ກອງປະຊຸມປະທານສານບັນດາປະເທດອາຊຽນຄັ້ງທີ4ອອກຖະແຫຼງການຮ່ວມນະຄອນໂຮ່ຈິມິນ

ກອງປະຊຸມປະທານສານບັນດາປະເທດອາຊຽນຄັ້ງທີ4ອອກຖະແຫຼງການຮ່ວມນະຄອນໂຮ່ຈິມິນ - ảnh 1
ກອງປະຊຸມປະທານສານບັນດາປະເທດອາຊຽນຄັ້ງທີ4
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 01/04, ກອງ​ປະ​ຊຸມ​ປະ​ທານ​ສານ​ບັນ​ດາ​ປະ​ເທດ​ອາ​ຊຽນ​ ຄັ້ງ​ທີ 4 ໄດ້​ເປັນ​ເອ​ກະ​ພາບ ແລະ ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບໝາກ​ຜົນ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ. ຖະ​ແຫຼງ​ການ​ຮ່ວມ​ໄດ້​ຢືນ​ຢັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ທານ​ສານ​ບັນ​ດາ​ປະ​ເທດ​ອາ​ຊຽນ ໃນ​ເລື່ອງ​ເດີນ​ຕາມ​ບັນ​ດາ​ຄາດ​ໝາຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ​ສານ​ບັນ​ດາ​ປະ​ເທ​ດ​ອາຊຽນ ທີ່​ໄດ້​ຮັບ​ຮູ້​ໃນ​ຂໍ້​ຕົກ​ລົງ Boracay 2015. ສະ​ພາ​ປະ​ທານ​ສານ​ອາ​ຊຽນ ໄດ້​ເປັນ​ເອ​ກະ​ພາບ ແລະ ຖະ​ແຫຼງ 7 ເນື້ອ​ໃນ, ໃນ​ນັ້ນ, ເປັນ​ເອ​ກະ​ພາບ​ປ່ຽນ​ຊື​່ກອງ​ປະ​ຊຸມ​ປະ​ທານ​ສານ​ບັນ​ດາ​ປະ​ເທດ​ອາຊຽນ ເປັນ​ສະ​ພາ​ປະ​ທານ​ສານ​ອາ​ຊຽນ (CACJ). ສະ​ພາ​ປະ​ທານ​ສານ​ອາ​ຊຽນ ເຫັນ​ດີຫັ​ນ​ເປັນ​ລະ​ບ​ຽບ CACJ ເພື່ອ​ແນ​່​ໃສ່​ນຳ​ສະ​ພາ​ໃຫ້​ກາຍ​ເປັນອົງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ສານ​ບັນ​ດາ​ປະ​ເທດ​ອາ​ຊຽນ ຕາມ​ກົດ​ບັດ​ອາ​ຊຽນ. ກອງ​ປະ​ຊຸມ​ໄດ້​ເປັນ​ເອ​ກ​ະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ຈຳ​ເປັນ​ເພື່ອ​ຮັບ​ປະ​ກັນ​ອາ​ຊຽນ ຮັບ​ຮູ້ CACJ. ພ້ອມ​ທັງ​ມອບ​ສິດ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຫວຽດ​ນາມ, ປະ​ຈຸ​ບັນ​ແມ່ນ​ປະ​ທານ CACJ, ຍ​ື່ນ​ສະ​ເໜີ​ຄຳ​ຮຽກ​ຮ້ອງ​ຮັບ​ຮູ້ CACJ ຂຶ້ນ​ອາ​ຊຽນ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສິງ​ກະ​ໂ​ປ…


ຂ່າວ/ບົດ​ອື່ນ