ທ່ານປະທານປະເທດ ຈືອງເຕີນຊາງ ລົງຢ້ຽມຢາມວິທະຍາຄານ ຕຳຫຼວດປະຊາຊົນ
(ພາບ: saosang.net)
|
(vovworld) – ວັນທີ 3/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມວິທະຍາຄານ ຕຳຫຼວດປະຊາຊົນ, ຮາກຖານທີ່ບຳລຸງສ້າງ ແລະ ຄົ້ນຄ້ວາວິທະຍາສາດອັນດັບໜຶ່ງຂອງກຳລັງຕຳຫຼວດ ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ສະເໜີໃຫ້ວິທະຍາຄານ ຕຳຫຼວດປະຊາຊົນດ້ວຍບົດບາດແມ່ນສູນບຳລຸງສ້າງອັນດັບໜຶ່ງຂອງຂະແໜງຕຳຫຼວດ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ, ຍົກສູງຄຸນນະພາບການບຳລຸງສ້າງ, ຄົ້ນຄ້ວາວິທະຍາສາດ… ເພື່ອປະກອບສ່ວນພ້ອມກັບກຳລັງຕຳຫຼວດປະຊາຊົນປະຕິບັດສຳເລັດໜ້າທີ່ເຊິ່ງພັກ ແລະ ປະຊາຊົນມອບໝາຍໃຫ້. ທ່ານກ່າວວ່າ:
“ວິທະຍາຄານຍາມໃດກໍ່ຕ້ອງຊາບຊືມ ແລະ ປະຕິບັດວຽກງານສຶກສາບຳລຸງສ້າງ ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງຂະແໜງຕຳຫຼວດເປັນຢ່າງດີ ແລະ ສະເໜີການກໍ່ສ້າງກຳລັງຕຳຫຼວດປະຊາຊົນປະຕິວັດ, ກຳລັງຫຼວງ ແລະ ທັນສະໄໝເທື່ອລະກ້າວ. ກໍ່ສ້າງ ນາຍຕຳຫຼວດປະຊາຊົນຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ມີຄວາມຮູ້ດ້ານວິຊາສະເພາະ, ມີສະຕິປະຕິບັດກົດລະບຽບຂໍ້ບັງຄັບ ແລະ ຍອມເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາຄວາມສະຫງົບ, ປອດໄພຂອງປະເທດຊາດ, ເພື່ອຊີວິດທີ່ສະຫງົບສຸກຂອງປະຊາຊົນ, ມີສະຕິເຄົາລົບນັບຖືປະຊາຊົນ, ສຸດຈິດສຸດໃຈເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ”
ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄສຫາຢູ່ອະນຸສາວາລີປະທານ ໂຮ່ຈີມິນ, ຢ້ຽມຢາມ ແລະ ຊອກຮູ້ບັນດາຮາກຖານສິດສອນ, ຄົ້ນຄ້ວາ ແລະ ຮ່ຳຮຽນຂອງໂຮງຮຽນ.