ບັນ​ດາ​ເພື່ອນ​ມິດ​ສາ​ກົນຍາມໃດກໍເຂົ້າຮ່ວມ ພ້ອມກັບການພັດທະນາຂອງຫວຽດນາມ


(vovworld)- ຍາມ​ໃດ​ກໍ່ຖື​ຫວຽດ​ນາມ​ແມ່ນ​ຄອບ​ຄົວ, ແມ່ນ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ​ສອງ ແລະ ປາດ​ຖະ​ຫນາ​ຢາກ​ຕິດ​ພັນ​ຍາວ​ນານກັບ​ຫວຽດນາມກວ່າອີກ. ນັ້ນ​ແມ່ນ​ອາ​ລົມ​ຈິດ​ລວມ​ຂອງ​ນັກ​ການ​ທູດ​ຕ່າງ​ປະ​ເທດຫລາຍ​ທ່ານ ເມື່ອ​ມາ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ. ​ເຂົາ​ເຈົ້າບໍ່​ພຽງ​ແຕ່​ເປັນ​ຂົວ​ຕໍ່​ມິດ​ຕະ​ພາບ​ໃຫມ່, ຊຸກ​ຍູ້​ວິ​ວັດ​ການ​ຮ່ວມ​ມື​ ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດຢ່າງ​ແຮງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ເທົ່າ​ນັ້ນ, ຫາກ​ຍັງ​ມີວຽກ​ງານ​ລະ​ອ​ຽດຕ່າງໆ, ສະ​ຫນັບ​ສະ​ຫນູນ, ​ເຂົ້າຮ່ວມ​ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ອີກ​ດ້ວຍ.

       

ບັນ​ດາ​ເພື່ອນ​ມິດ​ສາ​ກົນຍາມໃດກໍເຂົ້າຮ່ວມ     ພ້ອມກັບການພັດທະນາຂອງຫວຽດນາມ  - ảnh 1
​ທ່ານ Ted Osuis, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ຄົນ​ໃຫມ່ມອບ​
ຂອງ​ຂວັນ​ໃຫ້​ເດັກ​ນ້ອຍ​ຫວຽດ​ນາມໃນ​ໂອ​ກາດ​ວັນ​ບຸນ​ຄຼິ​ດ​ສະ​ມາດ
ພາບ:internet

        “ສະ​ບາຍ​ດີ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ແມ່ນ Ted Osius. ຂໍ້​ຕົກ​ລົງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ຄົນ​ໃຫມ່​ປະ​ຈຳ​ຫວຽດ​ນາມ ໄດ້​ເຮັດ​ໃຫ້​ຄວາມ​ໄຝ່​ຝັນ​ຂອງ​ຂ້າ​ພະ​ເຈົ້າ​ປະ​ກົດ​ຜົນ​ເປັນ​ຈິງ. ປີ 1996, ຂ້າ​ພະ​ເຈົ້າ​ມີ​ກຽດ​ໄດ້​ມາ​ຫວຽດ​ນາມ ຊ່ວຍ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ທຳ​ອິດ​ ກໍ່​ຕັ້​ງ​ສາຍ​ພົວ​ພັນທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ. ປະ​ເທດ​ຫວຽດ​ນາມ ເຂັ້ມ​ແຂງ, ຈະ​ເລີນ​ຮຸ່ງ​ເຮືອງ, ເອ​ກະ​ລາດ ໄດ້, ພວມ ແລະ ຈະ​ແມ່ນ​ເພື່ອນ​ທີ່​ຂາດບໍ່ໄດ້​ຂອງ​ອາ​ເມ​ລິ​ກາ.”

        ເດືອນ 12/2014, video clip ສະ​ບາຍ​ດີ ຫວຽດ​ນາມ ຂອງ​ທ່ານ Ted Osuis, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ຄົນ​ໃຫມ່ ກ່ອນ​ທີ່​ທ່ານ​ເດີນ​ທາງ​ມາ​ຮັບ​ຫນ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ ຖືກ​ແນະ​ນຳ​ໃນ​ສື່​ອອນ​ໄລ​ສ່ວນ​ຕົວ ແລະ ຫນ້າ​ເວັບ​ຂອງ​ສະ​ຖານ​ທູດ ອາ​ເມ​ລິ​ກາ ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກວົງ​ຄະ​ນາ​ຍາດ​ຜູ້​ເຂົ້າ​ຊົມ​​ຫວຽດ​ນາມ. ດ້ວຍ​ການ​ແນະນຳ​​ຕົນ​ເອງເປັນ​​ພາ​ສາ​ຫວຽດ​ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ໄດ້​ສ້າງ​ຄວາມ​ຮູ້​ສຶກ​ຊົມ​ຊອບ​​ໃນ​ເບື້ອງ​ຕົ້ນກ່ຽວ​ກັບ​ນັກ​ການ​ທູດທ່ານ​ໜຶ່ງ​ທີ່ສະ​ຫນິດ​ສະ​ຫນົມ ແລະ ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຫວຽດ​ນາມ.

        ທ່ານ Ted Osuis, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ໄດ້​ແບ່ງ​ປັນ​ວ່າ: ໃນ​ໄລ​ຍະ​ 20 ປີ​ທີ່ສະ​ຫນິດ​ຕິດ​ພັນ​ກັບ ຫວຽດ​ນາມ ເມື່ອ​ທ່ານ​ຮັບດຳລົງ​ຕຳ​ແຫນ່ງ​ເປັນ​ທູດ​ການ​ເມືອງ​ຂອງ​ສະຖານກົງ​ສູນ​ອາ​ເມ​ລິ​ກາ ແລະ ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ໄລ​ຍະ​ແຕ່​ປີ 1997-2001 ຫລື ເຂົ້າ​ຮ່ວມ​ໃນ​ຄະ​ນະ​ເຈົ້າ​ຫ​ນ້າ​ທີ່ ອາ​ເມ​ລິ​ກາ ທຳ​ອິດ​ມາ​ຫວຽດ​ນາມ ພາຍ​ຫລັງ​ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນສອງ​ຝ່າຍ​ເປັນ​ປົກ​ກະ​ຕິ, ໄດ້​ຊ່ວຍ​ໃຫ້​ທ່ານມີ​ຄວາມ​ເຂົ້າ​ໃຈ ແລະ ຮັກ​ແພງ​ປະ​ເທດ​ຫວຽດ​ນາມກວ່າ. ເມື່ອ​ຫວຽດ​ນາມ​ສະ​ຫນີ ຝ່າຍ ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາ​ວຸດ​ເຂັ່ນ​ຂ້າ​ສຳ​ລັບ​ຫວຽດ​ນາມ, ທ່ານ Ted Osuis ເອງແມ່ນ​ຜູ້​ຮຽກ​ຮ້ອງ​ການ​ສະ​ຫນັບ​ສະ​ຫນູນ​ຂໍ້​ສະ​ເຫນີ​ຂອງ​ຫວຽດ​ນາມ ​ແຮງ​ທີ່​ສຸດ. ມາ​ຫວຽດ​ນາມ ພຽງ​ຫນຶ່ງ​ເດືອນ​ເທົ່າ​ນັ້ນ, ແຕ່​ທ່ານ Ted Osuis ​ໄດ້ເຂົ້າ​ຮ່ວມ​ທຸກ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສອງ​ປະ​ເທດ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ. ໃນ​ອາ​ຍຸ​ການ 3 ປີ​ປະ​ຕິ​ບັດ​ຫນ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ, ທ່ານ ໄດ້​ວາງ​ແຜນ​ວຽກ​ງານ​ບໍ່​ແມ່ນ​ນ້ອຍໃຫ້​ແກ່​ຕົນ​ເອງ.

        “ຂ້າ​ພະ​ເຈົ້າ​ຢາກ​ເຮັດ​ໃຫ້ອາ​ເມ​ລິ​ກາ ກາຍ​ເປັນ​ນັກ​ລົງ​ທຶນ​ອັນ​ດັບ 1 ຢູ່ ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ ແມ່ນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ. ນອກນັ້ນ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຢູ່ ຫວຽດ​ນາມ. ນີ້ບໍ່​ພຽງ​ແຕ່​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ດີ​ທີ່ສຸດ​ຢູ່​ຫວຽດ​ນາມເທົ່າ​ນັ້ນ ຫາກ​ຂ້າ​ພະ​ເຈົ້າຫວັງ​ວ່ານີ້​ກໍ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ດີ​ທີ່​ສຸດ​ຢູ່​ໃນ​ໂລກ​ອີກ​ດ້ວຍ.”

ບັນ​ດາ​ເພື່ອນ​ມິດ​ສາ​ກົນຍາມໃດກໍເຂົ້າຮ່ວມ     ພ້ອມກັບການພັດທະນາຂອງຫວຽດນາມ  - ảnh 2
​ທ່ານ Jean Noel Poirier,ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຝ​ລັ່ງ
 ປະ​ຈຳ​ຫວຽດ​ນາມ
ພາບ:vietbao.vn

        ສ່ວນ​ທ່ານ Jean Noel Poirier, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຝ​ລັ່ງ ປະ​ຈຳ​ຫວຽດ​ນາມ ກໍ​ແມ່ນ​ຜູ້​ທີ່​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ມັກ​ຮຽນ​ພາ​ສາ ຫວຽດ​ນາມ ແລະ ຖື​ຫວຽດ​ນາມ​ ແມ່ນ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ່​ສອງ​ຂອງ​ຕົນ. ທ່ານ​ແບ່ງ​ປັນ​ວ່າ:

        “ເມື່ອ​ເວົ້າ​ເຖິງ​ຫວຽດ​ນາມ ຂ້າ​ພະ​ເຈົ້າ​ມີ​ອາ​ລົມ​ຈ​ິດ​ຄວາມ​ຮັ​ກ​ແພງ​ມາ​ແຕ່​ຄາວ​ຍັງ​ນ້ອຍ, ເລີ່ມ​ຈາກ​ຄວາມ​ປະ​ທັບ​ໃຈ​ໃນ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ກ່ຽວ​ກັບ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດຂອງ​ຫວຽດ​ນາມ ຊື່ງ​ຄອບ​ຄົວ​ເລົ່າ​ໃຫ້​ຟັງ. ແມ່​ເຖົ້າ​ຂ້າ​ພະ​ເຈົ້າ​ກຳ​ເນີດ​ຢູ່ ດາ​ຫນັງ, ສ່ວນ ພໍ່​ເຖົ້າ​ເຮັດ​ວຽກ​ໃນ​ຂົງ​ເຂດ​ການ​ເດີນ​ທະ​ເລ ແລະ ໄປ​ມາ​ໄຊ​ງ່ອນ​ຫລາຍ​ຄັ້ງ. ແຕ່​ຄາວ​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ເຖິງວັດ​ຖຸ​ພັນ​ຫລາຍ​ຢ່າງ​ຊື່ງ ພໍ່​ເຖົ້າ​ເອົາ​ມາ​ຈາກ ໄຊ​ງ່ອນ, ສິ່ງ​ດັ່ງ​ກ່າວ​ໄດ້​ພາ​ໃຫ້​ຂ້າ​ພະ​ເຈົ້າ​ຢາກ​ຄົ້ນ​ຫາ​ເຂດ​ດິນ​ແດນ​ທີ່​ຫ່າງ​ໄກ​ນີ້. ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສະ​ຫນິດ​ຕິດ​ພັນ​ກັບ​ຫວຽດ​ນາມ.”

        ຍ້ອນ​ມີ​ຄວາມ​ເອົາ​ໃຈ​ໃສ​່​ເປັນ​ພິ​ເສດ​ເຖິງ​ພາກ​ພື້ນ ອາ​ຊີ, ຫວຽດ​ນາມ ແລະ ປະ​ຫ​ວັດ​ສາດ​ຂອງ​ພາກ​ພື້ນນີ້, ທ່ານ Jean Noel Poirier ​ໄດ້ຕັດ​ສິນ​ໃຈ​ຮຽນ​ພາ​ສາ​ຫວຽດ​  ແລະ ໂຊກ​ດີທີ່​​ທ່ານ​ໄດ້​ຮັບແຕ່ງ​ຕັ້ງ​ມາ​ເຮັດ​ງຽກຢູ່ ກົມ​ອາ​ຊີ ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດຝ​ລັ່ງ. ການ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ​ຢູ່​ຫວຽດ​ນາມ​ເມື່ອ​ປີ 1989 ໄດ້​ສ້າງ​ຄ​ວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​​ໃຫ້​ແກ່​ທ່ານ Jean Noel Poirier ເມື່ອ​ທ່ານໄດ້​ພົບ​ປະ​ກັບ​ພົນ​ເອກ ຫວ​ໍ​ງວຽນ​ຢາບ ແລະ ທ່ານ ຫງວຽນ​ເກີ​ແທກ, ອະ​ດີດ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ​ຢູ່ສະ​ຖານ​ທູດ ຝ​ລັ່ງ ປະ​ຈຳ​ຮ່​າ​ໂນ້ຍ ແລະ ຫລັງ​ຈາກນັ້ນ 23 ປີ, ທ່ານ​ໄດ້​ແຕ່ງ​ຕັ້ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ລັ່ງ ປະ​ຈຳ​ຫວຽດ​ນາມ.

        ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາ​ງ​ການ​ທູດ​ຂອງ​ປີ​ພົວພັນ​ແລກ​ປ່ຽນ ລະ​ຫວ່າງ​ຫວຽດ​ນາມ ແລະ ຝ​ລັ່ງ​ ໃນ 2 ປີ ຜ່ານ​ມາ, ທ່ານ​ໄດ​້​ໄປ​ໆ​ມາ​ໆ​ລະ​ຫວ່​າງ​ສອງ​ປະ​ເທດ​ເປັນ​ປະ​ຈຳ. ບໍ່​ພຽງ​ແຕ່​ແມ່ນ​ຫນ້າ​ທີ່​ວຽກ​ງານ​ເທົ່າ​ນັ້ນ ຫາກ​ທ່ານ Jean Noel Poirier ໄດ້​ສະ​ຫງວນ​ເວ​ລາ​ສ່ວນ​ຫລາຍ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​ຊຸກ​ຍູ້​ຫລາຍ​ໂຄງ​ການ​ຮ່ວມ​ມື​ຄື: ໂຄງ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນຂົວ​ລອງ​ບຽນ, ຈັດ​ໃຫ້ທິມ​ບານ​ເຕະ Guingamp ຂອງ​ຝ​ລັ່ງ ມາ​​ແຂ່ງ​ຂັນ​ມິດ​ຕະ​ພາບຢູ່​ຫວຽດ​ນາມ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຫວຽດ​ນາມ ສຳ​ພັດ​ກັບ​ສາງ​ເອ​ກະ​ສານ​ຂອງ​ຝ​ລັ່ງ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

        ທ່ານ Jean Noel Poirier ໃຫ້​ຮູ້​ວ່າ: ໄລ​ຍະ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ, ເອົາ​ເມຍ​ເປັນ​ລູກ​ຊອດ​ຫວຽດ​ນາມ ​ໄດ້​ເປັນ​ກຳ​ລັງ​ຫນູນ​ເຮັດ​ໃຫ້​ທ່ານ​ມີ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຄ້າຍ​ຄື​ຊາວ​ຫວຽດ. ເຖິງວ່າ ບໍ່​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ຫວຽດ​ນາມ, ແຕ່​ສຳ​ລັບ​ທ່ານ Jean Noel Poirier, ບຸນ​ເຕັດ​ຢູ່​ຫວຽດ​ນາມ ກໍ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ເບິກ​ບານ​ມ່ວນ​ຊື່ນ​ທີ່​ສຸດ.

        “ຂ້າ​ພະ​ເຈົ້າ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່ ຫວຽດ​ນາມ ຫລາຍ​ເທື່ອ​ແລ້ວ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບ​ຸນ​ເຕັດ​ແມ່ນ​ຈຸດ​ເວ​ລາ​ສຳ​ຄັນ​ທີ່​ສຸດ ເພື່​ອຢັ້ງ​ຢືນ​ສີ​ສັນ​ວັດ​ທະ​ນະ​ທຳ​ສະ​ເພາະ​ຂອງ​ຫວຽດ​ນາມ. ໃນ​ຊຸມມື້​ບຸນ​ເຕັດ ຫວຽດ​ນາມ, ຊາວ​ຫວຽດ​ນາມ 91 ລ້ານ​ຄົນ ລ້ວນ​ແຕ່​ມີ​ແນວ​ຄິດ​ຈິດ​ໃຈ​ເຊັ່ນ​ດ​ຽວ​ກັນ ນັ້ນ​ແມ່ນ​ກັບ​ຄືນ​ເມືອ​ຫາ​ຄອບ​ຄົວ​ ແລະ ຍາດ​ຕິ​ພີ່​ນ້ອງ. ​ເຊົ້າວັນ​ທີ 1 ຂອງ​ບຸນ​ເຕັດ, ບໍ່​ເຫັນ​ຜູ້​ໃດ​ອອກ​ຖະ​ຫນົນ, ຂ້າ​ພະ​ເຈົ້າ​ມັກ​ບັນ​ຍາ​ກາດນັ້ນ​ທີ່​ສຸດ ແລະ ​ນີ້​ແມ່ນ​ຈຸດ​ວັດ​ທ​ະ​ນະ​ທຳ​ແຕກ​ຕ່າງ​ກັນ, ມີ​ລັກ​ສະ​ນະ​ສັນ​ຍາ​ລັກ​​ແຫ່ງນ້ຳ​ໃຈ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ​ຫວຽດ​ນາມ.”

        ດ້ວຍ​ຄວາມເຄົາ​ລົບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳຫວຽດ​ນາມ, ເຂົ້າ​ໃຈ, ຮັ​ກ​ແພງ​ຫວຽດ​ນາມ,  ​ແລະ ຢາກສະ​ຫນິດ​ຕິດ​ພັນ​ໄລຍະ​ຍາວ​ກັບ​ຫວຽດ​ນາມ, ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ພວມ​ເປັນ​ຂົວ​ຕໍ່ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ