ການເຄື່ອນໄຫວ“ຕາມຮອຍຕີນປະທານໂຮ່ຈີມີນ”ຢູ່ລາວແລະໄທ

ການເຄື່ອນໄຫວ“ຕາມຮອຍຕີນປະທານໂຮ່ຈີມີນ”ຢູ່ລາວແລະໄທ - ảnh 1
ປະ​ທານ​ໂຮ່​ຈິ​ມີນ ແລະ ປະ​ທານ​ໄກ​ສອນ ພົມ​ວິ​ຫານ
ພາບ​ເອ​ກະ​ສານ

(vovworld)-​ ແຕ່​ວັນ​ທີ 17-21/5 ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະ​ທານ​ໂຮ່​ຈີ​ມີນ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ໄທ, ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ -ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ໄທ- ຫວຽດ​ນາມ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ “ຕາມ​ຮອຍ​ຕີນ​ປະ​ທານ​ໂຮ່​ຈິ​ມີນ” ເພື່ອ​ຊ່ວຍ​ບັນ​ດາ​ຜູ້​ຊົງ​ຄຸນ​ວຸດ​ທິ​ມິດ​ຕະ​ພາບ​ຫວຽດ​ນາມ,ລາວ ແລະ ໄທ​ໄປ​ເຖິງ​ບັນ​ດາ​ສະ​ຖານ​ທີ່​ຊື່ງ​ທ່ານ​ປະ​ທານ​ໂຮ່​ຈີ​ມີນ ​ມີ​ໄລ​ຍະ​ເວ​ລາ​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ລາວ ແລະ ໄທ. ຄະ​ນະ​ຜູ້​ແທນ ດັ່ງ​ກ່າວ​ໂດຍ​ທ່ານ ຫງວຽນ​ທິ​ຮ່​ວາງ​ເວີນ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ນຳ​ຫນ້າ. ແລະ​ກໍ​ໃນ​ໂອ​ກາດນີ້ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຈະ​ໄປ​ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ຢູ່ ແຂວງ ສະ​ຫວັນ​ນະ​ເຂດ.

ຂ່າວ/ບົດ​ອື່ນ