ກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ການເຕີບໂຕເສດຖະກິດ

(VOVWORLD) - ຕອນເຊົ້າວັນທີ 12 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ການເຕີບໂຕເສດຖະກິດຊຸມເດືອນທ້າຍປີ 2017.
ກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ການເຕີບໂຕເສດຖະກິດ - ảnh 1 ທ່ານ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ການເຕີບໂຕເສດຖະກິດຊຸມເດືອນທ້າຍປີ 2017 (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເພື່ອບັນລຸຄາດໝາຍເຕີບໂຕທັງໃຫ້ໄດ້ 6,7% ໃນຊຸມເດືອນທ້າຍປີຕ້ອງບັນລຸລະດັບເຕີບໂຕໃຫ້ໄດ້ 7,42%. ນີ້ແມ່ນໜ້າທີ່ການເມືອງສຳຄັນຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່. ເພື່ອປະກອບສ່ວນຊຸກຍູ້ການລົງທຶນ, ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງທະນາຄານແຫ່ງລັດມີແຜນການ, ຂັ້ນຕອນດເພື່ອຮັບປະກັນລະດັບເຕີບໂຕບ້ວງສິນເຊື່ອທັງໃຫ້ໄດ້ປະມານ 21 – 22%.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະຫຼຸບກ່ຽວກັບສະພາບການຜັນຂະຫຍາຍວຽກງານຫັນເປັນຫຸ້ນສ່ວນ, ຖອນເງິນລົງທຶນຂອງລັດປີ 2017 ແລະ ໄລຍະ 2017 – 2020. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ ສຸມໃສ່ປະຕິບັດບັນດາໜ້າທີ່ປັບປຸງ ກົນໄກນະໂຍບາຍແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.


ຕອບກັບ

ຂ່າວ/ບົດ​ອື່ນ