ຮ່າໂນ້ຍມອບນາມມະຍົດພົນລະເມືອງກິຕິມະສັກໃຫ້ພົນລະເມືອງລາວ

ຮ່າໂນ້ຍມອບນາມມະຍົດພົນລະເມືອງກິຕິມະສັກໃຫ້ພົນລະເມືອງລາວ - ảnh 1
ຮ່າ​ໂນ້ຍມອບ​ນາມມະຍົດ​ພົນລະ​ເມືອງ​ກິ​ຕິ​ມະ​ສັກ​ໃຫ້​ພົນລະ​ເມືອງ​ລາວ
(ພາບ: Phạm Kiên/Vientiane)


 (vovworld) –  ຮ່າ​ໂນ້ຍ ມອບ​ນາມມະຍົດ​ພົນລະ​ເມືອງ​ກິ​ຕິ​ມະ​ສັກ​ໃຫ້​ພົນລະ​ເມືອງ​ລາວ​ໃຫ້​ທ່ານ ພິມ​ມະ​ສອນ ​ເລືອງ​ຄຳ​ມາ, ​ເລຂາ​ຄະນະ​ພັກ​ແຂວງ,​​ ​ເຈົ້າ​ແຂວງແຂວງ ຫຼວງນ້ຳ​ທາ. ນີ້​ແມ່ນ​ຊາວ​ຕ່າງ​ປະທດທີ່​ດີ​ເດັ່ນ​ມີ​ການ​ປະກອບສ່ວນ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​, ມິດຕະພາບ, ຮ່ວມ​ມືຂອງ​ນະຄອນຫຼວງ ​​ເພື່ອ​ຈຸດໝາຍສັນຕິພາບ, ພັດທະນາ ​ແລະ ຄວາມ​ກ້າວໜ້າ​ສັງຄົມ. ​ໂດຍ​ໄດ້​ຮັບການ​ມອບ​ສິດ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ 20/4, ຢູ່ ນະຄອນຫຼວງ ວຽງ​ຈັນ, ສະຖານທູດ​ຫວຽດນາມ ປະຈຳລາວ ​ໄດ້​ຈັດ​ຕັ້ງ​ພິທີ​ມອບນາມມະຍົດ​ພົນລະ​ເມືອງ​ກິ​ຕິ​ມະ​ສັກ​ນະຄອນຫຼວງ ຮ່າ​ໂນ້ຍ ​ໃຫ້​ທ່ານ ພິມ​ມະ​ສອນ ​ເລືອງ​ຄຳ​ມາ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້,​ ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ປາດ​ຖະໜາ​ວ່າ:​ ທ່ານ ພິມ​ມະ​ສອນ ​ເລືອງ​ຄຳ​ມາ ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ພາລະກິດ​ພັດທະນາ​ຂອງ​ນະຄອນຫຼວງ ຮ່າ​ໂນ້ຍ ກ່ວາ​ອີກ, ກໍ່​ຄື​ສືບ​ຕໍ່​ປະກອບສ່ວນ​ໃຫ້​ພາລະກິດ​ອັນ​ຍິ່ງ​ໃຫຍ່ຂອງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ-​ລາວ.

ມີ້​ບີ່​ງ, ນັກ​ຂ່າວ VOV ປະຈຳ​ລາວ

ຂ່າວ/ບົດ​ອື່ນ