ກອງປະຊຸມຮັບເອົາຄຳເຫັນປະກອບໃສ່ຮ່າງບັນດາເອກະສານຍື່ນສະເຫນີກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ກອງປະຊຸມຮັບເອົາຄຳເຫັນປະກອບໃສ່ຮ່າງບັນດາເອກະສານຍື່ນສະເຫນີກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(vovworld)-  ​ຕອນ​ບ່າຍ​ວັນ​ທີ 28/11, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ອະ​ນຸ​ກຳ​ມະ​ການ​ເອ​ກະ​ສານ ໄດ້​ຈັດ​ການ​ປະ​ຊຸມ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຈາກກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ປະ​ຊາ​ຊົນ ​ໃສ່​ຮ່າງ​ບັນ​ດາ​ເອ​ກະ​ສານ​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເປັນ​ປະ​ທານ​ການ​ປະ​ຊຸມ​ດັ່ງ​ກ່າວ. ບັນ​ດາ​ຄຳ​ເຫັນ​ສ່ວນ​ຫລາຍ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຕໍ່​ພັກ, ຕໍ່​ຊາດ, ຊົມ​ເຊີຍ​ເລື່ອງ​ສູນ​ກາງ ປະ​ກາດ​ຮ່າງ​ເອ​ກະ​ສານ​ໂດຍ​ໄວ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ. ນີ້​ແມ່ນບັ້ນ​ດຳ​ເນີນ​ຊີ​ວິດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ສະ​ແດງ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ​ນັບ​ມື້​ນັບ​ສູງ​ໃນ​ພັກ, ໃນ​ປະ​ຊາ​ຊົນ ແລະ ໃນ​ສັງ​ຄົມ, ເສີມ​ຂະ​ຫຍາຍ​ພູ​ມ​ປັນ​ຍາ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ເຂົ້າ​ໃນ​ວິ​ວັດ​ການ​ວາງ​ແຜນ​ກຳ​ນົດ​ທິດ​ທາງ, ແຜນ​ນະ​ໂຍ​ບາຍ ແລະ ນ​ະ​ໂຍ​ບາຍ​ໃຫຍ່​ໃຫ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ