(vovworld) – ກອງປະຊຸມໃຫຍ່ສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍ ຄັ້ງທີ 5 (ອາຍຸການ 2014 - 2019) ຈະຈັດຂຶ້ນໃນລະຫວ່າງວັນທມີ 01 – 02/12 ຢູ່ຮ່າໂນ້ຍ. ຕອນເຊົ້າວັນທີ 17/11, ຢູ່ຮ່າໂນ້ຍ, ສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍຫວຽດນາມ, ນັກຂ່າວ ໂດ້ກິມກວງ, ຮອງປະທານຜູ້ປະຈຳການສະຫະພັນວັນນະຄະດີສິລະປະຫວຽດນາມ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຄັ້ງນີ້ຈະສຸມໃສ່ປຶກສາຫາລືເພີ່ມເຕີ່ມບຸກຄະລາກອນ, ເອົາໃຈໃສ່ບຳລຸງສ້າງບັນດານັກປະພັນໜຸ່ມ, ໂດຍສະເພາະແມ່ນຢູ່ເຂດພາກກາງ, ເຂດໄຕງວຽນ ແລະ ເຂດທາງທິດຕາເວັນອອກພາກໃຕ້ຂອງຫວຽດນາມ. ກອງປະຊຸມໃຫຍ່ກໍ່ສຸມໃສ່ປຶກສາຫາລືກ່ຽວກັບການສ້າງນະໂຍບາຍຕອບບຸນແທນຄຸນ, ເຊີດຊູນັກປະພັນ, ບົດປະພັນ ແລະ ນັກສີລະປິນອາຍຸສູງ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດວັນນະຄະດີບັນດາເຜົ່າສ່ວນໜ້ອຍຫວຽດນາມ. ໃນອາຍຸການ 2014 – 2019, ສະມາຄົມວັນນະຄະດີບັນດາຊົນເຜົ່າສ່ວນໜ້ອຍຫວຽດນາມ ສູ້ສົນມີບົດປະພັນທີ່ສ່ອງແສງສະພາບຕົວຈິງມີຊີວິດຊີວາ, ເລິກເຊິ່ງ ໃນຊີວິດຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍຫຼາຍກວ່າອີກ.