ກົດລະບຽບກ່ຽວກັບ ໂຄງການສົ່ງເສີມ ການລົງທຶນ ແຫ່ງຊາດ

ກົດລະບຽບກ່ຽວກັບ ໂຄງການສົ່ງເສີມ ການລົງທຶນ ແຫ່ງຊາດ - ảnh 1
ກໍ່ສ້າງໂຮງງານຜະລິດລົດຈັກ Honda ຫວຽດນາມ ຢູ່ແຂວງ ຮ່ານາມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​ເລີ່​ມ​ແຕ່​ວັນ​ທີ 25/7/2012, ກົດ​ລະບຽບ​ການ​ສ້າງ ​ແລະ ປະຕິບັດ​ໂຄງການ​ສົ່ງ​ເສີມ​ການ​ລົງທຶນ​ແຫ່ງ​ຊາດ ຈະ​ມີ​ຜົນ​ບັງຄັບ​ໃຊ້. ຕາມ​ກົດ​ລະບຽບ​ໃໝ່ ທີ່​​ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung ຫາ​ກໍປະກາດ​ໃຊ້, ຈຸດໝາຍ​ຂອງ​ໂຄງການ​ສົ່ງ​ເສີມ​ການ​ລົງທຶນ​ແຫ່ງ​ຊາດ ​ແມ່ນ​ຊຸກຍູ້, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວສົ່ງ​ເສີມ​ການ​ລົງທຶນ, ສ້າງ​ຄວາມ​ສະໜິດ​ຕິດພັນຢ່າງ​​ເໝາະ​ສົມ, ມີ​ປະສິດທິ​ຜົນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ, ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ​ແລະ ການ​ລົງທຶນ​ຂອງ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​ທຸກໆຂົງ​ເຂດ, ພາກສ່ວນ​ເສດຖະກິດ​ໃນ​ໂຄງການ​ສັງ​ລວມ​ເປັນ​ເອກ​ະພາບ​ກັນ, ​ເຊື່​ອມຕໍ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ ກັບ ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ການທ່ອງທ່ຽວ ​ແລະ ຂົງ​ເຂດ​ທີ່​ກ່ຽວຂ້​ອງອື່ນໆ. ​ໂຄງການ​ສົ່ງ​ເສີມ​ການ​ລົງທຶນ​ແຫ່ງ​ຊາດ ລວມມີ​ບັນດາ​ເນື້ອ​ໃນ​ພື້ນຖານ​ຄື: ​ໂຄສະນາ, ​ເຜີຍ​ແຜ່ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ຫວຽດນາມ, ສ​້າງ​ແຜນການ​ກຳນົດ​ທິດ, ນະ​ໂຍບາຍ  ​ແລະ ຍຸດ​ທະ​ສາດ​ສົ່ງ​ເສີມ​ການ​ລົງທຶນ, ຈັດ​ຕັ້ງ​ກອ​ງປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ​ໂຄງການ​ຂົນຂວາຍ​ສົ່ງ​ເສີມ​ການ​ລົງທຶນ, ຝຶກ​ອົບຮົມ, ບຳລຸງ​ສ້າງ ​ແລະ​ ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນອື່ນໆ ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ.

 

ຂ່າວ/ບົດ​ອື່ນ