(VOVWORLD) -ກອງປະຊຸມທາງເຄືອຂ່າຍອິນເຕີແນັດ ສະຫຼຸບວຽກງານປີ 2018 ແລະ ຜັນຂະຫຍາຍໜ້າທີ່ ປີ 2019 ຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ດຳເນີນໃນວັນທີ 16 ມັງກອນ ຢູ່ຮ່າໂນ້ຍ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ |
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ຢືນຢັນວ່າ ໃນຜົນສຳເລັດລວມຂອງປະເທດຊາດ ປີ 2018, ຂະແໜງແຜນການ ແລະ ການລົງທຶນ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ສຳຄັນ. ກ່ຽວກັບໜ້າທີ່ປີ 2019 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ ກະຊວງແຜນການ ແລະ ການລົງທຶນ ຕ້ອງມີວິທີແກ້ໄຂຂໍ້ຄົງຄ້າງ, ຕິດຂັດ ຢູ່ຕາມບັນດາໂຄງການໂຄງລ່າງແຫ່ງຊາດ, ສຸມໃສ່ນະໂຍບາຍລົງທຶນສາທາລະນະ ໄລຍະ 2020-2025. ທ່ານກ່າວວ່າ:
“ກະຊວງແຜນການ ແລະ ການລົງທຶນ ຕ້ອງແມ່ນບ່ອນເຕົ້າໂຮມພູມປັນຍາທົ່ວປະເທດ ດ້ວຍບັນດານັກວິທະຍາສາດແຖວໜ້າ. ກະຊວງ ຕ້ອງກຳນົດເປົ້າໝາຍຍຸດທະສາດ, ທັດສະນະຍຸດທະສາດ, ຈິນຕະນາການຍຸດທະສາດ ແລະ ບັນດາວິທີການແກ້ໄຂຕົ້ນຕໍ ເພື່ອແກ້ໄຂທຸກສິ່ງໃຫ້ແກ່ວິໄສທັດເຖິງປີ 2045”