະລິດດຳເນີນທຸລະກິດ. ໃນຊຸມປີຜ່ານມາ, ອຳນາດການປົກຄອງເມືອງ ຮ່ວາຍດຶກ ໄດ້ສົມທົບກັບອົງການຈັດຕັ້ງຊາວໜຸ່ມດ້ວຍພາລະໜ້າທີ່ (Youth with a mission - YWAM) ເຊິ່ງແມ່ນອົງການຈັດຕັ້ງເຄື່ອນໄຫວບໍ່ເພື່ອຜົນກຳໄລສາກົນປະຕິບັດໂຄງການພັດທະນາປະຊາຄົມຢູ່ທ້ອງຖິ່ນ, ຜັນຂະຫຍາຍໂຄງການ “ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ” ໃນບໍລິເວນເມືອງຮ່ວາຍດຶກ. ໂຄງການນີ້ໄດ້ຊ່ວຍໃຫ້ບັນດາວິສາຫະກິດໄດ້ຮັບການສະໜອງຄວາມຮູ້ກ່ຽວກັບດ້ານກົດໝາຍ, ຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດເພື່ອຈາກນັ້ນ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ບັນດາຄອບຄົວຜະລິດດຳເນີນທຸລະກິດຊອກຫາທິດທາງພັດທະນາຢ່າງມີປະສິດທິຜົນ, ໝັ້ນຄົງ. ວິວັດການຜັນຂະຫຍາຍໂຄງການຢູ່ເມືອງຮ່ວາຍດຶກ ໄດ້ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຫັນປ່ຽນໂຄງປະກອບເສດຖະກິດຂອງເມືອງ ຕາມທິດເພີ່ມອັດຕາສ່ວນອຸດສາຫະກຳ - ການບໍລິການ - ການຄ້າ. ທ່ານ ໂດ້ດຶກຈຸງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຮ່ວາຍດຶກ, ໃຫ້ຮູ້ວ່າ.

        “ແຜນນະໂຍບາຍລວມຂອງເມືອງແມ່ນສ້າງທຸກເງື່ອນໄຂສະດວກເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ. ແຕ່ບັນຫາສຳຄັນແມ່ນຄວາມຮູ້ໃນການຄຸ້ມຄອງ, ບໍລິຫານ, ການຈັດຕັ້ງ ເພື່ອຮັບປະກັນການເຄື່ອນໄຫວຜະລິດອອກບັນດາຜະລິດຕະພັນ ເພື່ອຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ມີຄວາມແກ່ງແຍ້ງຢ່າງພຽງພໍ, ຮັກສາສິ່ງແວດລ້ອມ, ຄວາມປອດໄພດ້ານສະບຽງອາຫານ”.

        ໂຄງການ “ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ” ເມືອງ ຮ່ວາຍດຶກ ໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2009 ມາຮອດປະຈຸບັນ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາເຈົ້າຂອງວິສາຫະກິດເປັນຈຳນວນຫຼາຍ. ຜ່ານບັນດາຊຸດຮຽນໂດຍ YWAM ຈັດຕັ້ງ, ຫົວໜ້າບັນດາວິສາຫະກິດໄດ້ສຳພັດກັບບັນດາກົນໄກ, ນະໂຍບາຍ, ຊອກຮູ້ກ່ຽວກັບຂອບຂະໜາດການຜະລິດ ແລະ ຕະຫຼາດໃໝ່ໃນການຜະລິດດຳເນີນທຸລະກິດ ເພື່ອສາມາດແກ່ງແຍ້ງດ້ວຍກຳລັງແທ້ຈິງຂອງຕົນເອງໃນພື້ນຖານເສດຖະກິດການຕະຫຼາດ. ທ່ານ ຈູວັນບັ່ງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນຕ່ຳແຜ່ນຕັດຫຍິບ GB, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍດ້ານເຕັກນິກຈາກບັນດານັກຊ່ຽວຊານ ແລະ ບັນດາອ້າຍ, ເອື້ອຍ ຢູ່ອົງການຈັດຕັ້ງ YWAM ເພື່ອໃຫ້ພວກຂ້າພະເຈົ້າຄ່ອຍໆຫັນລະບົບການບໍລິຫານໃຫ້ໄດ້ມາດຕະຖານ ແລະ ເກືອບຄືວ່າມີປະສິດທິຜົນໃນທັນທີ, ນັ້ນແມ່ນການປ່ຽນແປງນັບທັງທາງດ້ານຈຳນວນ ແລະ ຄຸນນະພາບ. ທາງດ້ານຈຳນວນແມ່ນຄັງສາງ, ເດີ່ນເກັບມ້ຽນສິນຄ້າ, ສະຖານທີ່ຈອດລົດ. ຄຸນນະພາບແມ່ນບັນດາພາລະກອນລ້ວນແຕ່ມີສະຕິວ່າ ຖ້າເຮົາປ່ຽນແປງຈະນຳມາເຊິ່ງຜົນປະໂຫຍດໃຫ້ບໍລິສັດ ແລະ ໃຫ້ແກ່ຕົນເອງ”.

        ພາຍຫຼັງໄດ້ຮັບການແບ່ງປັນບົດຮຽນຈາກບັນດາເຈົ້າຂອງວິສາຫະກິດທີ່ປະສົບຜົນສຳເລັດໃນການດຳເນີນທຸລະກິດ ເຊິ່ງເປັນສະມາຊິກຂອງ YWAM, ບັນດາເຈົ້າຂອງວິສາຫະກິດເມືອງ ຮ່ວາຍດຶກໄດ້ມີຫົວຄິດປະດິດສ້າງ, ມີຄວາມຊຳນານໃນການຄຸ້ມຄອງ, ບໍລິຫານວິສາຫະກິດ, ຄຸ້ມຄອງແຮງງານ, ພື້ນຖານໂຄງລ່າງດ້ານວັດຖຸລ້ວນແຕ່ໄດ້ຮັບການຍົກສູງຂຶ້ນ. ຈາກນັ້ນ, ຄຸນນະພາບການຜະລິດດຳເນີນທຸລະກິດ, ການຊຸກຍູ້ສະພາບແວດລ້ອມແຫ່ງການປະຕິບັດງານມີຄວາມປອດໄພ - ມີປະສິດທິຜົນ - ເປັນມືອາຊີບ. ທ່ານນາງ Roslyn Jackson, ຜູ້ອຳນວຍການ YWAM, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າເຫັນວິສາຫະກິດຫຼາຍແຫ່ງປະສົບຜົນສຳເລັດ ໄດ້ສ້າງກາລະໂອກາດຫຼາຍຢ່າງ ສ້າງວຽກເຮັດງານທຳໃຫ້ບັນດາຄົນງານຢູ່ທ້ອງຖິ່ນ. ພວກຂ້າພະເຈົ້າກໍ່ເຫັນວ່າ, ສະພາບແວດລ້ອມໃນການເຮັດວຽກຂອງຄົນງານໄດ້ຮັບການປັບປຸງຫຼາຍທີ່ສຸດ ແລະ ເງື່ອນໄຂການອອກແຮງງານກໍ່ມີຄວາມປອດໄພກວ່າ. ບັນດາວິສາຫະກິດຫວຽດນາມ ມີທີ່ຕັ້ງເພື່ອກ້າວຂຶ້ນສູ່ອະນາຄົດ, ພິເສດ ແມ່ນເມື່ອຫວຽດນາມ ປ່ຽນແປງໃໝ່, ຫັນຈາກກະສິກຳໄປສູ່ອຸດສາຫະກຳ ແລະ ຜະລິດ.”

        ເຂົ້າຮ່ວມຊຸດຮຽນ, ບັນດາເຈົ້າຂອງວິສາຫະກິດບໍ່ພຽງແຕ່ເອົາໃຈໃສ່ເຖິງເປົ້າໝາຍຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດ ເພື່ອແນໃສ່ເພີ່ມທະວີການເຕີບໂຕດ້ານລາຍຮັບ ແລະ ຜົນກຳໄລຂອງວິສາຫະກິດເທົ່ານັ້ນ, ຫາກຍັງສົມທົບກັນປະຕິບັດບັນດາເປົ້າໝາຍສັງຄົມ, ຮັບປະກັນສະພາບແວດລ້ອມຢູ່ບ່ອນເຮັດວຽກງານ, ຮັບປະກັນສິດຜົນປະໂຫຍດຂອງຜູ້ອຸປະໂພກ, ບໍລິໂພກອີກດ້ວຍ. ທ່ານນາງ Roslyn Jackson, ຜູ້ອຳນວຍການ YWAM ຕາງໜ້າຢູ່ຫວຽດນາມ, ໂດຍແມ່ນຜູ້ໃກ້ຊິດຕິດແທດໂຄງການ ຖືວ່າ.

        “ໜຶ່ງໃນບັນດາປັດໃຈບັນລຸຜົນສຳເລັດຂອງໂຄງການນີ້ແມ່ນ ພວກຂ້າພະເຈົ້າບໍ່ພຽງແຕ່ເຊີນບັນດາເຈົ້າຂອງວິສາຫະກິດໄປຮຽນ, ໄປບຳລຸງສ້າງເທົ່ານັ້ນ, ຫາກພວກຂ້າພະເຈົ້າໄດ້ໜູນຊ່ວຍດ້ານເຕັກນິກຢ່າງແທ້ຈິງ, ພິເສດແມ່ນສ້າງສະພາບແວດລ້ອມໃນການເຮັດວຽກຢ່າງມີຄວາມປອດໄພ, ເຮັດໃຫ້ປ່ຽນແປງຄວາມຮັບຮູ້ ແລະ ເມື່ອບັນດາວິສາຫະກິດເຫຼົ່ານີ້ບັນລຸຜົນສຳເລັດ, ເຂົາເຈົ້າໄດ້ໜູນຊ່ວຍ ແລະ ຊ່ວຍເຫຼືອບັນດານັກຮຽນທຸກຍາກ, ຊ່ວຍບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນທີ່ເຂົາເຈົ້າດຳລົງຊີວິດ”.

        ເປັນເວລາ 8 ປີແຫ່ງການຜັນຂະຫຍາຍການປະຕິບັດບັນດາໂຄງການພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ ຢູ່ເມືອງຮ່ວາຍດຶກ, ໄດ້ຊ່ວຍໃຫ້ບັນດາວິສາຫະກິດຮັບຮູ້ໄດ້ຄວາມສຳຄັນຂອງເລື່ອງຕ້ອງປ່ຽນໃໝ່ເພື່ອພັດທະນາໃຫ້ມີຄວາມໝັ້ນຄົງເຂັ້ມແຂງໃນໄລຍະເຊື່ອມໂຍງ. ການໜູນຊ່ວຍຂອງອົງການ YWAM ສຳລັບບັນດາວິສາຫະກິດເມືອງຮ່ວາຍດຶກ ກໍ່ໄດ້ປະກອບສ່ວນສ້າງພື້ນຖານໃຫ້ໝັ້ນຄົງເພື່ອໃຫ້ບັນດາວິສາຫະກິດທ້ອງຖິ່ນໂຄງຕົວ ແລະ ພັດທະນາໃຫ້ນັບມື້ນັບແຂງແຮງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ