ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ8

ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ8 - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ
(ພາບ​ປະ​ກອບ)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 23/1, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ຄະ​ນະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊຸດ​ທີ 8 ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ດ້ວຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ.

        ກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານ​ໝາກ​ຜົນ​ວຽກ​ງານ​ຂອງ​ແນວ​ໂຮມ​ໃນ​ປີ 2014 ແລະ ໂຄງ​ການ​ສົມ​ທົບ​ກັນເຫັນ​ດີ​ເປັນ​ເອ​ກະ​ສັນ​ເຄື່ອນ​ໄຫວ​ໃນ​ປີ 2015, ສະ​ພາບ​ການ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ​ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຈະດຳ​ເນີນ​ໃນ​ວັນ​ທີ 24 – 25/1. ໃນ​ນັ້ນ, ບັນ​ດາ​ຜູ້​ແທນ​ຖື​ວ່າ ເລື່ອງ​ສະ​ຫລຸບ​ສະ​ພາບ​ແນວ​ຄິດ, ຄວາມ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ແມ່ນ​ຈຳ​ເປັນ​ທີ່​ສຸດ ເພື່ອ​ຜັນ​ຂະ​ຫຍາຍ​ວຽກ​ງານ​ຂອງ​ແນວ​ໂຮມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກອງ​ປະ​ຊຸມ​ເຫັນ​ດີ​ເປັນ​ເອກ​ະ​ສັນ​ຄວນ​ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມກວດ​ກາ, ໄຈ້​ແຈກ​ຕີ​ລາ​ຄາ​ໃນ​ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດ​ທ​ຸກ​ຂັ້ນ​ ແລະ ສະ​ເໜີ​ແກ້​ໄຂ​ບັນ​ດາ​ບັ​ນ​ຫາ​ເຄັ່ງ​ຮ້ອນ, ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເປັນ​ພ້ອມ​ໃນໝູ່​ປະ​ຊາ​ຊົນ​ໃຫ້​ດີກ່​ວາ​ອີກ.

 


ຕອບກັບ

ຂ່າວ/ບົດ​ອື່ນ