ກອງປະຊຸມສຳມະນາສ້າງຕັ້ງຄະນະກຳມະການສ້າງຄວາມສະດວກດ້ານການຄ້າແຫ່ງຊາດຢູ່ຫວຽດນາມ

ກອງປະຊຸມສຳມະນາສ້າງຕັ້ງຄະນະກຳມະການສ້າງຄວາມສະດວກດ້ານການຄ້າແຫ່ງຊາດຢູ່ຫວຽດນາມ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:baomoi.com

(vovworld)-​ ວັນ​ທີ 15/5, ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ(USAID) ສົມ​ທົບ​ກັບ​ກົມ​ໃຫຍ່​ພາ​ສີ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ສ້າງ​ຕັ້ງ ຄະ​ນະ​ກຳ​ມະ​ການ​ສ້າງ​ຄວາມ​ສະ​ດວກ​​ດ້ານການ​ຄ້າ​ແຫ່ງ​ຊາດ​ຢູ່ ຫວຽດ​ນາມ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ ທາບ​ທ່າມ​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ແຫ່ງ​ຊາດ​ຢູ່​ຫວຽດ​ນາມ. ຕາມ​ຄຳ​ເຫັນ​ຈາ​ກ​ຜູ້​ແທນ​ຫລາຍ​ທ່ານ​ແລ້ວ, ເລື່ອງ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ພາ​ສີ​ກໍ​ຄື​ຫັນ​ບັນ​ດາ​ລະ​ບຽບ​ການ​ຂາ​ອອກ​ຂາ​ເຂົ້າ​ໃຫ້​ງ່າຍ​ດ່າຍ, ຮັບ​ປະ​ກັນ​ໃຫ້​ການ​ປະ​ສານ​ສົ​ມ​ທົບ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ງ່າຍ​ດ່າຍກວ່າ, ຜ່ານນັ້ນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ.

ຂ່າວ/ບົດ​ອື່ນ