ກອງປະຊຸມຜັນຂະຫຍາຍໂຄງການກໍ່ສ້າງທາງດ່ວນ ໂນ້ຍບ່າຍ - ລາວກາຍ.

ກອງປະຊຸມຜັນຂະຫຍາຍໂຄງການກໍ່ສ້າງທາງດ່ວນ ໂນ້ຍບ່າຍ - ລາວກາຍ. - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai
 ຮຽກຮ້ອງສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານບຸກເບີກໜ້າພຽງ
(ພາບ: baoyenbai.com.vn)

(vovwold) - ຕອນ​ເຊົ້າ​ວັນ​ທີ 17/5, ຢູ່​​ແຂວງ​ລາວ​ກາຍ, ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ຊີ້​ນຳ​ກອງ​ປະຊຸມກ່ຽວ​ກັບ​ວຽກ​ງານ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງທາງ​ດ່ວນ ​ໂນ້ຍບ່າຍ - ລາວ​ກາຍ. ທາງ​ດ່ວນ ​ໂນ້ຍບ່າຍ - ລາວ​ກາຍ ມີ​ລວງ​ຍາວ​ທັງ​ໝົດ 245 ກມ ທີ່​ແລ່ນ​ຜ່ານ 5 ​ແຂວງ ຮ່າ​ໂນ້ຍ, ວິ້ງ​ຟຸກ, ຟູ່ທໍ້, ອຽນ​ບ໋າ​ຍ ​ແລະ ລາວ​ກາຍ, ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 2 000 ຕຶ້ດົ່ງ​ຈາກ​ແຫຼ່ງທຶນ ODA ​ແລະ​ ທຶນ​ສົມທົບ (ພັນທະ​ບັດ​ຂອງ​ລັດຖະບານ). ​ໂຄງການ​ເລີ່​ມລົງມື​ກໍ່ສ້າງ​ນັບ​ແຕ່​ເດືອນ 7/2009, ຄາດ​ວ່າ​ຮອດ​ປີ 2013 ຈະ​ສຳ​ເລັດ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ສະ​ເໜີ​ໃຫ້​ທາງ​ນະຄອນ​ຮ່າ​ໂນ້ຍ ​ແລະ ​ແຂວງ​ວິ້ງ​ຟຸກ ຄວນ​ເອົາ​ໃຈ​ໃສ່​ກວ່າ​ອີກ​ໃນ​ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ​ເພື່ອ​ມອບ​ໃຫ້​ບັນດາ​ນັກ​ປະມູນ. ຕາມ​ຂໍ້​ສະ​ເໜີ​ຂອງ​ທ່ານ ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ແລ້ວ, ຮອດ​ວັນ​ທີ 30/6 ຈະ​ມາ​ເຖິງ, ທັງ 5 ​ແຂວງ​ທີ່​ມີ​ເສັ້ນທາງ​ດ່ວນ​ແລ່ນ​ຜ່ານ​ຕ້ອງມອບ​ໜ້າ​ພຽງ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່​ຫົວໜ່ວຍ​ກໍ່ສ້າງ.

       

ຂ່າວ/ບົດ​ອື່ນ