ກອງປະຊຸມຄະນະ ຊີ້ນຳແຫ່ງຊາດກ່ຽວກັບ ການກໍ່ສ້າງສັງຄົມຮ່ຳຮຽນ

ກອງປະຊຸມຄະນະ ຊີ້ນຳແຫ່ງຊາດກ່ຽວກັບ ການກໍ່ສ້າງສັງຄົມຮ່ຳຮຽນ - ảnh 1
ທ່ານຮອງນາຍົກ ລັດຖະມົນຕີ Nguyen Thien Nhan
ກ່າວຄຳ ເຫັນທີ່ກອງປະຊຸມ


Vovworld- ຕອນ​ບ່າຍ​ວັນ​ທີ 12/6, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ສັງຄົມ​ຮ່ຳຮຽນ, ຮຽນ​ຕະຫຼອດ​ຊີວິດ​ແນ​ໃສ່​ຕີ​ລາຄາ​ວິວັດ​ການ​ປະຕິບັດ​ໄລຍະ 5 ປີ 2005 - 2010 ​ແລະ ປະກອບ​ສ່ວນ​ສ້າງ​ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ກໍ່ສ້າງ​ສັງຄົມ​ຮ່ຳຮຽນໄລຍະ 2012 – 2020. ກ່າວຄຳ ເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ Nguyen Thien Nhan ຢືນຢັນ​ວ່າ ຮ່າງແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ກໍ່ສ້າງ​ສັງຄົມ​ຮ່ຳຮຽນ ໄລຍະ 2012 – 2020 ຄວນສືບ​ຕໍ່​ສ້າງ​ໃຫ້​ສົມບູນ​ແບບ​ດ້ວຍ​ຈຸດໝາຍ​ສ້າງ​ສະຕິ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຮຽນ​ດ້ວຍ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ, ​ໃນ​ນັ້ນ​ເປົ້າໝາຍ​ສົ່ງຜົນ​ກະທົບ​ຄວນ​ຕ້ອງ​ສຸ​ມ​ໃສ່​ແມ່ນ​ຄອບຄົວ ​ແລະ ວົງ​ຄະນະ​ຍາດ​ຮາກ​ຖານ. ທ່ານຮອງນາຍົກ ລັດຖະມົນຕີ Nguyen Thien Nhan ກ່າວ​ວ່າ

“ ຮຽນເອງເພື່ອເຮັດຫຍັງ, ຕາມຂ້າພະເຈົ້າແລ້ວ, ຄວນເຮັດໃຫ້ຢ່າງຈະແຈ້ງກ່ວາ. ກ່ຽວຂ້ອງເຖິງການຮ່ຳຮຽນໃນ ຕະຫຼອດ ຊີວິດ, ຕາມຂ້າພະເຈົ້າແລ້ວ ຄວນເນັ້ນໜັ້ກ ເຖິງການຮຽນເພື່ອກາຍເປັນພົນລະເມືອງທີ່ດີ, ຮຽນເພື່ອ ມີການປະກອບອາຊີບ ຢ່າງມີປະສິດທິ​ຜົນ ​ແລະ ຮຽນ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ຜາ​ສຸກ, ສັງຄົມ​ພັດທະນາ. ​ກ່ຽວ​ກັບ​ບັນຫາ​ນີ້, ສູນ​ສຶກສາ​ວົງ​ຄະນະ​ຍາດ ​ແລ​ະ ສຶກສາ​ໃນ​ໂຮງຮຽນ ​ແມ່ນ​ມີ​ບົດບາດ​ສຳຄັນ​ຕົ້ນຕໍ. ​ແຕ່​ກ່ຽວຂ້ອງ​ເຖິງ​ການ​ຮຽນ​ເພື່ອ​ມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ນັ້ນ, ບັນດາ​ສູນ, ສະມາຄົມ​ອາຊີບກໍມີ​ບົດບາດສຳຄັນ. ​ໃນ​ວິທີ​ການ​ແກ້​ໄຂ ກໍ​ຈະ​​ເນັ້ນໜັກ​ຕື່ມ​ບົດ​ບາດ​ຂອງ​ສັງຄົມ​​ ”.

   ຈຸດໝາຍ​ຂອງ ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ກໍ່ສ້າງ​ສັງຄົມ​ຮ່ຳຮຽນໄລຍະ 2012 – 2020 ​ແມ່ນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ທຸກໆ​ຄົນ​ໄດ້​ຮ່ຳຮຽນ​ຕາມ​ຄວາມ​ຕ້ອງການ, ​ເງື່ອນ​ໄຂ ​ແລະ ສະພາບ​ການ​ຂອງ​ແຕ່ລະຄົນ.

ຂ່າວ/ບົດ​ອື່ນ