ການເຄື່ອນໄຫວສະເຫລີມສະຫລອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນຢູ່ບັນດາປະເທດ

ການເຄື່ອນໄຫວສະເຫລີມສະຫລອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນຢູ່ບັນດາປະເທດ - ảnh 1
​ພິທີ​ ມອບ-​ຮັບ ບົດ​ເພງ​ ປະສານ​ສຽງ​ໃຫຍ່
 “​​ໂຮ່ຈີ່​ມິງ ດວງ​ຕາ​ເວັນ​ເບີກ​ແສງ ​ຊົ່ວ​ນິລັນດອນ
ພາບ:KPL
(vovworld)- ​ຕອນ​ເຊົ້າ​ວັນ​ທີ 19/5, ​ທີ່​ສຳ​ນັກ​ງານ​ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ນະ​ຄອນ​ຫລວງວຽງ​ຈັນ, ສ​ປ​ປ ລາວ. ​ກະຊວງ​ຖະ​ແຫລງ​ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ສປປ ລາວ ​ແລະ ກະຊວງ​ ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສສ ຫວຽດນາມ  ໄດ້ ​ຈັດ​ພິທີ​ ມອບ-​ຮັບ ບົດ​ເພງ​ ປະສານ​ສຽງ​ໃຫຍ່ “​​ໂຮ່ຈີ່​ມິງ ດວງ​ຕາ​ເວັນ​ເບີກ​ແສງ ​ຊົ່ວ​ນິລັນດອນ” ຂອງ ນັກ​ປະພັນ​ເພງລາວ,  ສີ​ລະ​ປິນ​ແຫ່ງ​ຊາດ ດວງ​ມີ​ໄຊ ລີ​ໄກ​ຢາ. ນັກ​ປະ​ພັນເພງ​ລາວ ດວງ​ມີ​ໄຊ ລີ​ໄກ​ຢາ ໄດ້​ແບ່ງ​ປັນ​ວ່າ: ທ່ານ​ປະ​ພັນ​ບົດ​ເພງນີ້​ດ້ວຍ​ຄວາມ​ແສນ​ເຄົາ​ລົບ​​ຮັກ​ຕໍ່​ປະ​ທານ​ໂຮ່​ຈີ​ມີງ, ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ເປັນເພື່ອນ​ໃຫຍ່ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ. ທ່ານ ດວງ​ມີ​ໄຊ ລີ​ໄກ​ຢາ ​ໄດ້​​ໃຫ້​ຮູ​້ວ່າ: ​ເນື່ອ​ໃນ​ຕົ້ນ​ຕໍ ​ຂອງ​ບົດ​ເພງ ​​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ ​ເຖິງຄຸນສົມບັດ ສິນ​ທຳ​ປະຕິວັດ, ການ​ນຳພາ ອັນ​ສະຫລາດ​ສ່ອງ​ໃສ່, ຄຸນ​ງາມ​ຄວາມ​ດີ ​ແລະ  ຄວາມ​ຮັກ​​ຊາດ ຂອງ​ປະທານ ໂຮ່ຈີ່​ມິງ ຜູ້ນຳທີ່​ແສນ​​ເຄົາ​ລົບ​ຮັກ​ ຂອງ​ປະຊາຊົນ​ ຫວຽດນາມ ຈົນ​ກາຍ​ມາ​ເປັນບົດ​ເພງ ໂຮ່ຈີ່​ມິງ ດວງ​ຕາ​ເວັນ ​ເບີກ​ແສງ​ຊົ່ວ​ນິລັນດອນ ​ເພື່ອ​ໃຫ້​ຄົນ​ຮຸ່ນ​ໃໝ່ ​ໄດ້​ລ່ຳ​ລຶກ​ເຖິງ ​ຄຸນງາມຄວາມດີ​ ຂອງ​ເພີ່ນ. ນອກຈາ​ກນີ້, ນັກ​ປະພັນ​ເພງລາວ,  ສີ​ລະ​ປິນ​ແຫ່ງ​ຊາດ ດວງ​ມີ​ໄຊ ລີ​ໄກ​ຢາ ຍັງ​ໄດ້​ປະດິດ​ແຕ່ງ​ດົນຕີ​ ກ່ຽວກັບ​ປະທານ ໂຮ່ຈີ່​ມິງ ຢ່າງ​ຫລວງຫລາຍ ​ເປັນ​ຕົ້ນ ​ແມ່ນບັນດາ​ ບົດ​ເພງ​ປະສານ​ສຽງ ຮົ່ງຮາ-​ແມ່​ຂອງ, ດອກ​ບົວ​ແດງ, ປະທານ​ໂຮ່ຈິ່ມິ​ງ ຢູ່​ນຳ​ພວກ​ເຮົາ​ ຕະ​ຫລອດ​ໄປ, ລຸງ​ຂອງ​ພວກ​ເຮົາ ​ແລະ ບົດ​ແປ​ ປະພັນ​ຊີວິດ ​ແລະ ພາລະກິດ ​ເປັນ​ຕົ້ນ.

ກ່ອນ​ຫນ້ານັ້ນ, ວັນ​ທີ 18/5 ຢູ່ ນະ​ຄອນ​ຫລວງ ເມ​ຊີ​ໂກ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ເມ​ຊີ​ໂກ ໄດ້​ດຳ​ເນີນ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ຕໍ່​ຫນ້າ​ອະ​ນຸ​ສາ​ວະ​ລີ​ປະ​ທານ​ໂຮ່​ຈິ​ມີນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມີນ.

ຕອບກັບ

ຂ່າວ/ບົດ​ອື່ນ