ກອງປະຊຸມທົ່ວປະເທດແນະນຳ, ໂຄສະນາເຜີຍແຜ່ບັນດາເນື້ອໃນ, ຄວາມໝາຍຂອງລັດຖະທຳມະນູນແຫ່ງປະເທດ ສສ ຫວຽດນາມ
(ພາບ: sggp.org.vn)
(vovworld) – ຕອນເຊົ້າວັນທີ 5/4, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມທົ່ວປະເທດແນະນຳ, ໂຄສະນາເຜີຍແຜ່ບັນດາເນື້ອໃນ, ຄວາມໝາຍຂອງລັດຖະທຳມະນູນແຫ່ງປະເທດ ສສ ຫວຽດນາມ ໃຫ້ບັນດານັກປະຖະກະຖາ, ນັກໂຄສະນາ. ກອງປະຊຸມໂດຍກະຊວງຍຸຕິທຳ ແລະ ຄະນະໂຄສະນາສຶກສາສູນກາງພັກ ສົມທົບກັນຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ 63 ແຂວງ, ນະຄອນ, ພ້ອມກັບບັນດາ ນັກປະຖະກະຖາໃນທົ່ວປະເທດ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວຽກງານໂຄສະນາ, ເຜີຍແຜ່ລັດຖະທຳມະນູນ ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ປະຊາຊົນທຸກຊັ້ນວັນນະສຳພັດ, ເຂົ້າໃຈແຈ້ງບັນດາຂໍ້ກຳນົດຂອງກົດໝາຍເພື່ອປະຕິບັດຢ່າງເຂັ້ມງວດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດນັກປະຖະກະຖາ, ນັກໂຄສະນາຄວນຮັບຮູ້ຢ່າງຮອບດ້ານກ່ຽວກັບເນື້ອໃນ ແລະ ຈິດໃຈຂອງລັດຖະທຳມະນູນປີ 2013. ການນຳບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ສະພາປະຊາຊົນ... ຄວນຊີ້ນຳຢ່າງທັນການ ແລະ ສ້າງເງື່ອນໄຂໃຫ້ບັນດານັກປະຖະກະຖາ, ນັກໂຄສະນາປະຕິບັດໜ້າທີ່ໂຄສະນາເຜີຍແຜ່ລັດຖະທຳມະນູນປີ 2013 ໃນຂອບຂະໜາດອົງການ, ທ້ອງຖີ່ນຂອງຕົນ, ຮັບປະກັນເລື່ອງຜັນຂະຫຍາຍປະຕິບັດລັດຖະທຳມະນູນຢູ່າງເລິກເຊິ່ງ, ກ້ວາງແຂວງ, ນຳລັດຖະທຳມະນູນກ້າວເຂົ້າສູ່ຊີວິດຢ່າງແທ້ຈິງ.