ກອງປະຊຸມສະຫຼຸບປະເມີນຜົນ 6 ເດືອນຕົ້ນປີຂອງອົງການກວດກາລັດຖະບານ

(VOVWORLD) -ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບປະເມີນຜົນວຽກງານ 6 ເດືອນຕົ້ນປີ 2018 ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມວຽກງານໃນ 6 ເດືອນທ້າຍປີຂອງຂະແໜງ.

ກອງປະຊຸມສະຫຼຸບປະເມີນຜົນ 6 ເດືອນຕົ້ນປີຂອງອົງການກວດກາລັດຖະບານ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ສະເໜີວ່າ, ໃນໄລຍະຈະມາເຖິງທົ່ວຂະແໜງກວດກາ ຄວນຍົກສູງປະສິດທິຜົນການເຄື່ອນໄຫວ, ຕິດແທດກັບການບໍລິຫານຂອງລັດຖະບານ, ຕ້ອງຜັນຂະຫຍາຍບັນດາໜ້າທີ່, ມາດຕະການຢ່າງຂ້ຽວຂາດ. ພ້ອມທັງ, ສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ມານະພະຍາຍາມຜັນຂະຫຍາຍວຽກງານສ້າງກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ ເຊິ່ງສະພາແຫ່ງຊາດໃກ້ຈະຮັບຮອງເອົາ. ໃນວຽກງານກວດກາ, ຕ້ອງຕິດແທດກັບຄວາມຮຽກຮ້ອງຕ້ອງການດ້ານເສດຖະກິດ, ສັງຄົມ, ຕິດພັນກັບການກວດກາຢ່າງກະທັນຫັນ, ເນື້ອໃນກວດກາຕ້ອງມີຈຸດສຸມ, ແກ້ໄຂສະພາບປະກາດຂໍ້ສະຫຼຼຸບການກວດກາຢ່າງຊັກຊ້າ. ຜ່ານນັ້ນ, ແກ້ໄຂບັນດາການລະເມີດກົດໝາຍຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ