ໂອນສິດນຳໃຊ້ເຄື່ອງໝາຍການຄ້າ “Made in Viet Nam”

(VOVWORLD) -ໂອນສິດນຳໃຊ້ເຄື່ອງໝາຍການຄ້າ ໄດ້ຮັບຖືວ່າແມ່ນທ່າອ່ຽງລວມ ແລະ ພວມພັດທະນາຢ່າງແຮງໃນໂລກ. ໃນສະພາບການເສດຖະກິດນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ຫວຽດນາມ ກໍ່ນອນໃນທ່າອ່ຽງນັ້ນ. ເຖິງຢ່າງໃດກໍ່ຕາມ, ດ້ວຍຈຳນວນວິສາຫະກິດຫວຽດນາມ ຫຼາຍແຫ່ງນຳໃຊ້ເຄື່ອງໝາຍການຄ້າຍັງແມ່ນຂົງເຂດທີ່ໃໝ່ອ່ຽມ, ໂດຍສະເພາະແມ່ນຮູບແບບວິສາຫະກິດເພື່ອມີກຳລັງແຮງແທດຈິງຢ່າງພຽງພໍເພື່ອເຂົ້າຮ່ວມທ່າອ່ຽງໂອນສິດນຳໃຊ້ເຄື່ອງໝາຍການຄ້າໃນໂລກ. ບົດຂຽນ “ໂອນສິດນຳໃຊ້ເຄື່ອງໝາຍການຄ້າ“Made in Viet Nam” ຂອງໂຕຕ໋ວນ, ນັກຂ່າວ VOV.
ໂອນສິດນຳໃຊ້ເຄື່ອງໝາຍການຄ້າ “Made in Viet Nam” - ảnh 1 (ພາບອີນເຕີແນັດ)

ໃນໄລຍະ 10 ປີມານີ້, ມີປະມານ 200 ເຄື່ອງໝາຍການຄ້າຖືກໂອນຄືນຢູ່ຫວຽດນາມ, ພ້ອມກັນນັ້ນ, ຫວຽດນາມ ໄດ້ຮັບການຄາດຄະເນວ່າແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃນຂົງເຂດນີ້. ນັບແຕ່ເກີດວິກິດການດ້ານເສດຖະກິດໃນໂລກເມື່ອປີ 2009, ມີເຄື່ອງໝາຍການຄ້າຫຼາຍເຄື່ອງໝາຍຢູ່ອາເມລິກາເໜືອ, ເອີລົບ ແລະ ອົດສະຕາລີ ໄດ້ຊອກຫາຕະຫຼາດໃໝ່, ຊຶ່ງແມ່ນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ໃນນັ້ນມີຫວຽດນາມ. ບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງໃນໂລກຈາກ ຂອງກິນເຄື່ອງດື່ມ, ໂຮງແຮມ, ພັດທະຄານ ຕະຫຼອດຮອດເຄື່ອງສຳອ່າງ, ໂສ້ງເສື້ອ ໄດ້ແຊກຊຶມເຂົ້າຕະຫຼາດຫວຽດນາມ ຢ່າງວ່ອງໄວ ດ້ວຍຮູບແບບໂອນສິດນຳໃຊ້ເຄື່ອງໝາຍການຄ້າ. ມີເຄື່ອງໝາຍການຄ້າທີ່ມີຊື່ສຽງໃນໂລກຫຼາຍເຄື່ອງໝາຍປະກົດຕົວຢູ່ຫວຽດນາມຄື: MC Donald, Lotteria, Goloria, Jollibee, KFC… ເຄື່ອງໝາຍກາຍຄ້າທັງໝົດເຫຼົ່ານັ້ນໄດ້ ແລະ ພວມນຳມາເຊິ່ງການພັດທະນາຂອງບັນດາເຄື່ອງໝາຍການຄ້າຕ່າງປະເທດຢູ່ຕະຫຼາດຫວຽດນາມ  ດ້ວຍພົນລະເມືອງ 90 ລ້ານຄົນທີ່ໄດ້ຮັບຕີລາຄາວ່າມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

        ໃນສະພາບຕົວຈິງການໂອນສິດນຳໃຊ້ເຄື່ອງໝາຍການຄ້າແມ່ນຮູບແບບດຳເນີນທຸລະກິດພັດທະນາພວມແຜ່ຂະຫຍາຍໃນໂລກ, ແຕ່ຢູ່ຫວຽດນາມ ພັດແມ່ນສິ່ງທີ່ໃໝ່ອ່ຽມ. ໃນໄລຍະຜ່ານມາ, ຕາມທ່າອ່ຽງລວມໃນໂລກ, ຕະຫຼາດໂອນສິດນຳໃຊ້ເຄື່ອງໝາຍການຄ້າ ພາຍໃນປະເທດກໍ່ພວມມີການເຂົ້າຮ່ວມຂອງບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ໂງຫຽບ, ນັກຊ່ຽວຊານດ້ານເສດຖະກິດ, ຖືວ່າ.

        “ການໂອນສິດນຳໃຊ້ເຄື່ອງໝາຍການຄ້າ “Made in Viet Nam” ເບິ່ງຄືວ່າ ແມ່ນບາດກ້າວເປີດສາກ, ເລື່ອງຍາດແຍ່ງອັດຕາສ່ວນໃນບັນດາຂົງເຂດຈະນັບມື້ນັບຂ້ຽວຂາດກວ່າ. ເຖິງຢ່າງໃດກໍ່ຕາມ, ມີບໍລິສັດໃຫຍ່ພາຍໃນປະເທດຫຼາຍແຫ່ງກໍ່ເຫັນໄດ້ເຖິງກາລະໂອກາດ, ຕັດສິນໃຈເຂົ້າຮ່ວມຂົງເຂດໂອນສິດນຳໃຊ້ເຄື່ອງໝາຍການຄ້າຢ່າງເລິກເຊິ່ງ, ກວ້າງຂວາງ ຜ່ານບັນດາການຊື້, ຂາຍ - ໂຮມເຂົ້າກັນເພື່ອເພີ່ມກຳລັງແກ່ງແຍ້ງ”.

        ປະຈຸບັນ, ຢູ່ຫວຽດນາມ ໄດ້ເລີ່ມມີບັນດາວິສາຫະກິດເລີ່ມທຸລະກິດທີ່ຍັງໜຸ່ມແໜ້ນຢູ່, ເຄື່ອງໝາຍການຄ້າໃໝ່ ແຕ່ໄດ້ຮັບຄຳສະເໜີໂອນສິດນຳໃຊ້ເຄື່ອງໝາຍການຄ້າ. ມີເຄື່ອງໝາຍການຄ້າຢູ່ພາຍໃນປະເທດຫຼາຍເຄື່ອງໝາຍກໍ່ບືນຕົວຂຶ້ນບັນລຸຜົນສຳເລັດຢ່າງພຽງພໍ ໃນການຢືດຄອງຕະຫຼາດ, ຈຳນວນຮ້ານຄ້າກໍ່ເພີ່ມຂຶ້ນຢ່າງວ່ອງໄວ ດ້ວຍຮູບການໂອນສິດນຳໃຊ້ເຄື່ອງໝາຍການຄ້າ. ຍົກຕົວຢ່າງຄືໃນຂົງເຂດເຄື່ອງດື່ມ, Coffee Hightland (ກາເຟ ຈູງງວຽນ) ຂອງກຸ່ມບໍລິສັດ ຈູງງວຽນ ບໍ່ພຽງແຕ່ໄດ້ຮັບການເປີດກວ້າງ ແລະ ບັນລຸຕົວເລກທີ່ໜ້າປະທັບໃຈໃຫ້ແກ່ບັນດາຮ້ານຄ້າໂອນສິດນຳໃຊ້ເຄື່ອງໝາຍການຄ້າທີ່ມີຊື່ວ່າ Coffee Hightland ແມ່ນ 1.200 ຮ້ານທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ຫວງວຽນຟີເວີນ, ນັກຊ່ຽວຊານໃນຂົງເຂດໂອນສິດນຳໃຊ້ເຄື່ອງໝາຍການຄ້າ ຄາດຄະເນວ່າ, ໃນໄລຍະ 3 ປີຈະມາເຖິງ ຈະມີເຄື່ອງໝາຍການຄ້າສາກົນ ແລະ ພາກພື້ນຫຼາຍເຄື່ອງໝາຍຈະສືບຕໍ່ໂອນສິດນຳໃຊ້ເຄື່ອງໝາຍການຄ້າເຂົ້າຫວຽດນາມ ຢ່າງແຮງ. ສິ່ງດັ່ງກ່າວກໍ່ຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ຖອດຖອນໄດ້ຫຼາຍບົດໃນການສ້າງພື້ນຖານໂອນສິດນຳໃຊ້ເຄື່ອງໝາຍການຄ້າໄດ້ຫຼາຍກວ່າ. ເພື່ອສາມາດໂອນສິດນຳໃຊ້ເຄື່ອງໝາຍການຄ້າແບບຍືນຍົງ ແລະ ບັນລຸຜົນສຳເລັດ, ວິສາຫະກິດຫວຽດນາມ ຄວນສ້າງບັນດາພື້ນຖານເພື່ອໜູນຊ່ວຍດ້ານເຕັກໂນໂລຊີແບບຍືນຍົງ, ພິເສດແມ່ນບັນຫາບຸກຄະລາກອນ, ພັດທະນາລະບົບໂອນສິດນຳໃຊ້ເຄື່ອງໝາຍການຄ້າ, ກົດໝາຍ… ໂດຍມີທັດສະນະເຊັ່ນດຽວກັນ, ທ່ານ ຫງວຽນຄັ໋ກຈິ່ງ, ສັງກັດບໍລິສັດຜະລິດເຄື່ອງໄຟຟ້າ ແລະ ການຄ້າ ເຟືອງລິງ ຈຳກັດ, ເຊິ່ງແມ່ນໜຶ່ງໃນຈຳນວນ 160 ວິສາຫະກິດເຊິ່ງມີເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງຫວຽດນາມ, ຖືວ່າ.

        “ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຄືປະຈຸບັນ, ຢາກພັດທະນາ, ເຄື່ອງໝາຍການຄ້າມີຊື່ສຽງແມ່ນປັດໃຈສຳຄັນແຖວໜ້າ. ຖ້າຢາກມີເຄື່ອງໝາຍການຄ້າທີ່ມີຊື່ສຽງ ຕ້ອງປ່ຽນໃໝ່ຈິນຕະນາການ, ເຕັກໂນໂລຊີ. ພວກຂ້າພະເຈົ້າກໍ່ກຳນົດວ່າ, ໃນວິວັດທະນາການປະວັດ 4.0 ນີ້ ຕ້ອງສຳພັດຍິ່ງໄວກໍ່ຍິ່ງດີ. ໃນຕໍ່ໜ້າ, ກ່ຽວກັບດ້ານເຕັກໂນໂລຊີ, ພວກຂ້າພະເຈົ້າອັບເດດລະບົບພາຫະນະເຄື່ອງຈັກ, ອຸປະກອບທີ່ທັນສະໄໝໃນໂລກ ເພື່ອຍົກສູງຄຸນນະພາບຜະລິດຕະພັນ, ຫຼຸດຜ່ອນລາຄາຜະລິດຕະພັນ, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ບັນດາຄູ່່ຮ່ວມມື”.

        ໂອນສິດນຳໃຊ້ເຄື່ອງໝາຍການຄ້າແມ່ນທ່າອ່ຽງພັດທະນາທີ່ຈຳເປັນໃນວິວັດທະນາການເຫັນເປັນການຄ້າທົ່ວໂລກ. ສະນັ້ນ, ແທນທີ່ການຫຼິກລ້ຽງ, ວິສາຫະກິດຫວຽດນາມ ຕ້ອງຖອດຖອນບົດຮຽນ, ຂຸດຄົ້ນ ແລະ ນຳໃຊ້ມັນຢ່າງມີປະສິທິຜົນ. ວິສາຫະກິດຄວນນຳໃຊ້ແຫຼ່ງວັດຖຸດິບຂອງຫວຽດນາມ, ແຕ່ນຳໃຊ້ເຕັກນິກກ້າວໜ້າຂອງຕ່າງປະເທດ ແລະ ເມື່ອສິນຄ້າທີ່ສົ່ງອອກຂາຍໃຫ້ຕ່າງປະເທດຍັງຕ້ອງມີ “Made in Viet Nam”. ເພື່ອບັນລຸຜົນສຳເລັດ ວິສາຫະກິດຕ້ອງຮູ້ວິທີຄຸ້ມຄອງ, ຖ້າຫາກບໍ່ປະຕິບັດຕາມຄືແນວນັ້ນ ທີ່ຕັ້ງບົດບາດຂອງຕົນຈະຖືກສູນເສຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ