ກອງປະຊຸມສະຫຼຸບ ວຽກງານບຳລຸງສ້າງ ນັກສຶກສາລາວ ຢູ່ຫວຽດນາມ ສົກຮຽນ 2012 – 2013
Minh Duc -  
(ທ່ານສົມພອນ ສີຈະເລີນ, ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ)
(vovworld) - ຕອນເຊົ້າວັນທີ 22/01, ຢູ່ຮ່າໂນ້ຍ, ສະຖານທູດລາວປະຈຳຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານບຳລຸງສ້າງນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ ໃນທົ່ວປະເທດຫວຽດນາມ ສົກຮຽນ 2012 – 2013. ເຂົ້າຮ່ວມກອງປະຊຸມມີທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ, ທ່ານ ກອງສີ ແສງມະນີ, ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ, ທ່ານ ເຈີນກວາງກຸ໋ຍ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ພ້ອມກັບການນຳບັນດາມະຫາວິທະຍາໄລ, ສະຖາບັນ ແລະ ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ຫວຽດນາມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ຕີລາຄາວິວັດການຮໍ່າຮຽນຂອງນັກສຶກສາລາວ ຢູ່ຫວຽດນາມ ໃນສົກຮຽນ 2012 – 2013 ແລະ ປະຕິບັດຕາມແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືລະຫວ່າງຫວຽດນາມ - ລາວ ໃນຂົງເຂດສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ” ເຊິ່ງ 2 ລັດຖະບານໄດ້ລົງນາມ ແລະ ປະຕິບັດໃນໄລຍະ 2011 – 2020.
ໃນໄລຍະຜ່ານມາ, ນັກສຶກສາລາວ ກວ່າ 6.000 ຄົນທີ່ພວມຮໍ່າຮຽນຢູ່ບັນດາໂຮງຮຽນໃນທົ່ວປະເທດຂອງຫວຽດນາມ. ດ້ວຍຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງພັກ, ລັດ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃນວຽກງານຄົ້ນຄວ້າ, ຮໍ່າຮຽນຂອງນັກສຶກສາລາວ. ທ່ານສົມພອນ ສີຈະເລີນ, ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ເນັ້ນໜັກວ່າ.
(ພິທີມອບໃບຍ້ອງຍໍນັກຮຽນດີເດັນ)
ແລະກໍ່ທີ່ກອງປະຊຸມສະຫຼຸບຄັ້ງນີ້, ສະຖານທູດລາວ ປະຈຳຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ນັກຮຽນ, ນັກສຶກສາລາວ ທີ່ດີເດັ່ນ 1.255 ຄົນໃນສົກຮຽນ 2012 – 2013.
Minh Duc