ກໍ່ສ້າງແຜນຮ່າງຮັບເອົາບັດໄວ້ວາງໃຈຕໍ່ຜູ້ຮັກສາຕຳແໜ່ງ

ກໍ່ສ້າງແຜນຮ່າງຮັບເອົາບັດໄວ້ວາງໃຈຕໍ່ຜູ້ຮັກສາຕຳແໜ່ງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ເຂົ້າຮ່ວມກອງ​ປະຊຸມ
( ພາບ: TTXVN )


(vovworld) -    ​ກຳມາ​ທິການກົດໝາຍ ​ຂອງ​ສະພາ​ແຫ່ງ​ຊາດ ໄດ້ຈັດ​ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 19/8 ຢູ່​ຮ່າ​ໂນ້ຍ, ກ່ຽວ​ກັບ​ການກໍ່ສ້າງ​ແຜນ​ຮ່າງ​ “ຂັ້ນ​ຕອນ, ລະບຽບ​ການ, ວິທີ​ການ​ປະຕິບັດ​ເການ​ຮັບເອົາ​ບັດ​ໄວ້​ວາງ​ໃຈ​ຕໍ່​ຜູ້ທີ່​ຮັກສາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ​ຫຼື ອະນຸມັດ​ຜ່ານ”. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ເນັ້ນ​ໜັກ​ວ່າ: ​ການ​ກໍ່ສ້າງ​ແຜນ​ຮ່າງ ຂັ້ນ​ຕອນ, ລະບຽບ​ການ, ວິທີ​ການ​ປະຕິບັດກາ​ນຮັບເອົາ​ບັດ​​ໄວ້​ວາງ​ໃຈ​ຕໍ່​ຜູ້ທີ່ຮັກສາແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນເລືອກ​ຕັ້ງ ​ຫຼື ອະນຸມັດ​ຜ່ານ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດມະຕິ​ສູງ​ກາງ​ພັກ​ຄັ້ງ​ທີ 4 “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”; ພ້ອມ​ກັນ​ນັ້ນ, ​ເປັນ​ເສນາ​ທິການ​ຊ່ວຍໃຫ້​ສະພາ​ແຫ່ງ​ຊາດ. ສະພາ​ປະຊາຊົນ​ຊອກ​ຫາ​ບັນດາມາດ​ຕະການ​​ແກ້​ໄຂບັນດາ​ຂໍ້​ຈຳກັດ​ໃນ​ວິວັດ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ, ປະ​ກອບ​ສ່ວນ​ປະຕິບັດ​ຂ້ໍກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕໍ່​ຜູ້​ຮັກສາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ ຫຼື ອະນຸມັດ​ຜ່ານ. ຜ່ານ​ນັ້ນ, ​ເພື່ອ​ທະວີ​ໜ້າ​ທີ່​ຮັບຜິດຊອບ​ຂອງ​​ເຂົາ​ເຈົ້າຕໍ່​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເວົ້າ​ສະ​ເພາະ ​ແລະ ປະຊາ​ຊົນ​ທົ່ວ​ປະ​ເທດ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ