ການກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກແລະການກະທົບຕໍ່ສັນຕິພາບ,ຄວາມໝັ້ນຄົງ,ເສດຖະກິດການຄ້າຂອງພາກພື້ນ

ການກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກແລະການກະທົບຕໍ່ສັນຕິພາບ,ຄວາມໝັ້ນຄົງ,ເສດຖະກິດການຄ້າຂອງພາກພື້ນ - ảnh 1
ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ທຽມ​ຂອງ​ຈີນ
ພາບ: baomoi.com

(vovworld)- ນີ້​ແມ່ນ​ຫົວ​ເລື່ອງ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ສະ​ມາ​ຄົມ​ທະ​ນາຍ​ຄວາມ​ຫວຽດ​ນາມ​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ກົດ​ໝາຍ ນະ​ຄອນ ໂຮ່​ຈິ​ມີນ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/7 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮຽນ​ຮູ້, ນັກ​ວິ​ທະ​ຍາ​ສາດ, ຄູ​ສອນ​ພາຍ​ໃນ ແລະ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຂອງ ລັດ​ເຊຍ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ຍີ່​ປ່​ຸນ, ຟິ​ລີບ​ປີນ, ແບນ​ຊີກ.

ບັນ​ດາ​ບົ​ດ​ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ຕົວ​ຈິງ​ການກໍ່​ສ້າງ​ເກາະ​ທຽມ​ຂອງ​ຈີນ ຢູ່​ບັນ​ດາ​ເກາະ​ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ, ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ແລະ ຢືນ​ຢັນ​ວ່າ: ການ​ກະ​ທຳ​ຂອງ​ຈີນ ແມ່ນ​ຝືນ​ກັບ​ກົດ​ໝາຍ​ສາ​ກົນ, ຝືນ​ກັບ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 ແລະ ຝືນ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ການ​ເມືອງ ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ, ອາ​ຊຽນ - ຈີນ ແລະ ຜົນ​ສະ​ທ້ອນ​ຢ່າງ​ຫນັກ​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ​, ເສດ​ຖະ​ກິດ ການ​ຄ້າ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ລ, ການ​ບິນ, ທຳ​ລາຍ​ເຖິງ​ສິ່ງ​ແວດ​ລ້ອມ​ທະ​ເລ, ເຮັດ​ໃຫ້​ຄວາມ​ສ່ຽງ​ປະ​ທະ​ກັນດ້ານ​ອາ​ວຸດ​ເພີ່ມ​ຂຶ້ນ..

 

ຂ່າວ/ບົດ​ອື່ນ