ກອງປະຊຸມທົ່ວໂລກກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ
(ພາບປະກອບ)
(vovworld) - ກອງປະຊຸມທາບທາມຄວາມເຫັນຫົວເລື່ອງສະເພາະທົ່ວໂລກກ່ຽວກັບການ “ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະສາດ ແລະ ໂຄງການພັດທະນາພາຍຫຼັງປີ 2015”, ໄດ້ໄຂຂຶ້ນໃນວັນທີ 19/02, ຢູ່ນະຄອນຫຼວງ Jakarta. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການພັດທະນາ ແລະ ບັນດາສິ່ງທ້າທາຍຕົ້ນຕໍ່ສຳລັບການພັດທະນາພາຍຫຼັງປີ 2015; ກຳນົດຂອບເຂດລວມກ່ຽວກັບຄວາມສາມາດຮັບມື ແລະ ບັນດາມາດຕະການຮັບມືຕໍ່ໄພພິບັດ; ແບ່ງປັນທັດສະນະ ແລະ ບົດຮຽນກ່ຽວກັບການປະຕິບັດບັນດາຄາດໝາຍພັດທະນາສະຫັດສະວັດ ທີ່ກ່ຽວຂ້ອງເຖິງບັນດາໄພພິບັດຈາກທຳມະຊາດ ແລະ ການປະທະກັນ. ບັນດາຜູ້ແທນກໍເນັ້ນໜັກເຖິງບົດບາດຂອງບັນດາປະເທດອາຊີ - ປາຊີຝີກ ທີ່ພວມກາຍເປັນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕເສດຖະກິດທົ່ວໂລກໃນສະຕະວັດທີ 21, ແຕ່ກໍແມ່ນພາກພື້ນທີ່ຖືກຜົນຮ້າຍໜັກໜ່ວງທີ່ສຸດຈາກໄພທຳມະຊາດຫຼາຍທີ່ສຸດ. ກອງປະຊຸມກໍປຶກສາຫາລືກ່ຽວກັບບັນດາຈຸດໝາຍຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ໃນນັ້ນມີບັນດາຄາດໝາຍຮອດປີ 2030 ຫຼຸດຜ່ອນ 20% ຈຳນວນ ຜູ້ຖືກຜົນສະທ້ອນ ແລະ 50% ຈຳນວນຄົນເສຍຊີວິດຍ້ອນໄພທຳມະຊາດ; ຫຼຸດຜ່ອນຄວາມເສຍຫາຍທາງດ້ານເສດຖະກິດ 20% ແລະ ບໍ່ມີຜູ້ໃດຕົກຢູ່ໃນສະພາບຖືກອຶດຫິວທຸກຍາກຍ້ອນໄພທຳມະຊາດ...