(vovworld) - ວັນທີ 19/9, ກະຊວງກະສິກຳ ແລະ ຊົນນະບົດ ໄດ້ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານໂຄງການເພີ່ມທິວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ແກ່ພືນຖານໂຄງລ່າງບັນດາແຂວງເຂດພູດວຍທາງພາກເໜືອ. ຍອດຈຳນວນເງິນເພື່ອປະຕິບັດໂຄງການແມ່ນ 3,7 ລ້ານ USD. ໂຄງການໄດ້ຮັບການປະຕິບັດຢູ່ບັນດາແຂວງຄື; ເຊີນລາ, ລ້າງເຊີນ, ດ້ຽມບຽນ, ວິ້ງຟຸ໋ກ, ທ໋າຍຫງວຽນ, ບັກການ, ລາວກາຍ, ຮ່ວາບິ່ງ, ລາຍເຈົາ, ຮ່າຢາງ, ຟູ໋ທໍ້, ບັກຢາງ ແລະ ອຽນບ໋າຍ ແຕ່ນີ້ຮອດປີ 2015. ຈຸດໝາຍຂອງໂຄງການແມ່ນຈັດເນື້ອໃນຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຂົາໃນຍຸດທະສາດ, ນະໂຍບາຍ ແລະ ວາງແຜນການທີມີສ່ວນກ່ຽວຂ້ອງເຖິງພື້ນຖານໂຄງລ່າງຊົນນະບົດ, ພິເສດແມ່ນກະສິກຳ, ຊົນລະປະທານ ແລະ ກິດຈຳກຳຄົມມະນາຄົມຊົນນະບົດ, ຍົກສູງກຳລັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃນການລົງທຶນເຂົ້າພື້ນຖານໂຄງລ່າງເຂດຊົນນະບົດ ແລະ ວາງແຜນການຢູ່ຂັ້ນເມືອງ ແລະ ຂັ້ນແຂວງ.