( vovworld ) - ກອງປະຊຸມຮ່ວມມືດ້ານເສດຖະກິດ ແລະ ການລົງທຶນຫວຽດນາມ - ລາວ 2012 ໄດ້ດຳເນີນໄປໃນຕອນບ່າຍວັນທີ 7/7, ທີ່ນະຄອນດານັ້ງ, ທ່ານຮອງນາຍົກລັດຖະມົນຕີ, ປະທານອານຸກຳມະການຮ່ວມມືຫວຽດນາມ - ລາວ Nguyen Xuan Phuc ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານລາວ, ປະທານອານຸກຳມະການຮ່ວມມືລາວ - ຫວຽດນາມ ສົມສະຫວາດ ເລັ່ງສະຫວັດ ໄດ້ເປັນປະທານກອງປະຊຸມ. ຫວຽດນາມສືບຕໍ່ແມ່ນໜຶ່ງໃນ 3 ປະເທດນຳໜ້າໃນຈຳນວນ 52 ປະເທດ ແລະ ເຂດແຂວນລົງທຶນເຂົ້າລາວ. ຮອດປີ 2015 ຫວຽດນາມ ສູ້ຊົນລົງທຶນໄປລາວ 7 ຕື້ USD. ກ່າວຄຳເຫັນທີ່ກອງປະຊຸມ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຊີ້ແຈ້ງວ່າ.
“ກະຊວງແຜນການ ແລະ ການລົງທຶນສອງປະເທດ ຕ້ອງເປັນເສນາທິການໃຫ້ລັດຖະບານຂອງສອງປະເທດ ຊຸກຍູ້ບັນດາມາດຕະການຫນູນຊ່ວຍ ແລະ ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດພັດທະນາການລົງທຶນດຳເນີນທຸລະກິດ. ສອງຝ່າຍຮັກສາກົນໄກໂອ້ລົມສົນທະນາເປັນປະຈຳ ເພື່ອແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ຊຸກຍູ້ການລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ. ພິເສດ, ຍູ້ໄວການປັບປຸງກົນໄກ, ນະໂຍບາຍລົງທຶນດ້ານການຄ້າ. ພວກຂ້າພະເຈົ້າຫວັງວ່າ, ລັດຖະບານລາວ ສືບຕໍ່ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫວຽດນາມ ລົງທຶນດຳເນີນທຸລະກິດຢູ່ລາວ ຢ່າງມີປະສິດທິຜົນ”.
ສ່ວນທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ໄດ້ຢືນຢັນວ່າ, ເລື່ອງເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື ແລະ ພົບປະລະຫວ່າງກະຊວງແຜນການ ແລະ ການລົງທຶນ ຂອງສອງປະເທດ ນັບມື້ນັບຢືນຢັນການພົວພັນທີ່ສະໜິດແໜ້ນລະຫວ່າງລາວ - ຫວຽດນາມ. ສອງຝ່າຍຕ້ອງສ້າງສຳເລັດເນື້ອໃນອານຸສັນຍາກ່ຽວກັບການປັບປຸງ, ເພີ່ມເຕີມສັນຍາສົງເສີມ ແລະ ປົກປ້ອງການລົງທຶນໂດຍໄວ ແທນໃຫ້ສັນຍາທີ່ໄດ້ຮັບການລົງນານເມື່ອປີ 1996 ເພື່ອສາມາດລົງນານໃນປີ 2012.