ກອງປະຊຸມສຳມະນາ ພັດທະນາພື້ນຖານ ໂຄງລ່າງໄຟຟ້ານິວເຄຼຍ

ກອງປະຊຸມສຳມະນາ ພັດທະນາພື້ນຖານ ໂຄງລ່າງໄຟຟ້ານິວເຄຼຍ - ảnh 1

ກອງ​ປະຊຸມ​ສຳ​ມະ​ນາ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໄຟຟ້ານິວ​ເຄຼຍ
( ພາບ: nhandan.com.vn )


(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 23/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ສົມ​ທົບ​ກັບ​ອົງການ​ພະນັກງານ​ປະລະມານູສາກົນ (IAEA), ກະຊວງ​ອຸດສາຫະກຳ ການ​ຄ້າ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ພັດທະນາ​ພື້ນຖານ​ໂຄງ​ລ່າງ​​ໄຟຟ້າ​ນິວ​ເຄຼຍ”. ທີ່​ກອງປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ຕົວ​ຈິງ​ພື້ນຖານ​ໂຄງ​ລ່າງ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ຊາດ; ບັນດາ​ບັນຫາສຳຄັນຄວນ​ໄດ້​ຮັບ​ການ​ພິຈາລະນາ​ໃນ​ການ​ພັດ​ທະ​ນາ​ພື້ນຖານ​ໂຄງ​ລ່າງ​ໄຟຟ້າ​ນິວ​ເຄຼຍ; ບັນດາ​ສິ່ງ​ທ້າຍ​ທາຍ ​ແລະ ມາດ​ຕະການ​ແກ້​ໄຂ​ຕໍ່​ໂຄງການ​ນິວ​ເຄຼຍ​ໃໝ່… ພິ​ເສດ​ແມ່ນ​ຊອກ​ຫາ​ການ​ສົມທົບ​ໃຫ້​ແກ່​ການ​ກໍ່ສ້າງ​ໂຮງງານ​​ໄຟ​ຟ້າ​ນິວ​ເຄຼຍຢູ່​ແຂວງ ນິງຖ້ວນ ຢ່າງ​ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ Nguyen Quan ​ໃຫ້​ຮູ້​ວ່າ.

“ການ​ປະຕິບັດ​ນະ​ໂຍບາຍ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດໝາຍ​ສັນຕິພາບ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ປ້ອງ​ກັນ​ຄວາມ​ສາ​ຫງົບ, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ດຳ​ເນີນ​ໂຄງການ​ນິວ​ເຄຼຍຢ່າງ​ມີ​ປະສິດທິ​ຜົນ, ​ໂດຍອິ່ງ​ໃສ່ພື້ນຖານ​ໂຄງ​ລ່າງ​ແຫ່ງ​ຊາດ ທີ່​ໄດ້​ຮັບ​ການຄົ້ນຄວ້າ ກະກຽມ​ການ​ລົງທຶນ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ພື້ນຖານ​ໂຄງ​ລ່າງ​ນີ້ ຈະ​ແມ່ນ​ການ​ຮັບປະກັນ​ຂອງ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ​ກົນ​ໄກ, ກົດໝາຍ, ຄຸ້ມ​ຄອງ, ​ເຕັກ​ໂນ​ໂລ​ຊີ ​ແລະ ບຸກຄະນະ​ກອນ​​ໃຫ​້​ແກ່​ໂຄງການ​ໄຟຟ້າ​ນິວ​ເຄຼຍ, ພ້ອມ​ກັນ​ນັ້ນ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຕາມບັນດາ​​ເອກະສານ, ກົ​ດໝາຍ​ສາກົນ, ບັນດາ​ມາດຕະຖານ​ປອດ​ໄພ​ທາງ​ດ້ານ​ນິວ​ເຄຼຍ ​ເຊິ່ງກົດໝາຍ​ສາກົນ​ຮັບຮອງ, ບັນດາ​ການ​​ແນະນຳ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​​ແລະ ບັນດາ​ຄວາມ​ຮຽກຮ້ອງ​ຮັບປະກັນ​ບໍ່​ແຜ່​ຂະຫຍາຍ​ອາ​ອຸດ​ນິວ​ເຄຼຍ. ”



ຂ່າວ/ບົດ​ອື່ນ