ງານໂຮມຊຸມນຸມສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ລາວ

ງານໂຮມຊຸມນຸມສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ງານ​ໂຮມ​ຊຸມນຸມ
(ພາບ: Anh Huyen)

(vovworld) - ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ (15/1/1975-15/1/2015) ​ໄດ້​ດຳ​ເນີນ​ໃນຕອນ​ບ່າຍ​ວັນ​ທີ 15/1, ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ຫວຽດນາມ - ລາວ, ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ, ​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ປະທານ​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ; ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​​ແໜງ​ການ​ຫວຽດນາມ, ສະ​ມາຊິກສະ​ມາ​ຄົມ​ມິດຕະພາບ​ຫວຽດນາມ - ລາວ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ກ່າວ​ຄວາມ​ເຫັນ​ໄຂ​ງານ​ໂຮມ​ຊຸມນຸມ, ທ່ານ​ຮອງ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫວູຈ້ອງ​ກິມ ​ໄດ້​ທົບ​ທວນຄືນ ​ໄລຍະ 40 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ, ​ແລະ ​ເນັ້ນ​ໜັກ​ວ່າ, ​ໃນ​ຕະຫຼອດ 40 ປີຜ່ານມາ, ຍາມ​ໃດ​ສະມາຄົມ​ກໍ່​ປະຕິບັດ​ຄະຕິ, ຈຸດປະສົງ​ເຄື່ອນ​ໄຫວ​ຂອງ​ຕົນ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ​ຫຼາຍ​ຢ່າງ, ຊ່ວຍ​ໃຫ້​ປະຊາຊົນ​ລຸ້ນຕ່າງໆ​​ຄວນເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ປະຫວັດສາດ​ຂອງ​ການ​ປະຕິວັດ​ລາວ ​ແລະ ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ ຫວູຈ້ອງ​ກິມ ​ເນັ້ນ​ໜັກ​ວ່າ:

ຫວນ​ຄືນ​ໄລຍະ​ທາງ​ແຫ່ງ​ການ​ເຕີບ​ໃຫຍ່ ​ແລະ ພັດທະນາ​ຂອງ​ຕົນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ທີ່​ໜ້າ​ຊື່ນ​ຊົມ. ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ​ຄວນ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີກ​ກ່ວາ​ອີກ, ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ວຽກ​ງານ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນຳ້​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ“.

​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຕະຫຼອດ 40 ປີຜ່ານມາ, ຫວັງ​ວ່າ​ສະມາຄົມ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເສີມ​ຂະຫຍາຍ ​ແລະ ​ເປີດ​ກວ້າງ​ບັນດາ​ຮູບ​ແບບ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ, ສືບ​ຕໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ​ລຸ້ນໜຸ່ມ​ສອງ​ປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອ​ແຫ່ງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​​ຂອງ​ດ້ານ​ຫວຽດນາມ - ລາວ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ຂອງ​ລັດ​ໃຫ້ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ກໍ່​ຝາກ​ຈົດໝາຍ​ອວຍພອນ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ.

 


ຂ່າວ/ບົດ​ອື່ນ