ກອງປະຊຸມສຳມະນາ“ວິວັດທະນາການຫັນປ່ຽນເສດຖະກິດຢູ່ຫວຽດນາມ”ຈັດຂຶ້ນຢູ່ປະເທດອົດຕະລິດ

ກອງປະຊຸມສຳມະນາ“ວິວັດທະນາການຫັນປ່ຽນເສດຖະກິດຢູ່ຫວຽດນາມ”ຈັດຂຶ້ນຢູ່ປະເທດອົດຕະລິດ - ảnh 1
ພາບປະກອບ:internet


(vovworld)- ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ອົດ​ຕະລິດ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ອົດ​ຕະລິດ- ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ມີ​ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ, ນັກ​ຂ່າວ​ເກືອບ 100 ຄົນ ​ແລະ​ນັກທຸລະກິດ​ອົດ​ຕະລິດ​ເປັນ​ຈຳນວນ​ຫລາຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ທຽບ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ອົດ​ຕະລິດ ​ໄດ້​ເນັ້ນ​ຫນັກ​ວ່າ: ກອງ​ປະຊຸມ​ສຳມະ​ນາ ​ແມ່ນ​ກາລະ​ໂອກາດ​​ເພ່ືອ​ຊອກ​ຮູ້​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫລາດ​ທີ່​ຫາກໍ່ພົ້ນ​ເດັ່ນ​ຂຶ້ນ ດ້ວຍ​ພົນລະ​ເມືອງ​ເກືອບ 100 ລ້ານ​ຄົນ, ​ແລະ ຢືນຢັນ: ລັດຖະບານ​ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ. ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ດຣ Thomas Jandl ​ໄດ້​ແນະນຳ​ກິດຈະການຄົ້ນ​ຄ້ວາ“ຫວຽດນາມ ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ” ຊຶ່ງ​ທ່ານ​ຫາ​ກໍ​ປະກາດ. ທ່ານ Thomas Jandl ​ຖື​ວ່າ: ​ໂດຍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຕະຫລາດ​ທີ່​ຫາ​ກໍ່​ພົ້ນ​​ເດັ່ນ​ຂຶ້ນ, ຫວຽດນາມ ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບໍລິສັດຂ້າມ​ຊາດ​ຫລາຍ​ແຫ່ງ, ຍ້ອນ​ມີ​ທ່າ​ໄດ້​ປຽບ​​ໃນ​ການແກ້ງ​ແຍ້​ງທີ່​ດູດ​ດື່ມ. ເມື່ອ​ໄຈ້​ແຍກ​ສາຍ​ເຫດ​ພາ​ໄປ​ເຖິງ​ຜົນສຳ​ເລັດ​ຂອງ​ຫວຽດນາມ ​ສາດສະດາຈານ  Wener Clement, ອະດີດ​ຜູ້​ຊ່ຽວຊານ​ຢູ່​ສະຖາບັນ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ ຫວຽດນາມ ​ເນັ້ນ​ຫນັກ​ວ່າ: ນອກຈາກ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ຂອງ​ການ​ນຳ​ແລ້ວ, ສິ່ງ​ສຳຄັນ​ ຫວຽດນາມ ​ຮັກສາ​​ໄດ້ສະຖຽນ​ລະ​ພາບ​ທາງ​ສັງຄົມ​.

ຂ່າວ/ບົດ​ອື່ນ