ກໍ່ສ້າງຂະແໜງສານໃຫ້ສົມເປັນບ່ອນອີງ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ

ກໍ່ສ້າງຂະແໜງສານໃຫ້ສົມເປັນບ່ອນອີງ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ


(vovworld)- ກໍ່​ສ້າງ​ຂະ​ແໜງ​ສານ​ໃຫ້​ສົມ​ເປັນ​ບ່ອນ​ອີງ ແລະ ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ຢູ່​ທີ່ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2015 ແລະ ຜັນ​ຂະ​ຫຍາຍ​ວຽກ​ງານ​ສານ​ປີ 2016 ໂດຍ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/1 ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ຍ້ອງ​ຍໍ​ຊົ​ມ​ເຊີຍ​ບັນ​ດາ​ໝາກ​ຜົນ​ທີ່​ຂະ​ແໜງ​ສານ​ຍາດ​ມາ​ໄດ້​ໃນ​ປີ 2015. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ :

     “ ຄະ​ນະ​ຮັບ​ຜິດ​ຊອບ​ວຽກ​ງານ​ພັກ, ການ​ນຳ ສານ​ປະ​ຊາ​ຊົນ​ສູງ​ສຸດ ຄວນ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ຢູ່​ບັນ​ດາ​ທ້ອງ​ຖິ່ນ ຈົ່ງ​ຊີ້​ນຳ​ນຳ​ພາ​ບັນ​ດາ​ສານ​ຈັດ​ຕັ້ງ​ຊາບ​ຊຶມ, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ເຂັ້ມ​ງວດ. ສືບ​ຕໍ່​ຜັນ​ຂະ​ຫຍາຍປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ບັນ​ດາ​ມະ​ຕິ​ຂອງ​ພັກ, ບັນ​ດາ​ກົດ​ໝາຍ, ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບັນ​ຍັດ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານ​ຍຸດ​ຕິ​ທຳ, ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ; ສຸມ​ໃສ່​ປະ​ກາດ​ໃຊ້ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ, ກວດ​ກາ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ເພື່ອ​ປັບ​ປຸງ​ໃຫ້​ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ຂອງ​ກົດ​ໝາຍ, ນຳ​ມະ​ຕິ​ຂອງພັກ, ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ​ໂດຍ​ໄວ ”

ຂ່າວ/ບົດ​ອື່ນ