ກອງປະຊຸມສະຫະສະມາຄົມທະນາຍຄວາມບັນດາປະເທດອາຊຽນຄັ້ງທີ38
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:internet
|
(vovworld)- ກອງປະຊຸມສະພາບໍລິຫານຂອງສະຫະສະມາຄົມທະນາຍຄວາມບັນດາປະເທດອາຊຽນ ຄັ້ງທີ 38 ໂດຍສະມາຄົມທະນາຍຄວາມຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນວັນທີ 2/ 4 ຢູ່ ນະຄອນໂຮ່ຈິມີນ. ກ່າວຄຳເຫັນນະທີ່ນີ້, ດຣ ຫງວຽນວັນກ່ວຽນ, ປະທານສະມາຄົມນັກທະນາຍຄວາມຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ ສະຫະສະມາຄົມທະນາຍຄວາມບັນດາປະເທດ ອາຊຽນ ຂອງຫວຽດນາມ ໄດ້ເນັ້ນຫນັກວ່າ: ກອງປະຊຸມດຳເນີນໄປໃນສະພາບປະຊາຄົມ ອາຊຽນ ຫາກໍ່ໄດ້ຮັບການສ້າງຕັ້ງໃນທ້າຍປີ 2015. ນີ້ແມ່ນກາລະໂອກາດເພື່ອໃຫ້ສະພາບໍລິຫານສຸມໃສ່ພິຈາລະນາເລື່ອງປ່ຽນໃຫມ່ຮູບການຂອງກອງປະຊຸມສະມັດຊາໃຫຍ່, ມຸ່ງໄປເຖິງຈຸດປະສົງນຳ ສະຫະສະມາຄົມທະນາຍຄວາມບັນດາປະເທດອາຊຽນ ກາຍເປັນອົງການຄົ້ນຄ້ວາ, ສະເຫນີນະໂຍບາຍ, ມຸ່ງໄປເຖິງລະບົບກົດໝາຍຂອງພາກພື້ນ, ຊຸກຍູ້ການພັດທະນາຂອງອາຊຽນ, ປະກອບສ່ວນສ້າງອາຊຽນ ໝັ້ນຄົງ, ວັດທະນາຖາວອນ, ຮັບປະກັນຄວາມໝັ້ນຄົງຂອງພາກພື້ນ.
ທີ່ກອງປະຊຸມ, ບັນດາຜູ້ແທນຂອງສະມາຄົມທະນາຍຄວາມ 10 ປະເທດ ອາຊຽນ ໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ສະພາບແວດລ້ອມດ້ານກົດໝາຍຢ່າງສະດວກໃຫ້ແກ່ປະຊາຄົມ ອາຊຽນ.