ກະສັດ ຈໍແດນ Jordan Abdullah II Ibn Al Hussein ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທີ່ບັນດາການພົບປະສົນທະນາ, ພົບປະເຈລະຈາ, ການພົບປະຂັ້ນສູງ, ການນຳ 2 ປະເທດໄດ້ເຫັນດີຖືວ່າ ຫວຽດນາມ ແລະ  ຈໍແດນ ມີຫຼາຍຈຸດທີ່ຄ້າຍຄືກັນດ້ານເຈດຈຳນົງບໍ່ຍອມຈຳນົນ, ຢືດໝັ້ນຕໍ່ສູ້ເພື່ອເອກະລາດ ແລະ ປົດປ່ອຍຊາດ
ກະສັດ ຈໍແດນ Jordan Abdullah II Ibn Al Hussein ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ - ảnh 1(ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ກະສັດ ຈໍແດນ Jordan Abdullah II Ibn Al Hussein)

        ຕອນບ່າຍວັນທີ 13 ພະຈິກ, ກະສັດ ຈໍແດນ Jordan Abdullah II Ibn Al Hussein ແລະ ຄະນະຜູ້ແທນ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດໃຈການຢ້ຽມຢາມ ຫວຽດນາມ ເປັນທາງການ ແຕ່ວັນທີ 12 – 13 ພະຈິກ 2025 ຕາມຄຳເຊື້ອເຊືນຂອງທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ຢ່າງຈົບງາມ.

        ໃນຂອບເຂດການຢ້ຽມຢາມ, ທີ່ບັນດາການພົບປະສົນທະນາ, ພົບປະເຈລະຈາ, ການພົບປະຂັ້ນສູງ, ການນຳ 2 ປະເທດໄດ້ເຫັນດີຖືວ່າ ຫວຽດນາມ ແລະ  ຈໍແດນ ມີຫຼາຍຈຸດທີ່ຄ້າຍຄືກັນດ້ານເຈດຈຳນົງບໍ່ຍອມຈຳນົນ, ຢືດໝັ້ນຕໍ່ສູ້ເພື່ອເອກະລາດ ແລະ ປົດປ່ອຍຊາດ; ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ປະສິດທິຜົນການຮ່ວມມືກວ່າອີກ ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດເທົ່ານັ້ນ, ຫາກຍັງເພື່ອຜົນປະໂຫຍດຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຫ້ ແລະ ພາກພື້ນຕາເວັນອອກາງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ