ກອງປະຊຸມຄັ້ງທີ 24, ຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ


ກອງປະຊຸມຄັ້ງທີ 24, ຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 23ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ

(vovworld)- ຕອນ​ບ່າຍ​ວັນ​ທີ 13/11, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​​ນາມ ເຈືອງ​ເຕີ້ນ​ຊາງ ປະ​ທານ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 24, ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ສະຫຼຸບ​ວຽກ​ງານ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ສຸມ​ຂອງວຽກ​ງານ ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການໄລ​ຍະ 2011-2016; ຮ່າງ​ໂຄງ​ການ​ຈຸດ​ສຸມ​ວຽກ​ງານ ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການໄລ​ຍະ 2016-2020; ບົດ​ລາຍ​ງານ​ສະຫຼຸບ​ວຽກ​ງານ​ອາ​ຍຸ​ການ 2011-2016 ແລະ ທິດ​ທາງ​ໜ້າ​ທີ່​ວຽກ​ງານ​ອາ​ຍຸກ​ການ 2016-2021. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​​ນາມ ເຈືອງ​ເຕີ້ນ​ຊາງ ສະ​ເໜີ​ວ່າ :

    “ ການ​ຮັບ​ຮູ້​ໃນ​ຂົງ​ເຂດ​ຍຸດ​ຕິ​ທຳ, ໃນ 3 ພາກ​ສ່ວນ​ສ້າງ​ເປັນ​ອົງ​ປະ​ກອບ​ຂອງ​ລັດ​ແຫ່ງ​ນິ​ຕິ​ບັນ​ຍັດ ແມ່ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ເຂົ້າ​ໃຈ​ວ່າ​ຕ້ອງ​ປະ​ຕິ​ຮູບ​ໂດຍ​ຈຳ​ເປັນ, ປ່ຽນ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ຍຸດ​ຕິ​ທຳ. ບົນ​ພື້ນ​ຖານນັ້ນ, ແມ່ນ​ຕ້ອງ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ. ປະ​ຈຸ​ບັນ, ລະ​ບົບ​ກົດ​ໝາຍ​ແມ່ນ​ສົມ​ບູນ​ແບບ​ພໍ​ສົມ​ຄວນ, ສ່ວນ​ການ​ປ່ຽນ​ໃໝ່​ການ​ປະ​ຕິ​ຮູບ ແມ່ນ​ສືບ​ຕໍ່​ປະ​ຕິ​ບັດ. ລະ​ອຽດ, ໃນ​ຊຸດນີ້, ເລັ່ງ​ໃສ່​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເພື່ອ​ຫັນ​ແນວ​ທາງ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ເປັນ​ລະ​ບອບ​ກົດ​ໝາຍ ”
ຂ່າວ/ບົດ​ອື່ນ