ໂຄງການຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ ໄລຍະ ແຕ່ປີ 2018-2020

(VOVWORLD) -ໂຄງການ ຫນຶ່ງ ຕາແສງຫນຶ່ງຜະລິດຕະພັນ (OCOP) ແມ່ນໂຄງການພັດທະນາເສດຖະກິດເຂດຊົນນະບົດ ຕາມທິດພັດທະນາກຳລັງແຮງພາຍໃນ ແລະ ເພີ່ມມູນຄ່າໃນແຕ່ລະຜະລິດຕະພັນ. ນີ້ກໍ່ແມ່ນມາດຕະການ, ຫນ້າທີ່ຂອງລັດຖະບານຫວຽດນາມ ໃນການຜັນຂະຫຍາຍການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່. ພາຍຫລັງປະຕິບັດທົດລອງໃນໄລຍະຫນຶ່ງ, ແຂວງ ກວ໋າງນີງ ໄດ້ນຳຫນ້າໃນການຜັນຂະຫຍາຍຮູບແບບ “ຫນຶ່ງຕາແສງຫນຶ່ງ ຜະລິດຕະພັນ”. ນີ້ແມ່ນພື້ນຖານເພື່ອໃຫ້ລັດຖະບານ ຕົກລົງຜັນຂະຫຍາຍການທະວີຄູນໂຄງການນີ້ໃນທົ່ວປະເທດ.
ໂຄງການຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ ໄລຍະ ແຕ່ປີ 2018-2020 - ảnh 1 ໂຄງການປູກຜັກປອດສານພິດຢູ່ ກວ໋າງອຽນ

ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາຜະລິດຕະພັນກະສິກຳ, ຜະລິດຕະພັນບໍ່ແມ່ນຈາກການຜະລິດກະສິກຳ, ການບໍລິການທີ່ມີທ່າໄດ້ປຽບຢູ່ແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ, ໂດຍບັນດາພາກສ່ວນເສດຖະກິດເອກະຊົນ ແລະ ເສດຖະກິດລວມສູນປະຕິບັດ. ນັບແຕ່ປີ 2008, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຜັນຂະຫຍາຍປະຕິບັດທົດລອງຮູບແບບ “ຫນຶ່ງຕາແສງຫນຶ່ງ ຜະລິດຕະພັນ” ຈາກນັ້ນ ນັບແຕ່ປີ 2013 ແຂວງ ກວ໋າງນີງໄດ້ຜັນຂະຫຍາຍໂຄງການ“ຫນຶ່ງຕາແສງຫນຶ່ງ ຜະລິດຕະພັນ”  ນຳແຂວງ ກວ໋າງນີງ ກາຍເປັນແຂວງນຳຫນ້າຂອງທົ່ວປະເທດໃນການຜັນຂະຫຍາຍປະຕິບັດໂຄງການນີ້ຢ່າງເປັນລະບົບ. ໃນ 3 ປີແຫ່ງການປະຕິບັດ ຍອດມູນຄ່າສິນຄ້າຂາຍອອກໃນໂຄງການຢູ່ແຂວງ ກວ໋າງນີງ ແມ່ນ 670 ຕື້ດົງ (ສູງທົບ 3 ເທົ່າເມື່ອທຽບໃສ່ແຜນການວາງອອກ). ສິ່ງສຳຄັນແມ່ນຈຳນວນຄອບຄົວ, ໝວດຄອບຄົວຈົດທະບຽນການເຂົ້າຮ່ວມແມ່ນນັບມື້ນັບຫລາຍ ນີ້ເປັນການພິສູດໃຫ້ເຫັນພະລັງຊີວິດຂອງໂຄງການ. ທີ່ກອງປະຊຸມສະຫລຸບການປະຕິບັດໂຄງການດັ່ງກ່າວຢູ່ແຂວງ ກວ໋າງນີງ, ທ່ານ ຫງວຽນຊວນເກືອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຕີລາຄາວ່າ:

“ຜ່ານໂຄງການ OCOP ໄດ້ສ້າງຕັ້ງບັນດາສະຫະກອນແບບໃຫມ່, ບັນດາວິສາຫະກິດເຊິ່ງກ່ອນນີ້ ເຂົາເຈົ້າແມ່ນຊາວກະສິກອນ ແຕ່ປະຈຸບັນໄດ້ກາຍເປັນເຈົ້າຂອງບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ. ສອງພາກສ່ວນດັ່ງກ່າວໄດ້ປະກອບສ່ວນຊຸກຍູ້ບັນດາແກ່ນສານ ພ້ອມກັບບັນດາຄອບຄົວຊາວກະສິກອນເພື່ອສຸມໃສ່ພັດທະນາເສດຖະກິດຢູ່ເຂດຊົນນະບົດ. ໝາກຜົນດັ່ງກ່າວໄດ້ຢັ້ງຢືນ ຜະລິດຕະພັນກະເສດເປັນສິນຄ້າ ແລະ ຂະແຫນງອາຊີບຂອງຊາວຫວຽດນາມ ອາດຈະແຊກຊືມເຂົ້າຕະຫລາດໂລກໄດ້ ຜ່ານບັນດາຜະລິດຕະພັນສຸດທ້າຍຂອງໂຄງການນີ້. ພວກເຮົາປາດຖະຫນາວ່າ ການສ້າງໂຄງປະກອບຄືນໃຫມ່ໃນເຂດຊົນນະບົດ, ການກໍ່ສ້າງຊົນນະບົດໃຫມ່ ຊື່ງສຸມໃສ່ເຂົ້າໃນລະບົບຜະລິດຕະພັນຜ່ານການຈັດຕັ້ງ OCOP ຄືໄດ້ປະຕິບັດຢູ່ແຂວງ ກວ໋າງນີງ ແມ່ນປະສົບຜົນສຳເລັດ.”

ໂຄງການຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ ໄລຍະ ແຕ່ປີ 2018-2020 - ảnh 2 ເກັບກູ້ໝາກໄມ້ຢູ່ຕາແສງ ດົງຈຽວ ແຂວງ ກວ໋າງນີງ

ບົນພື້ນຖານການສະຫລຸບໝາກຜົນຕີລາຄາວິວັດການປະຕິບັດຢູ່ບັນດາທ້ອງຖິ່ນ, ຫວ່າງແລ້ວນີ້ ລັດຖະບານໄດ້ເຊັນອະນຸມັດຂໍ້ຕົກລົງກ່ຽວກັບການໂຄງການຫນຶ່ງຕາແສງຫນຶ່ງຜະລິດຕະພັນໄລຍະ 2018 – 2020(OCOP), ໂຄງການຈະໄດ້ຮັບການປະຕິບັດໃນຂອບເຂດທົ່ວປະເທດ. ຈຸດໝາຍສັງລວມຂອງໂຄງການ ແມ່ນຂະຫຍາຍບັນດາຮູບການຈັດຕັ້ງການຜະລິດ, ດຳເນີນທຸລະກິດ ເພື່ອຜະລິດບັນດາຜະລິດຕະພັນດັ້ງເດີມ, ບໍລິການທີ່ມີທ່າໄດ້ປຽບບັນລຸມາດຖານ, ມີຄວາມສາມາດແກ້ງແຍ້ງຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ, ປະກອບສ່ວນພັດທະນາເສດຖະກິດຢູ່ເຂດຊົນນະບົດ, ປະຕິບັດການຫັນກະສິກຳເຂດຊົນນະບົດເປັນເຂດອຸດສາຫະກຳ ແລະ ທັນສະໄຫມ, ຊຸກຍູ້ການຫັນປ່ຽນໂຄງປະກອບແຮງງານເຂດຊົນນະບົດໃຫ້ເໝາະສົມ (ຈຳກັດສະພາບການຍົກຍ້າຍປະຊາຊົນໄປຢູ່ເຂດຕົວເມືອງ), ປົກປັກຮັກສາສິ່ງແວດລ້ອມ ແລະ ອະນຸລັກຮັກສາບັນດາຄຸນຄ່າມູນເຊື້ອອັນດີງາມຂອງເຂດຊົນນະບົດຫວຽດນາມ. ຕາມເປົ້າໝາຍຂອງໂຄງການນີ້, ນັບແຕ່ນີ້ຮອດປີ 2020, ໂຄງການຈະໄດ້ປະຕິບັດຕາມການຫັນຢ່າງຫນ້ອຍ 50% ປະລິມານຜະລິດຕະພັນທີ່ມີຢູ່ແລ້ວຕາມມາດຕະຖານ ທຽບເທົ່າກັບ 2.400 ຜະລິດຕະພັນ, ປັບປຸງ, ສ້າງສຳເລັດການຈັດຕັ້ງການຜະລິດຕາມທິດຮ່ວມສຳພັນລະຫວ່າງຄອບຄົວຜະລິດກັບສະຫະກອນ ແລະ ວິສາຫະກິດ, ຜັນຂະຫຍາຍການປະຕິບັດຈາກ 8- 10 ຮູບແບບໝູ່ບ້ານວັດທະນະທຳທ່ອງທ່ຽວ, ປັບປຸງ, ລວບລວມ ວິສາຫະກິດ, ສະຫະກອນ ເຂົ້າຮ່ວມລາຍການ OCOP 100%, ສູ້ຊົນພັດທະນາວິສາຫະກິດຂະຫນາດກາງ ແລະ ນ້ອຍໃຫມ່ 500 ແຫ່ງ, ສະຫະກອນເຂົ້າຮ່ວມລາຍການ OCOP. ເມື່ອເຕື້ອງເຖິງກ່ຽວກັບທິດທາງຜັນຂະຫຍາຍໂຄງການໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ສະເຫນີວ່າ:

“ເພື່ອປະຕິບັດເປົ້າໝາຍດັ່ງກ່າວ, ພວກເຮົາຕ້ອງສຸມໃສ່ສ້າງໂຄງປະກອບ, ພື້ນຖານເສດຖະກິດ ພ້ອມກັນນັ້ນ ພວກເຮົາພັດທະນາເສດຖະກິດເຂດຊົນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃຫມ່. ຂ້າພະເຈົ້າສະເຫນີ ເລື່ອງຂະຫຍາຍຜະລິດຕະພັນ, ຂະແຫນງອາຊີບຢູ່ແຕ່ລະຕາແສງ, ແຕ່ລະບ້ານ ກ່ອນອື່ນໝົດແມ່ນຕ້ອງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງທີ່ມີເຄື່ອງໝາຍການຄ້າ, ມີກຳລັງແກ້ງແຍ້ງຢູ່ໃນຕະຫລາດ.”

ພ້ອມກັບການຜັນຂະຫຍາຍທະວີຄູນອອກສູ່ວົງກວ້າງໃນທົ່ວປະເທດ, ໂຄງການຈະສ້າງລະບົບຄຸ້ມຄອງ, ບໍລິຫານໂຄງການ OCOP ຢ່າງຄົບຊຸດ ຈາກສູນກາງລົງຮອດທ້ອງຖິ່ນ, ປະກາດໃຊ້ປະມວນມາດຖານ, ຂັ້ນຕອນ ຕີລາຄາ, ຈັດອັນດັບຜະລິດຕະພັນ, ປະກາດໃຊ້ ແລະ ໝູນໃຊ້ນະໂຍບາຍຢ່າງຄົບຊຸດ, ແຕ່ລະຕາແສງ ມີຜະລິດຕະພັນຫນຶ່ງເພື່ອສ້າງກຳລັງແກ້ງແ

ຕອບກັບ

ຂ່າວ/ບົດ​ອື່ນ